ລາຍຮັບຈາກຕະຫຼາດຮູບເງົາຈີນໃນໄລຍະພັກບຸນກຸດຈີນ ລື່ນກາຍຕະຫຼາດຮູບເງົາອາເມຣິກາເໜືອ ແລະກາຍເປັນອັນດັບໜຶ່ງຂອງໂລກ

ອີງຕາມຕົວເລກຂໍ້ມູນສະຖິຕິຈາກອົງການຮູບເງົາແຫ່ງຊາດຈີນ, ນັບມາຮອດເວລາ 18 ໂມງ 30 ນາທີຂອງວັນທີ 3 ກຸມພານີ້, ຕະຫຼາດຮູບເງົາຈີນໃນໄລຍະພັກບຸນກຸດຈີນ 2025 ສາມາດສ້າງລາຍຮັບໄດ້ 8 ຕື້ 500 ລ້ານຢວນ ໂດຍໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດຂອງຮູບເງົາຈີນ.
ຕາມຕົວເລກຂໍ້ມູນຈາກເວັບໄຊທີ່ກ່ຽວຂ້ອງແຈ້ງໃຫ້ຮູ້ວ່າ: ນັບມາຮອດເວລາ 0 ໂມງຂອງວັນທີ 4 ກຸມພານີ້, ຍອດຈໍານວນຜູ້ຊົມຮູບເງົາໃນໄລຍະພັກບຸນກຸດຈີນ 2025 ຂອງຈີນ ໄດ້ລື່ນກາຍ 170 ລ້ານເທື່ອຄົນ, ຫຼາຍກວ່າຍອດຈໍານວນຜູ້ຊົມຮູບເງົາໃນໄລຍະພັກບຸນກຸດຈີນ 2024 ໂດຍໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດຂອງຮູບເງົາຈີນ.
ມາຮອດປັດຈຸບັນ, ຍອດລາຍຮັບຈາກຕະຫຼາດຮູບເງົາໃນປີ 2025 ຂອງຈີນ ໄດ້ບັນລຸເຖິງ 10 ຕື້ 121 ລ້ານຢວນ, ໂດຍໄດ້ນໍາໜ້າຕະຫຼາດຮູບເງົາໂລກ ພ້ອມທັງໄດ້ລື່ນກາຍຕະຫຼາດຮູບເງົາອາເມຣິກາເໜືອ ແລະກາຍເປັນອັນດັບໜຶ່ງຂອງໂລກ.




