ວັນທີ 22 ກໍລະກົດ 2024, ລາຍການຂ່າວພາບ-ສຽງພາສາມືໂຄງການການຮ່ວມມືລະຫວ່າງ ລາວ-ຈີນ ໄດ້ອອກອາກາດຢູ່ໂທລະພາບແຫ່ງຊາດລາວ ເປັນຄັ້ງທໍາອິດ. ໂຄງການນີ້ໄດ້ຮັບການສະໜັບສະໜູນຈາກ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງພະລັງງານສາກົນ ຈໍາກັດ, ສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ແຂວງຢຸນນານ ແລະ ໂທລະພາບແຫ່ງຊາດລາວ ຮ່ວມກັນຮັບຜິດຊອບໃນການວາງແຜນ, ການຖ່າຍທຳ, ການແປພາສາມື ແລະ ການຈັດວາງລາຍການ.
ລາຍການຂ່າວພາບ-ສຽງພາສາມືດັ່ງກ່າວ ໄດ້ອອກອາກາດທາງໂທລະພາບແຫ່ງ ຊາດລາວ ຊ່ອງ 1 (LNTV 1) ທຸກວັນຈັນ ຫາ ວັນເສົາ, ເວລາ 18:30-19:45 ໂມງ ຕາມເວລາໃນປະເທດລາວ . ໂຄງການດັ່ງກ່າວໄດ້ເຜີຍແຜ່ຂໍ້ມູນຂ່າວສານຕ່າງໆກ່ຽວກັບການຮ່ວມມື ລາວ-ຈີນ, ການແລກປ່ຽນວັດທະນະທຳ ແລະ ຮຽນຮູ້ເຊິ່ງກັນແລະກັນ, ຄໍາແນະນໍາການທ່ອງທ່ຽວໃນລັກສະນະວັດທະນະທຳ ແລະ ເນື້ອໃນອື່ນໆທີ່ກ່ຽວຂ້ອງ, ເພື່ອແນໃສ່ເລົ່າເລື່ອງລາວຂອງສອງປະເທດລາວ-ຈີນ ທີ່ໄດ້ມີການປຶກສາຫາລືຮ່ວມກັນ, ການກໍ່ສ້າງຮ່ວມກັນ ແລະ ການຊົມໃຊ້ຮ່ວມກັນ, ເພີ່ມທະວີຄວາມໝາຍຂອງຄູ່ຮ່ວມຊາຕາກໍາລາວ-ຈີນ.
ທ່ານ ອຳຄາ ວົງໝື່ນກ້າ ຜູ້ອໍານວຍການໃຫຍ່ ໂທລະພາບແຫ່ງຊາດລາວ ກ່າວວ່າ: ຜ່ານມາໂທລະພາບແຫ່ງຊາດລາວ ໄດ້ພະຍາຍາມສ້າງເງື່ອນໄຂເພື່ອອອກລາຍ ການພາສາມື ແຕ່ເນື່ອງຈາກວ່າຂາດເຂີນນາຍພາສາມື ແລະ ເງິນທຶນບໍ່ພຽງພໍ ລາຍການຈຶ່ງບໍ່ສາມາດເປີດຕົວໄດ້ຕາມກໍານົດ. ທ່ານຮູ້ສຶກຂອບໃຈ ຕໍ່ ສປ ຈີນ ເປັນພິເສດ ທີ່ໄດ້ໃຫ້ການສະໜັບສະໜູນໃນການເປີດໂຄງການລາຍການຂ່າວພາບ-ສຽງພາສາມືເປັນຄັ້ງທຳອິດຂອງລາວ.
ທ່ານ ອຳຄາ ວົງໝື່ນກ້າ ກ່າວຕື່ມວ່າ: “ນີ້ແມ່ນບາດກ້າວອັນສຳຄັນຂອງລາວ ໃນການຮັບໃຊ້ກຸ່ມຄົນພິການທາງການໄດ້ຍິນ, ບໍ່ພຽງແຕ່ຈະໃຫ້ຜູ້ພິການທາງການໄດ້ຍິນສາມາດຮັບຮູ້ຂໍ້ມູນຂ່າວສານ ແລະ ຄວາມບັນເທິງຢ່າງຄົບຖ້ວນ, ຮັບຮູ້ບັນດາຂ່າວທັນການໃນປັດຈຸບັນເທົ່ານັ້ນ, ແຕ່ຍັງໄດ້ເຮັດໃຫ້ເຂົາເຈົ້າມີການສ່ວນຮ່ວມໃນສັງຄົມຕື່ມອີກ.”
ຕາມລາຍງານຂອງສະມາຄົມຄົນພິການແຫ່ງຊາດລາວ ໃຫ້ຮູ້ວ່າ, ປັດຈຸບັນຢູ່ລາວມີຜູ້ພິການທາງການໄດ້ຍິນຫຼາຍກວ່າ 80,000 ຄົນ.
ສູນການສຶກສາຜູ້ບົກພ່ອງທາງການໄດ້ຍິນ “ມືແຫ່ງຄວາມຫວັງ” ເປັນຜູ້ອອກກ້ອງແປພາສາໃນລາຍການນີ້. ທ່ານນາງ ໂສພາພອນ ເຮືອງລິດ ຜູ້ກໍ່ຕັ້ງສູນແຫ່ງຄວາມຫວັງ ໄດ້ປາກົດຢູ່ເທິງຫນ້າຈໍໃນມື້ອອກອາກາດ.
ນັບຕັ້ງແຕ່ການສ້າງຕັ້ງສູນມືແຫ່ງຄວາມຫວັງໃນປີ 2016 ເປັນຕົ້ນມາ, ສູນດັ່ງກ່າວ ໄດ້ມຸ່ງໝັ້ນທີ່ຈະໃຫ້ບໍລິການແກ່ເດັກນ້ອຍທີ່ມີຄວາມພິການທາງການໄດ້ຍິນ ຢ່າງເປັນມືອາຊີບ, ເພື່ອຊ່ວຍພັດທະນາທັກສະດ້ານພາສາ ແລະ ການສື່ສານຂອງພວກເຂົາ, ພ້ອມທັງປັບປຸງຄຸນນະພາບຊີວິດຂອງພວກເຂົາ.
ທ່ານນາງ ໂສພາພອນ ເຮືອງລິດ ກ່າວຕື່ມວ່າ: “ນີ້ແມ່ນບາດກ້າວທີ່ມີຄວາມສຳຄັນຕໍ່ການສົ່ງເສີມ ແລະ ພັດທະນາວັດທະນາທຳພາສາມືຂອງລາວ, ມັນສະທ້ອນໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງສັງຄົມຕໍ່ຜູ້ພິການທາງການໄດ້ຍິນ.
ໃນຄວາມຄິດຂອງ ທ່ານນາງ ໂສພາພອນ ເຮືອງລິດ, ລາຍການດັ່ງກ່າວໄດ້ທຳລາຍສິ່ງກີດຂວາງດ້ານຂໍ້ມູນຂ່າວສານ ແລະ ໄດ້ສະໜອງເວທີການຮັບຮູ້ຂໍ້ມູນຂ່າວສານ ທີ່ຈະສົ່ງເສີມໂອກາດເທົ່າທຽມກັນລະຫວ່າງຜູ້ພິການທາງການໄດ້ຍິນ ແລະ ຄົນທົ່ວໄປ, ສາມາດຊ່ວຍເຂົາເຈົ້າຮຽນຮູ້ຄວາມຮູ້ໃໝ່ ແລະ ແນວຄວາມຄິດໃໝ່ໄດ້, ຫຼຸດຜ່ອນອຸປະສັກໃນການສື່ສານຂອງພວກເຂົາເຈົ້າຢ່າງມີປະສິດທິພາບ.



