ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດວິສາຫະກິດໄຟຟ້າລາວເລັ່ງສ້ອມແປງລະບົບຕາຂ່າຍໄຟຟ້າເຂດທີ່ໄດ້ຮັບຜົນກະທົບຈາກໄພພິບັດ ຢູ່ເມືອງສີໂຄດຕະບອງ ສາມາດສະໜອງໄຟຟ້າໄດ້ແລ້ວ 100%.

Mar 30, 2026

ພາຍຫຼັງເກີດພາຍຸລະດູຮ້ອນພັດຜ່ານໃນວັນທີ 22 ມີນາ 2026, ໄດ້ສ້າງຄວາມເສຍຫາຍຕໍ່ລະບົບຕາຂ່າຍໄຟຟ້າຂອງລັດວິສາຫະກິດໄຟຟ້າລາວ ແລະ ຕໍ່ເຮືອນຊານຂອງປະຊາຊົນຢູ່ 10 ບ້ານ ຂອງເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນໄດ້ຮັບຄວາມເສຍຫາຍເປັນຕົ້ນ: ບ້ານໂນນແກ້ວ, ບ້ານວຽງຄຳ, ບ້ານຈຳປາ, ບ້ານຕາດທອງ, ບ້ານໂພນສົມບູນ, ບ້ານຈັນສະຫວ່າງ, ບ້ານໜອງແຕ່ງ ແລະ ບ້ານໃກ້ຄຽງ.
ພາຍຫຼັງເກີດເຫດ, ລັດວິສາຫະກິດໄຟຟ້າລາວ ຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ, ສາຂານະຄອນຫຼວງ 1 ໄດ້ລະດົມກຳລັງຢ່າງເຕັມສ່ວນ ສົ່ງທີມງານສະເພາະກິດລົງສ້ອມແປງສຸກເສີນຢ່າງຮີບດ່ວນ, ພ້ອມທັງເຂົ້າປະຈຳການ ແລະ ສ້ອມແປງເຄື່ອນທີ່ຕະຫຼອດ 24 ຊົ່ວໂມງ ເພື່ອແກ້ໄຂສ້ອມແປງລະບົບຕາຂ່າຍໄຟຟ້າ ແລະ ລະບົບໄຟຟ້າທີ່ເຂົ້າຫາເຮືອນປະຊາຊົນ ໂດຍຕັ້ງສູນບັນຊາການຊົ່ວຄາວຢູ່ທີ່ຫ້ອງການບ້ານວຽງຄຳ.
No photo description available. May be an image of text that says 'ไม่ม้าลาว ယ်သ อ EDO' No photo description available.
ເພື່ອເພີ່ມທະວີການສ້ອມແປງ ແລະ ສະໜອງໄຟໃຫ້ສຳເລັດໂດຍໄວທີ່ສຸດ ຈຶ່ງໄດ້ປະສານສົມທົບດ້ານກຳລັງກັບທີມງານສ້ອມແປງຈາກບໍລິສັດກໍ່ສ້າງຕິດຕັ້ງໄຟຟ້າພາກເອກະຊົນຈຳນວນ 80 ຄົນ ໃຫ້ເຂົ້າມາມີສ່ວນຮ່ວມປະກອບສ່ວນຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຄວາມເດືອດຮ້ອນບໍ່ມີໄຟຟ້າໃຊ້.
ຜ່ານການປະຕິບັດງານຢ່າງຕໍ່ເນື່ອງເປັນເວລາ 3 ວັນ (ຈົນເຖິງວັນທີ 25 ມີນາ 2026) ສາມາດຟື້ນຟູ , ສ້ອມແປງ ແລະ ສະໜອງໄຟຟ້າໃຫ້ປະຊາຊົນໃນເຂດພື້ນທີ່ໄດ້ຮັບຜົນກະທົບສຳເລັດແລ້ວ 100% ແລະ ໄດ້ສືບຕໍ່ປະຈຳການສ້ອມແປງ 24 ຊົ່ວໂມງ ທີ່ຫ້ອງການບ້ານວຽງຄຳ ຈົນເຖິງວັນທີ 28 ມີນາ 2026 ສ່ວນຜົນກະທົບຈາກພາຍຸລະດູຮ້ອນພັດຜ່ານ ໃນວັນທີ 22 ມີນາ 2026 ໄດ້ສ້າງຄວາມເສຍຫາຍເປັນບໍລິເວນກວ້າງຕໍ່ພາກທີ່ຢູ່ອາໃສຂອງປະຊາຊົນຫຼາຍກວ່າ 10 ບ້ານ, ໂດຍສະເພາະຜົນກະທົບຕໍ່ລະບົບຈໍາໜ່າຍໄຟຟ້າປະກອບມີ: ສາຍສົ່ງໄຟຟ້າແຮງສູງ 1 ຈຸດ, ສະຖານີໄຟຟ້າ 1 ຈຸດ, ພາກຕາຂ່າຍໄຟຟ້າແຮງກາງ 22 kV ຈໍານວນ 98 ຈຸດ, ພາກໝໍ້ແປງ ຈໍານວນ 45 ຈຸດ, ພາກຕາຂ່າຍໄຟຟ້າ 0.4 kV ຈໍານວນ 123 ຈຸດ ແລະ ພາກໝໍ້ນັບໄຟ ຈໍານວນ 193 ຈຸດ ລວມມູນຄ່າເສຍຫາຍ ເບື້ອງຕົ້ນ ຫຼາຍກວ່າ 10 ຕື້ກີບ.
May be an image of text that says 'UNIC UNIC' No photo description available.
ນອກຈາກນີ້, ລັດວິສາຫະກິດໄຟຟ້າລາວ ໄດ້ມີເປົ້າໝາຍຈະຊ່ວຍເຫຼືອແບ່ງເບົາຜົນກະທົບຂອງປະຊາຊົນ ຈໍານວນ 5.915 ຄົວເຮືອນ.
ສຳລັບພາກນະໂຍບາຍແມ່ນຍົກເວັ້ນການເກັບຄ່າກະແສໄຟຟ້າສໍາລັບລູກຄ້າທີ່ໃຊ້ໄຟຕໍ່າກວ່າ 300 kWh/ເດືອນ ແລະ ຈະຍົກເວັ້ນເກັບຄ່າກະແສໄຟ 50% ສໍາລັບລູກຄ້າໃຊ້ໄຟຟ້າຫຼາຍກວ່າ 300 kWh/ເດືອນ ເປັນໄລຍະເວລາ 3 ເດືອນ ລວມມູນຄ່າທັງໝົດປະມານ 15 ຕື້ກວ່າກີບ.