ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາຍ​ການ “ຄຳ​ບູ​ຮານ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ມັກ” ສະ​ບັບ​ພາ​ສາ​ມາ​ເລ​ເຊຍ ອອກ​ອາ​ກາດຜ່ານ​ສື່ມວນ​ຊົນ​ສຳ​ຄັນ​ຂອງ​ມາ​ເລ​ເຊຍ

Apr 16, 2025

ເນື່ອງ​ໃນ​ໂອ​ກາດ​ທີ່​ ທ່ານ​ ສີ​ຈິ້​ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ມາ​ເລ​ເຊຍ​ ທາງ​ລັດ​ຖະ​ກິດ, ວັນ​ທີ 15 ເມ​ສາ​ນີ້, ພິ​ທີ​ອອກ​ອາ​ກາດລາຍ​ການ “ຄຳ​ບູ​ຮານ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ມັກ” ສະ​ບັບ​ພາ​ສາ​ມາ​ເລ​ເຊຍ ທີ່​ຖ່າຍ​ທຳ​ໂດຍ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ກົວ​ລາ​ລຳ​ເປີ​ ຂອງ​ມາ​ເລ​ເຊຍ. ທ່ານ​ ເຊິ້ນ​ໄຫ​ສົງ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ຜູ້​ອຳ​ນວຍ​ການ​ໃຫຍ່ CMG ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ດັ່ງ​ກ່າວ.
ລາຍ​ການ “ຄຳ​ບູ​ຮານ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ມັກ” ສະ​ບັບ​ພາ​ສາ​ມາ​ເລ​ເຊຍ ໄດ້​ອອກ​ອາ​ກາດ​ຢູ່​ວິ​ທະ​ຍຸ​ໂທ​ລະ​ພາບ​ແຫ່ງ​ຊາດ​ ມາ​ເລ​ເຊຍ ແລະ ສື່​ມວນ​ຊົນ​ສຳ​ຄັນ​ອື່ນໆ​ຂອງ​ມາ​ເລ​ເຊຍໃນ​ມື້​ດຽວ​ກັນ.