ວັນທີ 22 ຕຸລານີ້, ພິທີເລີ່ມອອກອາກາດລາຍການ “ຄຳບູ ຮານທີ່ສີຈິ້ນຜິງມັກ”ພາກທີ 3 (ສະບັບພາສາຣັດເຊຍ) ທີ່ຜະລິດໂດຍວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດຂຶ້ນຢູ່ນະຄອນຄາຊານຂອງຣັດເຊຍ. ແຂກຜູ້ມີກຽດ 300 ກວ່າທ່ານເຊິ່ງລວມທັງບຸກຄົນທີ່ມີຊື່ສຽງຈາກວົງການການເມືອງ ວົງການສື່ມວນຊົນ ວົງການການສຶກສາ ແລະວົງການອື່ນໆຂອງຣັດເຊຍໄດ້ເຂົ້າຮ່ວມພິທີດັ່ງກ່າວ. ລາຍການນີ້ໄດ້ເລີ່ມອອກອາກາດຜ່ານຫຼາຍຊ່ອງທາງ ເຊັ່ນ ໂທລະພາບແຫ່ງຊາດຣັດເຊຍ ເວັບໄຊ “ໜັງສືພິມຣັດເຊຍ” ໂທລະພາບອາຊີໃຫຍ່ຣັດເຊຍ ແລະອື່ນໆນັບແຕ່ວັນທີ 22 ຕຸລານີ້ເປັນຕົ້ນມາ.
ທີ່ມາ: CMG



