ວັນທີ 18 ກັນຍາ ນີ້, ທີ່ ກະຊວງພະລັງງານ ແລະ ບໍ່ແຮ່, ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ມອບເງິນ ຈຳນວນ 2 ຕື້ກີບ ເພື່ອສະໜັບສະໜູນ ການຈັດກອງປະຊຸມ ລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ ກອງປະຊຸມກ່ຽວຂ້ອງ ທີ່ຈະຈັດຂຶ້ນ ລະຫວ່າງ ວັນທີ 24-27 ກັນຍາ 2024 ທີ່ ຫໍປະຊຸມແຫ່ງຊາດ, ຊຶ່ງ ສປປ ລາວ ຮັບກຽດເປັນເຈົ້າພາບ.
ໃຫ້ກຽດມອບ ໂດຍ ທ່ານ ວົງສະກຸນ ຍິ່ງຍົງ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ, ທ່ານ ດາວວຽງ ສຸນັນທະລາດ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ແລະ ໃຫ້ກຽດຮັບ ໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມຄະນະ.
ຂ່າວ: ຟຟລ



