ລັດວິສາຫະກິດໄຟຟ້າລາວ ຊີ້ແຈງວ່າ ຈະບໍ່ສົ່ງໄຟ ຫຼື ຂາຍໄຟ ໃຫ້ກຸ່ມ Call Center ຢ່າງເດັດຂາດ

ວັນທີ 6 ກຸມພາ 2025ນີ້, ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ຊີ້ແຈງຜ່ານເພຈຂ່າວໄຟຟ້າລາວວ່າ: ລັດວິສາຫະກິດມີການຊື້ຂາຍ ແລກປ່ຽນພະລັງງານກັບທຸກປະເທດອ້ອມຂ້າງເຮົາຕາມກອບການຮ່ວມມື ແລະ ເຊື່ອມໂຍງທາງດ້ານໄຟຟ້າຂອງອາ ຊຽນ ເຊີ່ງປະຈຸບັນ ສປປ ລາວ ມີການເຊື່ອມໂຍງ ແລະຊື້-ຂາຍກັບ ໄທ, ຫວຽດນາມ, ກຳປູເຈຍ ແລະ ສປ ຈີນ ລວມທັງ ສ ມຽນມາ ກໍ່ເປັນລັກສະນະດຽວກັນ ແຕ່ໃນປະລິມານໄຟທີ່ບໍ່ຫລາຍ ເພາະເປັນການສະໜອງໃຫ້ເມືອງທ່າຂີ້ເຫລັກຂອງ ສ.ມຽນມາ ທີ່ຕິດກັບແຂວງບໍ່ແກ້ວ ຂອງ ສປປ ລາວ.
ການຂາຍໄຟໃຫ້ເມືອງທ່າຂີ້ເຫລັກ ດ້ວຍລະບົບແຮງດັນ 115KV ໄປຫາສະຖານີໄຟຟ້າ ເພື່ອແຈກຈ່າຍໄຟໃຫ້ສັງຄົມທົ່ວໄປເຊີ່ງລວມທັງປະຊາຊົນ, ທຸລະກິດ, ອາຄານລາດສະການ ລວມທັງການບໍລິການສັງຄົມ, ໂຮງຮຽນ ແລະ ໂຮງໝໍ.
ສະນັ້ນ, ລັດວິສາຫະກິດໄຟຟ້າລາວ ໄດ້ເຊັນສັນຍາຂາຍໄຟໃຫ້ກັບເມືອງທ່າຂີ້ເຫຼັກແຕ່ປີ 2021 ໂດຍໄດ້ເຊັນສັນຍາຊື້-ຂາຍ ໄຟຟ້າ ຮ່ວມກັບ ບໍລິສັດເອກະຊົນທີ່ໄດ້ຮັບການຮັບອະນຸຍາດຈາກ ສ ມຽນມາ ແລະ ໄດ້ເລີ່ມຈ່າຍພະລັງງານໄຟຟ້າໃນ ເດືອນພຶດ ສະພາ ປີ 2022.
ໃນສັນຍາດັ່ງກ່າວ ລັດວິສາຫະກິດໄຟຟ້າລາວ ຈະຕ້ອງສະ ໜອງພະລັງງານໄຟຟ້າຈໍານວນບໍ່ເກີນ 30 MW ໃນລະດັບແຮງດັນ 115kV. ໃນໄລຍະຜ່ານມາເມືອງທ່າຂີ້ເຫລັກຮັບໄຟຈາກປະເທດໄທປະມານ 15MW ແລະ ເອົາໄຟຈາກລາວ ສູງສຸດປະ ມານ 13 MW ເທົ່ານັ້ນ.
ແຕ່ໃນ 2 ວັນຜ່ານມາເຫັນວ່າ ເມືອງທ່າຂີ້ເຫລັກເອົາໄຟຈາກລາວເພີ່ມຂຶ້ນ ເປັນ 27 MW ຍ້ອນປະເທດໄທຢຸດຕິການສົ່ງໄຟໃຫ້ເມືອງດັ່ງກ່າວ ແຕ່ທາງ ຟຟລ ໄດ້ຫລຸດການສົ່ງພະລັງງານລົງ ມາບໍ່ເກີນ 13 MW. ດ້ວຍເຫດຜົນວ່າ ໄຟຟ້າບາງສ່ວນອາດຖືກເອົາໄປສະໜອງໃຫ້ກັບກຸ່ມສໍ້ໂກງທາງໂທລະຄົມ ຫຼື Call Center.
ສະນັ້ນ, ເບື້ອງ ຟຟລ ແມ່ນກໍາລັງປະສານເອົາຂໍ້ມູນລະອຽດຕື່ມກັບທາງການຂອງ ສ.ມຽນມາ ຕໍ່ກັບປະເດັ່ນດ່ງກ່າວ ເພື່ອໃຫ້ຄວາມຮ່ວມມືກັບທຸກຝ່າຍໃນການປາບປາມ ຫລື ສະກັດກັ້ນການນໍາໄຟຟ້າໄປຮັບໃຊ້ກິດຈະການທີ່ຜິດກົດໝາຍລວມທັງ ແກ້ງ call Center ແລະ ຮ່ວມມືກັັບທາງ ສ. ມຽນມາ ໃນການ ຕັດໄຟໃຫ້ຕົງຈຸດ ເພື່ອຫລຸດຜ່ອນການສ້າງຄວາມເດືອດຮ້ອນໃຫ້ປະຊາຊົນຜູ້ບໍລິສຸດໃນວົງກ້ວາງ.
ພວກເຮົາຂໍຢືນຢັນອີກເທື່ອໜຶ່ງວ່າ: ລັດຖະບານລາວ ກໍ່ຄື ລັດວິສາຫະກິດໄຟ ຟ້າລາວ ຈະບໍ່ສົ່ງໄຟ ຫຼື ຂາຍໄຟ ໃຫ້ຜູ້ກະທຳ ຜິດກົດຫມາຍໂດຍສະເພາະກຸ່ມ Call Center ຢ່າງເດັດຂາດ.
ທີ່ມາ: ລັດວິສາຫະກິດໄຟຟ້າລາວ


