ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວເປັນເຈົ້າພາບຈັດກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ ປີ 2024

Sep 18, 2024

ລາວເປັນເຈົ້າພາບຈັດກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024 ພາຍໃຕ້ຄໍາຂັວນ“ເພີ່ມທະວີການເຊື່ອມຈອດແລະຄວາມເຂັ້ມແຂງ ເພື່ອການພັດທະນາແບບຍນຍົງຂອງບັນດານະຄອນອາຊຽນ ໃນວັນທີ 18 ກັນຍາ 2024, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ລາວ ມີບັນດາທ່ານເຈົ້າຄອງ, ຮອງເຈົ້າຄອງ ນະຄອນຫຼວງອາຊຽນ ແລະ ບັນດາທ່ານເຈົ້ານະຄອນ-ເຈົ້າເມືອງຂອງປະເທດສະມາຊິກອາຊຽນ ແລະນະຄອນຫຼວງ ດີລີຂອງຕີມໍແລັດສະເຕ; ເລຂາທິການໃຫຍ່ອາຊຽນ, ປະທານອົງການ ແລະ ເລທິການຂອງອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນ ອາຊີປາຊີຟິກ ແລະ ຜູ້ແທນຂັ້ນສູງຂອງເຄື່ອຂ່າຍບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງສະມາຄົມບັນດານະຄອນທີ່ນໍາໃຊ້ພາສາຝຣັ່ງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
ໃນໂອກາດກ່າວເປີດກອງປະຊຸມຢ່າງເປັນທາງການ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ກອງປະຊມເຈົ້າຄອງນະຄອນຫຼວງອາຊຽນ ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນໃນຄັ້ງນີ້ເຊິ່ງຈະເປັນໂອກາດອັນດີສໍາລັບບັນດາເຈົ້າຄອງນະຄອນຫຼວງອາຊຽນ ແລະ ເຈົ້ານະຄອນອາຊຽນໃນການຈັດຕັ້ງຜັນຂະຫຍາຍ ຄໍາໝາຍໝັ້ນຂອງຕົນໃນກອງປະຊຸມຄັ້ງຜ່ານມາເຂົ້າໃນວຽກງານ ການພັດທະນາຕົວເມືອງໃຫ້ທັນສະໄໝ, ໜ້າຢຸ່ ແລະ ຍືນຍົງ ໂດຍສະເພາະການສ້າງຄວາມເຂັ້ມແຂງໃນການຮ່ວມມືແລກປ່ຽນຂໍ້ມູນ ແລະ ບົດຮຽນການຈັດຕັ້ງປະຕິບັດຕົວຈິງໃນການພັດທະນາ ແລະ ແກ້ໄຂບັນຫາ ແລະ ສິ່ງທ້າທາຍຕ່າງໆໃນຕົວເມືອງ ເພື່ອເຮັດໃຫ້ການຮ່ວມມືກັນກ້າວໄປສຸ່ລວງເລິກ ແລະ ເປັນຮູບປະທໍາ. ພ້ອມທັງເຊື່ອໝັ້ນວ່າບັນດາເຈົ້າຄອງນະຄອນຫຼວງອາຊຽນ ແລະ ບັນດານະຄອນອາຊຽນ ເຫັນໄດ້ເຖິງບົດບາດ ແລະ ຄວາມສໍາຄັນໃນການຈັດກອງປະຊຸມຮ່ວມກັນ, ການເຂົ້າຮ່ວມຂອງບັນດາທ່ານເປັນປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ແລະເຮັດໃຫ້ການຮ່ວມມືຂອງບັນດານະຄອນຫຼວງ ແລະ ບັນດານະຄອນອາຊຽນໃນດ້ານຕ່າງໆນັບມື້ນັບເກີດດອກອອກຜົນຍິ່ງຂຶ້ນ. ພ້ອມດຽວກັນນັ້ັ້ນ, ກອງປະຊຸມໃນຄັ້ງນີ້ຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມການພັດທະນາ, ການແລກປ່ຽນບົດຮຽນທີ່ດີຮ່ວມກັນໃນການແກ້ໄຂບັນຫາຕ່າງໆຂອງຕົວເມືອງ ໄປພ້ອມກັບການຈັດຕັ້ງປະຕິບັດບັນດາແຜນງານ ແລະ ແຜນດໍາເນີນງານເພື່ອໃຫ້ບັນລຸຄໍາໝາຍໝັ້ນຂອງນະຄອນອາຊຽນ ໃນການສົ່ງເສີມການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງຂອງບັນດານະຄອນຫຼວງອາຊຽນ ແລະ ນະຄອນອາຊຽນ ພ້ອມທັງເຊື່ອໝັ້ນວ່າຜູ້ແທນກອງປະຊຸມຈະເອົາໃຈໃສ່ ແລກປ່ຽນຄວາມຮູ້ຄວາມສາມາດແລະບົດຮຽນທີ່ດີຂອງຕົນໃນກອງປະຊມຄັ້ງນີ້ ແລະພ້ອມກັນດໍາເນີນກອງປະຊຸມດ້ວຍບັນຍາກາດສ້າງສັນຕາມຄໍາຂວັນຂອງກອງປະຊຸມ ເພີ່ມທະວີການເຊີ່ອມຈອດ ແລະ ຄວາມເຂັ້ມແຂງ ເພີ່ອການພັດທະນາແບບຍນຍົງຂອງບັນດານະຄອນອາຊຽນ”, ຊິ່ງຄໍາຂວັນດັ່ງກ່າວສອດຄ່ອງກັບຄໍາຂວັນປະທານອາຊຽນປີ 2024 ຂອງ ສປປລາວ ຄື: “ເພີ່ມທະວີການເຊື່ອມຈອດແລະຄວາມເຂັ້ມແຂງອາຊຽນ”. ຄໍາຂວັນດັ່ງກ່າວແມ່ນສອດຄ່ອງກັບນະໂຍບາຍ ແລະ ເປົ້າໝາຍຂອງ ສປປ ລາວໃນການຫັນປະເທດ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ເປັນສູນກາງຂອງການເຊື່ອມໂຍງ-ເຊື່ອມຈອດຂອງພາກພື້ນ ແລະ ທັງສອດຄ່ອງກັບເປົ້າໝາຍລວມຂອງອາຊຽນໃນການສ້າງປະຊາຄົມອາຊຽນໃຫ້ເປັນພາກພື້ນທີ່ມີການເຊື່ອມໂຍງ-ເຊື່ອມຈອດ ແລະ ມີຄວາມເຂັ້ມແຂງເພື່ອການພັດທະນາ ແລະ ສາມາດຮັບມືກັບສິ່ງທ້າທາຍຕ່າງໆໄດ້ຢ່າງມີປະສິດທິພາບ ແລະ ທັນການ.
ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ໄດ້ດໍາເນີນເປັນໄລຍະ 12 ປີ ມາແລ້ວ ນັບແຕ່ປີ 2012 ເປັນຕົ້ນມາ, ເຊິ່ງໄດ້ກາຍເປັນເວທີໃຫ້ແກ່ບັນດາການນໍາຂັ້ນທ້ອງຖິ່ນ ໄດ້ມີການພົບປະແລກປ່ຽນ ໂດຍສະເພາະບັນດາບົດຮຽນປະສົບການ ແລະ ສິ່ງທ້າທາຍຂອງນະຄອນຕົນ. ໃນກອງປະຊຸມຄັ້ງນີ້ ນະຄອນຫຼວງວຽງຈັນ ໄດ້ກຳນົດຄໍາຂວັນ ທີ່ສອດຄ່ອງ ກັບຄໍາຂວັນປະທານອາຊຽນ ປີ 2024 ຂອງ ສປປ ລາວ; ໂດຍໄດ້ກຳນົດຄໍາຂວັນຂອງກອງປະຊຸມ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງບັນດານະຄອນອາຊຽນ” ເຊິ່ງປະກອບມີ 5 ຂົງເຂດວຽກງານທີ່ສໍາຄັນຄື: (1) ຕົວເມືອງທີ່ໜ້າຢູ່ ແລະຍືນຍົງ, (2) ການທ່ອງທ່ຽວສີຂຽວ, (3) ການພັດທະນາເສດຖະກິດແບບຍືນຍົງ, (4) ຕົວເມືອງທີ່ມີຄວາມຍືນຍົງທາງດ້ານ ສິ່ງແວດລ້ອມ; ແລະ (5) ຄວາມເຂັ້ມແຂງທາງດ້ານການປ່ຽນແປງດິນຟ້າອາກາດ ເພື່ອເຮັດໃຫ້ພວກເຮົາໄດ້ມີການແລກປ່ຽນທັດສະນະ ແລະ ປະກອບຄໍາຄິດເຫັນສາມາດຮ່ວມກັນກໍານົດນະໂຍບາຍ ແລະ ຈັດຕັ້ງປະຕິບັດຕົວຈິງ.