ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດວິສາຫະກິດນ້ຳປະປາ ນະຄອນຫຼວງ ເລັ່ງຟື້ນຟູລະບົບການສະໜອງນ້ຳ ເພື່ອແກ້ໄຂຄວາມເດືອດຮ້ອນໃຫ້ຜູ້ປະສົບໄພພາຍຸໝາກເຫັບ

Mar 26, 2026

ຈາກເຫດການພາຍຸໝາກເຫັບຕົກໜັກໃນເຂດນະຄອນຫຼວງວຽງຈັນ ບໍ່ພຽງແຕ່ສ້າງຄວາມເສຍຫາຍໃຫ້ແກ່ເຮືອນຊານ, ແຕ່ຍັງໄດ້ສົ່ງຜົນກະທົບຕໍ່ລະບົບການຜະລິດ ແລະ ການສະໜອງນ້ຳປະປາໃນບາງເຂດ. ຕໍ່ກັບບັນຫາດັ່ງກ່າວ, ລັດວິສາຫະກິດນ້ຳປະປາ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ຢ່າງຈົດຈໍ່ ແລະ ລະດົມທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອເລັ່ງແກ້ໄຂລະບົບນ້ຳປະປາໃຫ້ກັບຄືນມາໃຊ້ງານໄດ້ຕາມປົກກະຕິ.


ທ່ານ ໄຊປັນຍາ ໄຊມຸງຄຸນ ຜູ້ອຳນວຍການ ລັດວິສາຫະກິດນ້ຳປະປາ ນະຄອນຫຼວງວຽງຈັນ ແຈ້ງໃຫ້ຮູ້ວ່າ: ນັບຕັ້ງແຕ່ມື້ເກີດເຫດ, ໜ່ວຍງານວິຊາການ ແລະ ໜ່ວຍງານສ້ອມແປງສຸກເສີນ ໄດ້ລົງພື້ນທີ່ກວດກາຈຸດທີ່ໄດ້ຮັບຜົນກະທົບ, ໂດຍສະເພາະແມ່ນເຂດທີ່ມີທໍ່ນ້ຳແຕກຫັກ ຫຼື ລະບົບໄຟຟ້າທີ່ສະໜອງໃຫ້ໂຮງງານຜະລິດນ້ຳປະປາຂັດຂ້ອງ. ລັດວິສາຫະກິດນ້ຳປະປາ ນະຄອນຫຼວງວຽງຈັນ ໄດ້ສຸມທຸກຄວາມພະຍາຍາມ ແລະ ເຮັດວຽກຕະຫຼອດ 24 ຊົ່ວໂມງ ເພື່ອຮັບປະກັນໃຫ້ປະຊາຊົນໃນເຂດທີ່ໄດ້ຮັບຜົນກະທົບຜົນກະທົບ ມີນ້ຳສະອາດນຳໃຊ້ຢ່າງພຽງພໍ ແລະ ທົ່ວເຖິງ. ພ້ອມກັນນັ້ນ, ລັດວິສາຫະກິດນ້ຳປະປາ ນະຄອນຫຼວງວຽງຈັນ ຍັງໄດ້ຮຽກຮ້ອງໃຫ້ຜູ້ຊົມໃຊ້ທີ່ພົບເຫັນການຮົ່ວໄຫຼຂອງນ້ຳ ຫຼື ມີບັນຫາດ້ານການບໍລິການໃນເຂດປະສົບໄພ ສາມາດແຈ້ງຂໍ້ມູນໂດຍກົງຫາສາຍດ່ວນ 1169 ຫຼື ຜ່ານໜ້າເຟສບຸກແຟນເພຈ໌ຂອງ ລັດວິສາຫະກິດນ້ຳປະປານະຄອນຫຼວງ ເພື່ອໃຫ້ເຈົ້າໜ້າທີ່ເຂົ້າເຖິງການແກ້ໄຂໄດ້ຢ່າງທັນການ.