ພາຍຫຼັງເກີດເຫດພາຍຸລະດູຮ້ອນໃນວັນທີ 22 ມີນາ 2026 ທີ່ຜ່ານມາ, ທີ່ໄດ້ສ້າງຄວາມເສຍຫາຍຕໍ່ລະບົບຕາຂ່າຍໄຟຟ້າ ຂອງ ລັັດວິສາຫະກິດໄຟຟ້າລາວ ແລະ ຕໍ່ເຮືອນທີ່ຢູ່ອາໄສຂອງພໍ່ແມ່ປະຊາຊົນ ໄດ້ຮັບຄວາມເສຍຫາຍໃນ 10 ບ້ານ ຂອງເມືອງສີໂຄດຕະບອງ ເປັນຕົ້ນແມ່ນ: ບ້ານໂນນແກ້ວ, ບ້ານວຽງຄຳ, ບ້ານຈຳປາ, ບ້ານຕາດທອງ, ບ້ານໂພນສົມບູນ, ບ້ານຈັນສະຫວ່າງ, ບ້ານໜອງແຕ່ງ ແລະ ບ້ານໃກ້ຄຽງ.

ລັດວິສາຫະກິດໄຟຟ້າລາວ ຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ, ສາຂານະຄອນຫຼວງ 1 ໄດ້ລະດົມກຳລັງຢ່າງເຕັມສ່ວນ ສົ່ງທີມງານສະເພາະກິດສ້ອມແປງສຸກເສີນຢ່າງຮີບດ່ວນເຂົ້າປະຈຳການ ແລະ ສ້ອມແປງເຄື່ອນທີ່ຕະຫຼອດ 24 ຊົ່ວໂມງ ເພື່ອແກ້ໄຂສ້ອມແປງລະບົບຕາຂ່າຍໄຟຟ້າ ແລະ ລະບົບໄຟຟ້າທີ່ເຂົ້າຫາເຮືອນພໍ່ແມ່ປະຊາຊົນ ໂດຍຕັ້ງສູນບັນຊາການຊົ່ວຄາວຢູ່ທີ່ ຫ້ອງການບ້ານວຽງຄຳ.

ເພື່ອເພີ່ມທະວີການສ້ອມແປງ ແລະ ສະໜອງໄຟໃຫ້ສຳເລັດໂດຍໄວທີ່ສຸດ ຈຶ່ງໄດ້ຮັບການປະສານສົມທົບດ້ານກຳລັງທີມງານສ້ອມແປງຈາກບໍລິສັດກໍ່ສ້າງຕິດຕັ້ງໄຟຟ້າພາກເອກະຊົນ ຂໍປະກອບສ່ວນເຂົ້າມາມີສ່ວນຮ່ວມເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນ ຮ່ວມກັນຈຳນວນ 80 ຄົນ
ຜ່ານການປະຕິບັດງານຢ່າງຕໍ່ເນື່ອງເປັນເວລາ 3 ວັນ (ຈົນເຖິງວັນທີ 25 ມີນາ 2026), ປັດຈຸບັນແມ່ນ ສາມາດຟື້ນຟູ, ສ້ອມແປງ ແລະ ສະໜອງໄຟຟ້າໃຫ້ພໍ່ແມ່ປະຊາຊົນໃນເຂດພື້ນທີ່ໄດ້ຮັບຜົນກະທົບໄດ້ແລ້ວ 100% ແລະ ຈະສືບຕໍ່ປະຈຳການສ້ອມແປງ 24 ຊົ່ວໂມງ ທີ່ຫ້ອງການບ້ານວຽງຄຳ ຈົນເຖິງວັນທີ 28 ມີນາ 2026 ນີ້.

ທາງລັດວິສາຫະກິດໄຟຟ້າລາວ ຕ້ອງຂໍອະໄພໃນຄວາມບໍ່ສະດວກມານະໂອກາດນີ້. ສໍາລັບຄອບຄົວໃດທີ່ຍັງບໍ່ມີໄຟຟ້າໃຊ້ ຫຼື ພົບເຫັນຈຸດທີ່ບໍລິການຍັງບໍ່ທົ່ວເຖິງ, ທ່ານສາມາດແຈ້ງຕໍ່ການຈັດຕັ້ງບ້ານ ຫຼື ເຂົ້າມາແຈ້ງທີມງານປະຈຳການທີ່ຫ້ອງການບ້ານວຽງຄຳ ຫຼື ໂທສາຍດ່ວນໄຟຟ້າລາວ: 1199 (ຕະຫຼອດ 24 ຊົ່ວໂມງ)



