ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາຍການ “ຄຳບູຮານທີ່ ທ່ານ ສີຈິ້ນຜິງ ມັກ” (ສະບັບສາກົນ) ຈະອອກອາກາດຢູ່ສື່ສຳຄັນຫຼາຍແຫ່ງຂອງຣັດເຊຍ

May 8, 2025

ເນື່ອງໃນໂອກາດທີ່ ທ່ານ ສີຈິ້ນຜິງ ປະທານປະເທດຈີນ ເດີນທາງໄປຢ້ຽມຢາມຣັດເຊຍທາງລັດຖະກິດ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງໄຊຊະນະໃນສົງຄາມປ້ອງກັນປະເທດອັນຍິ່ງໃຫຍ່ ຂອງສະຫະພາບໂຊວຽດ, ລາຍການ “ຄຳບູຮານທີ່ ທ່ານ ສີຈິ້ນຜິງ ມັກ” (ສະບັບສາກົນ) ທີ່ຜະລິດໂດຍວິທະຍຸໂທລະພາບສູນກາງຈີນຫຼື CMG ຈະອອກອາກາດຢູ່ບໍລິສັດວິທະຍຸໂທລະພາບແຫ່ງຊາດຣັດເຊຍ, ເວັບໄຊ “ໜັງສືພິມຣັດເຊຍ” ຂອງສຳນັກງານລັດຖະບານຣັດເຊຍ, ບໍລິສັດສື່ມວນຊົນອາຍແກັດທຳມະຊາດຣັດເຊຍ, ໂທລະພາບອາຊີຣັດເຊຍ ແລະເວທີອື່ນໆເລີ່ມແຕ່ວັນທີ 7 ພຶດສະພານີ້ເປັນຕົ້ນໄປ. ສື່ມວນຊົນສຳຄັນຫຼາຍແຫ່ງຂອງພາກພື້ນອາຊີ-ເອີຣົບ ໄດ້ແຈ້ງຂ່າວກ່ຽວກັບການອອກອາກາດລາຍການດັ່ງກ່າວ ເຊິ່ງໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງຈາກວົງການຕ່າງໆຂອງຣັດເຊຍ.
May be a graphic of text