ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວເຮົາ ສາມາດຜະລິດເຂົ້າພຽງພໍກັບຄວາມຕ້ອງການບໍລິໂພກ

Oct 26, 2024

ອີງຕາມການລາຍງານຂອງ ທ່ານ ລິນຄຳ ດວງສະຫວັນ ລັດ ຖະມົນຕີກະຊວງກະສິກຳ ແລະປ່າໄມ້ ໄດ້ກ່າວລາຍງານໃນພິທີສະ ເຫຼີມສະຫຼອງວັນອາຫານໂລກ ແລະສັບປະດາແຫ່ງຊາດເພື່ອລຶບ ລ້າງຄວາມທຸກຍາກ ຈັດຂຶ້ນໃນວັນທີ 23 ຕຸລາ 2024 ໃຫ້ຮູ້ວ່າ: ໄລຍະ 9 ເດືອນຕົ້ນປີ 2024 ການຜະລິດເຂົ້າຢູ່ ສປປ ລາວ ຄາດວ່າສາມາດບັນລຸໄດ້ປະມານ 3.7 ລ້ານໂຕນ, ເທົ່າກັບ 95% ຂອງແຜນການ, ຊຶ່ງເຫັນວ່າສາມາດຮັບປະກັນການສະໜອງໃຫ້ແກ່ການບໍລິໂພກພາຍໃນໄດ້ຢ່າງພຽງພໍ.
ສ່ວນການຜະລິດພືດສະບຽງອາຫານໄດ້ປະມານ 2.5 ລ້ານໂຕນ ເທົ່າກັບ 99% ຂອງແຜນການ; ການຜະລິດຊີ້ນ, ໄຂ່, ປາ ໄດ້ປະມານ 400,000 ໂຕນ, ເທົ່າກັບ 75% ຂອງແຜນການ. ການສົ່ງອອກສິນຄ້າບັນລຸໄດ້ປະມານ 1,200 (ໜຶ່ງພັນສອງຮ້ອຍ) ລ້ານໂດລາສະຫະ ລັດ (8 ເດືອນຕົ້ນປີ), ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການຄໍ້າ ປະ ກັນຄວາມໝັ້ນຄົງທາງດ້ານສະບຽງອາ ຫານ, ຜະລິດເປັນສິນຄ້າ ແລະ ລຶບລ້າງຄວາມອຶດຫີວ ເພື່ອແກ້ ໄຂບັນຫາການຂາດເຂີນອາຫານ.
May be an image of 5 people and combine