ລາຍງານຄວາມພ້ອມເປັນເຈົ້າພາບກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວ

ວັນທີ 23 ຕຸລານີ້ ທີ່ສູນກາງແນວລາວສ້າງຊາດ, ນະຄອນ ຫລວງວຽງຈັນ ໄດ້ຈັດກອງປະຊຸມກວດກາຄວາມຄືບໜ້າ ໃນການກະກຽມ ແລະ ດໍາເນີນກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ຄັ້ງປະຖົມມະລືກ ໂດຍການເປັນປະທານ ຂອງ ທ່ານ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ ຮອງປະທານຄະນະກໍາມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງ ປະເທດ, ມີ ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຫຽມ ພົມມະຈັນ ຮອງປະທານ ສນຊ ບໍ່ປະຈໍາ ຫົວໜ້າຄະນະທີ່ປຶກສາວຽກງານຄົນເຊື້ອຊາດລາວຢູ່ຕ່າງປະເທດ, ມີບັນດາທ່ານຫົວໜ້າກົມ, ຮອງກົມ ຈາກກະຊວງ ການຕ່າງປະເທດ, ສູນກາງແນວລາວສ້າງຊາດ, ກະຊວງປ້ອງກັນ ຄວາມສະຫງົບ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ ພ້ອມດ້ວຍຄະນະທີ່ຖືກແຕ່ງຕັ້ງເຂົ້າຮ່ວມ.
ຈຸດປະສົງເພື່ອຮັບຟັງການລາຍງານວຽກງານຂອງແຕ່ລະອະນຸກໍາມະການ, ແຕ່ລະພາກສ່ວນ ທີ່ໄດ້ແບ່ງຄວາມຮັບຜິດຊອບໃນການກະກຽມເບື້ອງຕົ້ນ ໂດຍສະເພາະ ແມ່ນໄດ້ເນັ້ນໃສ່ການກະ ກຽມຄວາມພ້ອມ ດ້ານເນື້ອໃນ, ບຸກຄະລາກອນ, ສະຖານທີ່, ແຜນງົບປະມານ ເພື່ອເຫັນໄດ້ຄວາມຄືບໜ້າ ໃນການກະກຽມຄວາມພ້ອມທຸກດ້ານ ແລະ ຮັບປະກັນ ທີ່ຈະດໍາກອງປະຊຸມພົບ ປະພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ຄັ້ງປະຖົມມະລືກ ທີ່ຈະໄດ້ຈັດຂຶ້ນ ໃນເດືອນພະຈິກ 2024 ນີ້.
ຂ່າວ-ພາບ: ລີ



