ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວສະກາຍເວ ວີຊີ ຄອງແຊ້ມປະເພດຊາຍ ສ່ວນກົມໃຫຍ່ການ ເມືອງ ກອງທັບ ຄອງແຊ້ມປະເພດຍິງ ບານສົ່ງໃນຮົ່ມ ເບຍລາວ ລາວລີກ 2024

Nov 25, 2024

ການແຂ່ງຂັນບານສົ່ງໃນຮົ່ມ ຊາຍ-ຍິງ ລາຍການ ເບຍລາວ ບານສົ່ງ ລາວລີກ 2024 (Beerlao Laos Volleyball League 2024) ໄດ້ສໍາເລັດໃນວັນທີ 24ພະຈິກ 2024 ພາຍຫລັງເລີ່ມແຂ່ງຂັນມາແຕ່ວັນທີ 28 ກັນຍາ 2024 ເປັນຕົ້ນ ມາ ທີ່ເດີນບານສົ່ງໃນຮົ່ມກອງທັບ (ຫຼັກ5) ນະຄອນຫລວງວຽງ ຈັນ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະ ຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 49 ປີ, ທັງເປັນການສືບຕໍ່ພັດທະນາກິລາບານສົ່ງຂອງລາວ, ສ້າງຂະບວນການຝຶກຊ້ອມ ແລະ ແຂ່ງຂັນບານສົ່ງໃຫ້ຝົດຟື້ນ,ມ່ວນຊື່ນ ແລະ ກວ້າງຂວາງແບບຕໍ່ເນື່ອງ, ຍົກລະດັບ ແລະ ພັດທະນາຄວາມສາມາດຂອງນັກກິລາ, ຄະນະກຳມະການເຕັກນິກ-ຈັດການແຂ່ງຂັນ ແລະ ກຳມະ ການຕັດສິນກິລາບານສົ່ງຂອງລາວໃຫ້ມີຄຸນນະພາບສູງຂຶ້ນກ້າວສູ່ລະດັບພາກພື້ນ ແລະ ສາກົນ.
ນອກຈາກນີ້ ຍັງເປັນການຄັດເລືອກນັກກິລາບນສົ່ງ ຊາຍ-ຍິງ ຜູ້ທີ່ໄດ້ມາດຖານຄົບຖ້ວນຂອງກິລາບານສົ່ງ ເພື່ອເຂົ້າຝຶກຊ້ອມ ແລະ ບັນຈຸເປັນນັກກິລາທີມຊາດ ກະກຽມເຂົ້າຮ່ວມການແຂ່ງຂັນຊີເກມຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ແລະ ລາຍການແຂ່ງ ຂັນຕ່າງໆໃນລະດັບພາກພື້ນ ແລະ ສາກົນ.
ການແຂ່ງຂັນຄັ້ງນີ້ ສຳລັບທີມຊາຍມີ 10 ສະໂມສອນ ແລະ ທີມຍິງມີ 5 ສະໂມ ສອນເຂົ້າຮ່ວມ. ຜົນການແຂ່ງຂັນ ມີດັ່ງນີ້:
+ ປະເພດທີມຊາຍ:
– ອັນດັບທີ 1 ສະໂມສອນ ລາວສະກາຍເວ ລົງສະໜາມ 9 ນັດ ຊະນະລວດ 9 ນັດ ມີ 27 ຄະແນນ ໄດ້ຮັບຂັນແຊ໋ມ, ຫຼຽນຄຳ ແລະ ເງິນລາງວັນ 30.000.000 ກີບ.
– ອັນດັບທີ 2 ນະຄອນຫຼວງວຽງຈັນ-ອິນທະສອນ ລົງສະໜາມ 9 ນັດ ຊະນະ 7 ແລະ ເສຍ 2 ມີ 22 ຄະແນນ ໄດ້ຮັບຫຼຽນເງິນ ແລະ ເງິນສົດ 20.000.000 ກີບ.
– ອັນດັບທີ 3 ກະຊວງປ້ອງກັນປະເທດ ລົງສະໜາມ 9 ນັດ ຊະ ນະ 7 ແລະ ເສຍ 2 ມີ 21 ຄະແນນ ແຕ່ເຊັດຄະແນນໜ້ອຍກວ່າ ໄດ້ຮັບຫຼຽນທອງ ແລະ ເງິນສົດ 17.000.000 ກີບ.
+ ປະເພດທີມຍິງ:
– ອັນດັບທີ 1 ກົມໃຫຍ່ການເມືອງ ກອງທັບ ລົງແຂ່ງຂັນ 4 ນັດ ຊະນະ 4 ນັດລວດ ມີ 12 ຄະແນນ ໄດ້ຮັບຂັນແຊ໋ມ, ຫຼຽນຄຳ ແລະ ເງິນລາງວັນ 20.000.000 ກີບ.
– ອັນດັບທີ 2 ກະຊວງປ້ອງກັນປະເທດ ລົງແຂ່ງຂັນ 4 ນັດ ຊະ ນະ 3 ນັດ ແລະ ເສຍ 1 ນັດ ມີ 9 ຄະແນນ ໄດ້ຮັບຫຼຽນເງິນ ແລະ ເງິນສົດ 15.000.000 ກີບ.
– ອັນດັບທີ 3 ສະໂມສອນ ວຽງຈັນ ວີຊີ ລົງແຂ່ງຂັນ 4 ນັດ ຊະ ນະ 2 ນັດ ແລະ ເສຍ 2 ນັດ ມີ 6 ຄະແນນ ໄດ້ຮັບຫຼຽນທອງ ແລະ ເງິນສົດ 12.000.000 ກີບ.
ນອກຈາກນີ້ ຍັງມີລາງວັນນັກກິລາດີເດັ່ນ, ເສີບດີເດັ່ນ, ຜູ້ຮັບບານດີເດັ່ນ ແລະ ອື່ນໆ ອີກຫລາຍລາງວັນ. ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ ຈັນສະໝອນ ຜອງຈັນທາ ປະທານສະຫະພັນບານສົ່ງແຫ່ງລາວ.