ກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ຈັດຂື້ນໃນຕອນເຊົ້າວັນທີ 26 ກັນຍາ 2024 ທີ່ໂຮງແຮມແລນມາກ ແມ່ຂອງລີເວີໄຊ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ສວນສະຫັວນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ,ມີລັດຖະມົນຕີ ປະຊາຄົມວັດທະນະທຳສັງຄົມ-ອາຊຽນ , ຫົວໜ້າຄະນະຜູ້ແທນອາຊຽນ,ຮອງເລຂາທິການໃຫ່ຍອາຊຽນ , ລັດຖະມົນຕີກະຊວງສາມັກຄີ ແລະ ການມີສ່ວນຮ່ວມທາງສັງຄົມ ຕີມໍແລດເຕ ,ເອກອັກຄະລັດຖະທູດບັນດາປະເທດອາຊຽນ ,ຕີມໍແລດເຕ ປະຈຳລາວ ແລະ ແຂກຖືກເຊີນເຂົ້າຮ່ວມຮ່ວມ
ທ່ານ ນາງ ສວນສະຫັວນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະ ນະທຳ ແລະ ທ່ອງທ່ຽວ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ໂດຍທ່ານໄດ້ ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ມາຍັງບັນດາທ່ານລັດຖະມົນຕີສະພາປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ແລະ ກອງເລຂາອາຊຽນ ທີ່ໄດ້ໃຫ້ການຮ່ວມມືຢ່າງໃກ້ຊິດ ພ້ອມທັງໃຫ້ກຽດເຂົ້າຮ່ວມກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຮ່ວມກັບ ບັນດາທ່ານສະມາຊິກລັດຖະສະພາອາຊຽນ, ຜູ້ຊົງຄຸນວຸດທິ ແລະ ບັນດາລັດຖະມົນຕີປະທານຂະແຫນງການຂອງເສົາຄໍ້າວັດທະນະທຳ-ສັງຄົມອາຊຽນ ເພື່ອປຶກສາຫາລື ແລະ ໃຫ້ຄໍາເຫັນຊີ້ແນະ ຕໍ່ກັບວາລະລວມທີ່ສໍາຄັນຕ່າງໆຂອງແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫຼັງປີ 2025 ເຊິ່ງສໍາເລັດລຸລ່ວງໄປດ້ວຍດີ ໃນເດືອນສິງຫາ ຜ່ານມາທີ່ ນະຄອນຫຼວງວຽງຈັນ ພ້ອມທັງ ຊົມເຊີຍຢ່າງຍິ່ງຕໍ່ຄວາມຫ້າວຫັນ ແລະ ເອົາໃຈໃສ່ດ້ວຍຄວາມຮັບຜິດຊອບສູງ ຂອງທຸກພາກສ່ວນທີ່ກ່ຽວຂ້ອງໃນການກະກຽມປະເມີນທ້າຍສະໄໝແຜນແມ່ບົດປະຊາຄົມວັດທະນະທຳ-ສັງ ຄົມອາຊຽນ 2025 ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ກໍ່ຄືໜ່ວຍງານພັດທະນາແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫຼັງປີ 2025 ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ປະກອບສ່ວນໃນການພັດທະນາຮ່າງແຜນຍຸດທະສາດດັ່ງກ່າວ ເຫັນວ່າມີຄວາມຄືບໜ້າໄປຕາມແຜນທີ່ກໍານົດໄວ້ຢ່າງໜ້າເພິ່ງພໍໃຈ ເຊິ່ງປະກອບສ່ວນຢ່າງສໍາຄັນຕໍ່ການສ້າງວິໄສທັດຂອງປະຊາຄົມອາຊຽນ 2045 ແລະ ເອກະສານສຳຄັນກ່ຽວຂ້ອງ ທີ່ຈະຮັບຮອງເອົາໃນປີ 2025 ໃຫ້ສໍາເລັດຢ່າງເປັນຮູບປະທໍາ. ສະນັ້ນ ກອງປະຊຸມຄັ້ງນີ້ ນອກຈາກຮັບຟັງການລາຍງານຜົນຂອງກອງປະ ຊຸມເຈົ້າໜ້າທີ່ອາວຸໂສເສົາຄໍ້າວັດ ທະນະທຳ-ສັງຄົມອາຊຽນແລ້ວ ,ຍັງຈະໄດ້ຄົ້ນຄວ້າແລກປ່ຽນຄຳຄິດຄຳເຫັນ ແລະ ປຶກ ສາຫາລື ເພື່ອຄວາມເປັນເອກກະພາບ ໃນການຮັບຮອງເອົາບັນດາເອກກະສານສຳຄັນ ຂອງອາຊຽນ ຈຳນວນ 29 ສະບັບ ລວມທັງບົດລາຍງານກອງປະຊຸມລັດຖະມົນຕີປະ ຊາຄົມວັດທະນະທຳ-ສັງຄົມອາຊຽນ ,ເພື່ອສະເໜີຕໍ່ຜູ້ນຳອາຊຽນພິຈາລະນາຮັບຮອງ ແລະ ຮັບຊາບໃນກອງປະຊຸມສຸດຍອດອາ ຊຽນ ຄັ້ງທີ 44 ແລະ 45 ທີ່ຈະຈັດຂື້ນໃນເດືອນຕຸລາ 2024 ນີ້
ທ່ານນາງສວນສະຫວັນ ວິຍະເກດ ໄດ້ສະແດງຄວາມເຊື່ອໝັ້ນວ່າ: ບັນດາເອກະສານສຳຄັນນີ້ ຈະກາຍ ເປັນນິຕິກຳທີ່ມີຄວາມໝາຍຄວາມສຳຄັນ ແລະ ເປັນບ່ອນອີງທີ່ໜັກເເໜ້ນ ໃຫ້ແກ່ທຸກພາກ ສ່ວນທີ່ກ່ຽວຂ້ອງ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານແຕ່ລະຂະແໜງການພາຍໃຕ້ເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ ໃຫ້ປະກົດຜົນເປັນຈິງໃນຕໍ່ໜ້າ ແນໃສ່ຮັບປະກັນຜົນປະໂຫຍດລວມຂອງປະຊາຊົນພວກເຮົາໃນອະນາຄົດ ກໍ່ຄືການສ້າງປະຊາຄົມອາຊຽນໃຫ້ຈະເລີນຮຸ່ງເຮືອງ, ສັງຄົມມີຄວາມປອງດອງ, ປະຊາຊົນມີວິຖີຊີວິດທີ່ດີ, ມີການພັດທະ ນາແບບຍືນຍົງ, ມີຄວາມເຄົາລົບ, ຮັບຮູ້ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນດ້ວຍການໂຄສະນາສົ່ງເສີມວັດທະນະທໍາທີ່ຫຼາກຫຼາຍ ແລະ ເປັນເອກະລັກຂອງອາຊຽນ, ສາມາດເຂົ້າເຖິງການສຶກສາ ແລະ ຮັບຮູ້ຂໍ້ມູນຂ່າວສານຢ່າງເທົ່າທຽມກັນ, ສ້າງຄວາມປອດໄພທາງດ້ານສຸຂະພາບ, ຮັກສາສິ່ງແວດລ້ອມໃຫ້ຍືນຍົງ ແລະ ພ້ອມກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາສີມືແຮງງານໃຫ້ມີຄຸນນະພາບ ທັງຮັບ ປະກັນແຮງງານເຄື່ອນຍ້າຍທີ່ຖືກຕ້ອງ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ເປີດກວ້າງໂອກາດໃນການປະກອບອາຊີບສຳລັບໄວໜຸ່ມ, ຜູ້ດ້ອຍໂອກາດ ແລະ ຜູ້ເສຍອົງຄະໃຫ້ນັບມື້ຫລາຍຂຶ້ນ.






