ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວໄດ້ 2 ຫຼຽນຄຳ ຈາກກິລາເພາະກາຍ👏👏👏

Sep 27, 2026

ຜົນງານຂອງ ນັກກິລາເພາະກາຍທີມຊາດລາວ ໃນກິລາເອຊຽນເກມ ທີ່ປະເທດຍີ່ປຸ່ນເປັນເຈົ້າພາບ ແຂ່ງຂັນໃນວັນທີ 26 ກັນຍາ 2026 ສາມາດຍາດມາໄດ້2 ຫຼຽນຄຳ 1 ຫຼຽນເງິນ ຂໍສະແດງຄວາມຊົມເຊີຍ👏👏👏 ໂດຍໄດ້ຈາກ:

• 🥇 1 ຫຼຽນຄຳ: ນາງ ເພັດສະລາ ວັນນະສານ ໃນລາຍການ ຍິງຫຸ່ນງາມ ຄວາມສູງບໍ່ເກີນ 155 ຊຕມ (ພາຍຫຼັງທີ່ຫາກໍຍາດໄດ້ 1 ຫຼຽນເງິນ ກ່ອນໜ້ານີ້)
• 🥇 1 ຫຼຽນຄຳ (ແຊັມອາຊີ) ນາງ ຈິນຕະນາ ຄຳບຸນເຮືອງ ລາຍການ ຍິງຫຸ່ນງາມ ຄວາມສູງບໍ່ເກີນ 165 ຊຕມ.
• 🥈 1 ຫຼຽນເງິນ: ນາງ ຈິນຕະນາ ຄຳບຸນເຮືອງ ລາຍການ ຍິງຫຸ່ນງາມ ອາຍຸເກີນ 35 ປີຂຶ້ນໄປ (ບໍ່ຈຳກັດລວງສູງ).

ສ່ວນ ທ້າວ ສິນປະເສີດ ວົງພັນ ແຂ່ງຂັນລາຍການ ຊາຍຫຸ່ນງາມ ຄວາມສູງບໍ່ເກີນ 170 ຍາດອັນດັບ 4 ຂອງອາຊີ.
ມາຮອດປັດຈຸບັນ, ນັກກິລາເພາະກາຍທີມຊາດລາວ ຍາດມາໄດ້ແລ້ວ 4 ຫຼຽນ ຄື: 2 ຫຼຽນຄຳ ແລະ 2 ຫຼຽນເງິນ 👏👏👏.