ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາຍງານການຂຸດຄົ້ນພຣະພຸທທະຮູບ ປະຈຳ ວັນທີ 04 ເມສາ 2024

Apr 5, 2024

ໜ່ວຍງານຂຸດຄົ້ນຂອງທາງການແລະໜ່ວຍງານອາສາສະໝັກ ບ້ານໃຫຍ່ຕົ້ນເຜິ້ງ, ບ້ານອື່ນໆ ແລະ ພາກສ່ວນທີ່ກ່ຽວຂ້ອງ ສາມາດເກັບກູ້ຊັບສົມບັດ ວັດທະນະທໍາ ຢູ່ເຂດດອນເຜິ້ງຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສາມາດພົບເຫັນທັງຫມົດ 11 ລາຍການ ຄື:
1. ພຣະພຸດທະຮູບ ຈຳນວນ 01 ອົງ.
2. ສຽນພຣະ ຈຳນວນ 01 ສຽນ.
3. ພຣະໃບໂພ ຈຳນວນ 06 ອົງ.
4. ພຣະຫໍສະຫວັນ ຈຳນວນ 01 ອົງ.
5. ສຽນປາງລີລາ ຈຳນວນ 01 ອົງ.
6. ພຣະສຸມກໍ ຈຳນວນ 01 ອົງ.
ສະເພາະພຣະພຸທທະຮູບ ລຳດັບເລກທີ່ 1 ທີ່ຂຸດພົບໃນເວລາ 11:05 ໂມງ ເປັນພຣະທອງສຳຣິດ ລວງສູງຂອງອົງພຣະແມ່ນ 19 ຊມ. ບ່າໄລ່ 10 ຊມ. ສະພາບມີແຕ່ເອີກຂຶ້ນຮອດສຽນ ( ບໍ່ສົມບູນ)
ທີ່ມາ: ສະຖານີວິທະຍຸ-ໂທລະພາບ ແຂວງບໍ່ແກ້ວ
May be an image of 8 people and crowd