ຄວາມສຳເລັດໃນການເປັນເຈົ້າພາບຈັດກອງປະຊຸມຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ປິ່ນອ້ອມ ເຊິ່ງຈັດຂຶ້ນໃນເດືອນຕຸລາ 2024 ຜ່ານມາ ຖືເປັນຜົນ ງານອັນພົ້ນເດັ່ນຂອງ ສປປ ລາວ ແລະ ເປັນການຍົກຖາ ນະບົດບາດ ແລະ ຊື່ສຽງຂອງ ສປປ ລາວ ໃນທັງເວທີພາກພື້ນ ແລະ ສາກົນ ນັບມື້ສູງເດັ່ນຂຶ້ນ. ຜົນສໍາເລັດໃນການເປັນເຈົ້າພາບຈັດກອງປະ ຊຸມທີ່ມີຄວາມໝາຍສໍາຄັນໃນຄັ້ງນີ້ ເກີດຂຶ້ນໄດ້ຍ້ອນການນໍາພາຂອງພັກ-ລັດ ແລະ ການປະກອບສ່ວນຂອງບຸກຄົນ, ນິຕິບຸກຄົນ ກໍຄື ບັນດາບໍລິສັດ, ຫ້າງຮ້ານ ແລະ ປວງຊົນລາວບັນດາເຜົ່າຕາມຄວາມສາມາດ, ເງື່ອນໄຂ ແລະ ພາລະບົດບາດຂອງຕົນ.
ໜຶ່ງໃນນັ້ນ ແມ່ນ ທ່ານອຸໄທ ໄຊອຸດົມ ຫຼື ລຸງໂອດ, ຜູ້ອຳນວຍ ການ ບໍລິສັດ ລາວໄອທີ ພັດທະນາ ທີ່ໄດ້ປະ ກອບສ່ວນສຳຄັນໃນການຮັບໃຊ້ກອງປະຊຸມຍອດອາຊຽນທີ່ ສປປ ລາວ ເປັນເຈົ້າ ພາບ, ໂດຍການນຳເອົາເຕັກໂນໂລຊີ RFID ມາໃຊ້ເພື່ອເພີ່ມຄວາມ ປອດໄພຂອງການປະຊຸມສຸດຍອດອາຊຽນຄັ້ງນີ້.
ລະບົບ Radio Frequency Identification ຫຼື RFID ແມ່ນລະບົບເກັບກຳຂໍ້ມູນຜ່ານລະບົບ ເອເລັກໂຕນິກ ເພີ່ມຄວາມສາມາດໃນການຄຳນວນ ແລະ ການຮັກສາຄວາມປອດໄພທາງຂໍ້ມູນ, ເຊິ່ງສົ່ງກຳລັງຜ່ານຄື້ນແມ່ເຫຼັກ ຫຼື ຄື້ນແມ່ເລັກໄຟຟ້າແທນການສຳພັດຮ່າງກາຍ.
ບໍລິສັດ ລາວ ໄອທີ ພັດທະນາ ສ້າງຕັ້ງຂຶ້ນໃນປີ 2010 ເພື່ອຜະລິດສື່ດ້ານ ໄອທີ ເລີ່ມຈາກເຮັດ ວາລະສານ e-corner ແລ້ວຫັນມາຮັບວຽກດ້ານໄອທີ ໂດຍເນັ້ນໃສ່ ພັດທະນາລະບົບ, ຖານຂໍ້ມູນ, ເວັບ, ແອັບມືຖື ioT ແລະ Blockchain ເປັນຕົ້ນ.
ທ່ານ ອຸໄທ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບການໄດ້ມີໂອກາດເຂົ້າມາຮັບໃຊ້ກອງປະຊຸມອັນມີຄວາມໝາຍຄວາມສຳຄັນຄັ້ງນີ້ວ່າ: ຖືວ່າເປັນຄວາມໂຊກດີທີ່ພວກເຮົາໄດ້ຮັບວຽກລະບົບລົງທະບຽນຜູ້ແທນທີ່ມາເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ເນື່ອງຈາກທາງກະຊວງຕ້ອງການ ບໍສັດຄົນລາວທີ່ສາມາດເຮັດລະບົບຖານຂໍ້ມູນລົງທະບຽນ ແລະ ຜະລິດບັດ ທີ່ຜູ້ແທນບໍ່ຈຳ ເປັນຕ້ອງດຶງບັດມາແຕະ ກໍຄື ຍ່າງເຂົ້າຜ່ານກໍສາມາດກວດສອບຂໍ້ມູນໄດ້. ເຊິ່ງບໍລິສັດຂອງພວກເຮົາກໍໃຫ້ບໍລິການດ້ານພັດທະນາ ລະບົບຊອບແວ ແລະ ທັງມີຄວາມຊຳນານດ້ານ ioT ໂດຍສະເພາະແມ່ນ ເຕັກໂນໂລຊີ RFID ແລະເຄື່ອງພິມບັດ. ຈິ່ງເຮັດໃຫ້ພວກເຮົາຕອບໂຈດແບບຄົບວົງຈອນນັບຕັ້ງແຕ່ການລົງທະບຽນຂອງຜູ້ແທນຜ່ານໜ້າເວັບໄຊ, ການເກັບຮັກສາຂໍ້ມູນ ແລະ ເຊື່ອມຂໍ້ ມູນໃສ່ກັບ RFID ພ້ອມກັບການ ຜະລິດບັດເຂົ້າງານທີ່ເປັນ RFID ພ້ອມກັນນັ້ນຍັງໄດ້ພັດທະນາ ລະບົບປະຕູ ທີ່ມີເສົາສັນ ຍານອ່ານຂໍ້ມູນຈາກບັດເພື່ອສະແດງຂໍ້ມູນຂຶ້ນຈໍໃຫ້ເຈົ້າຫນ້າທີ່ໄດ້ກວດ ແລະ ຄັດກອງຜູ້ເຂົ້າຮ່ວມງານໄດ້ຢ່າງມີປະສິທິພາບ.
ຜູ້ອຳນວຍການ ບໍລິສັດ ລາວໄອທີ ພັດທະນາ ຍັງໄດ້ອະທິ ບາຍເຖິງຄວາມສຳຄັນ ແລະ ຄວາມຈຳເປັນຂອງລະບົບດັ່ງກ່າວຕໍ່ກອງປະຊຸມສຸດຍອດອາຊຽນວ່າ: ຄວາມສຳຄັນຂອງລະບົບທີ່ພວກເຮົາໄດ້ພັດທະນາ ແມ່ນແບ່ງອອກເປັນ 3 ສ່ວນຫຼັກ ຄື: ສ່ວນທີ 1 ແມ່ນເກັບກໍາຂໍ້ມູນຂອງຜູ້ແທນທີ່ຈະມາຮ່ວມກອງປະຊຸມ, ລວມທັງສື່ມວນຊົນໄວ້ສຳລັບລົງທະບຽນອອນລາຍເຊິ່ງອຳນວຍຄວາມສະດວກໃຫ້ກັບພາກ ສ່ວນກ່ຽວຂອງໄດ້ດີ. ສ່ວນທີ 2 ແມ່ນການ ອະນຸມັດ ແລະ ຈັດການສະຖິຕິຜູ້ເຂົ້າຮ່ວມກອງປະຊຸມ ພາຍຫຼັງຈາກທີ່ມີການລົງທະບຽນມາແລ້ວທາງ ທີມງານກະ ຊວງ ແລະ ເຈົ້າໜ້າທີ່ ປກສ (ຕມ) ສາມາດເຂົ້າເບິ່ງ, ກວດຄືນ ພ້ອມທັງອະນຸມັດ ຫຼື ປະຕິ ເສດ ໄດ້ຜ່ານລະບົບຫຼັງບ້ານທັນທີ, ແລະ ສ່ວນທີ 3 ແມ່ນເກັບຮັກສາຂໍ້ມູນ ແລະ ນໍາຂໍ້ມູນມາສະແດງເຊື່ອມຕໍ່ກັບ ເຕັກໂນໂລຊີ RFID ສ່ວນນີ້ຊ່ວຍໃຫ້ເຈົ້າໜ້າທີ່ກວດ ກາໜ້າປະຕູ ເຮັດວຽກໄດ້ສະດວກຂຶ້ນ ເພາະຫາກຜູ້ແທນທີ່ຈະເຂົ້າມາແມ່ນຕ້ອງມີບັດ ແລະ ຂໍ້ມູນໃນບັດ ຕ້ອງມີກົງກັບຖານຂໍ້ ມູນທີ່ໄດ້ຖືກອະນຸມັດແລ້ວເທົ່ານັ້ນ ຈຶ່ງຈະສະແດງຂຶ້ນຈໍໃຫ້ເຈົ້າ ໜ້າທີ່ກວດ ເຊິ່ງຈະເປັນການອຳນວຍຄວາມສະດວກຫຼາຍ ແລະ ເຮັດໃຫ້ການກວດກາເປັນໄປໄດ້ຢ່າງວ່ອງໄວ ແລະ ມີຄວາມຖືກ ຕ້ອງຂອງຂໍ້ມູນສູງ.
ທ່ານ ອຸໄທ ໄຊອຸດົມ ໄດ້ກ່າວເຖິງຄວາມຮູ້ສຶກຫຼັງໄດ້ຮັບໃຊ້ກອງປະຊຸມສຸດຍອດອາຊຽນຄັ້ງນີ້ວ່າ: ໃນນາມສ່ວນໂຕ ແລະ ໃນນາມຜູ້ອຳນວຍການບໍລິສັດຂ້າພະເຈົ້າແມ່ນຮູ້ສຶກພາກພູມໃຈ ແລະ ຍິນດີທີ່ສຸດ ທີ່ມີໂອກາດໄດ້ຮັບໃຊ້ງານລະດັບຊາດ ກໍຄື ກອງປະຊຸມສຸດຍອດອາຊຽນໃນຄັ້ງນີ້, ພ້ອມນີ້, ໃນນາມສ່ວນຕົວ ແລະ ບໍລິສັດ ທ່ານໄດ້ສະ ແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງ ຍິ່ງຕໍ່ບັນດາການນຳກະຊວງ ລັດຖະບານລາວທີ່ເບິ່ງເຫັນສັກກະຍາພາບ ແລະ ໃຫ້ໂອກາດບໍລິສັດຂອງຄົນລາວໄດ້ຮັບໃຊ້ງານລະດັບຊາດ ທີ່ມີຄວາມໝາຍຄວາມສຳຄັນຄັ້ງນີ້.
ນອກຈາກລະບົບຢັ້ງຢືນຕົວຕົນທີ່ໄດ້ໃຊ້ກອງປະຊຸມແລ້ວ ທາງບໍລິສັດໄດ້ບໍລິ ການອີກຫຼາຍຢ່າງ ໂດຍສະ ເພາະການພັດທະ ນາລະບົບໄອທີ, ເວັບໄຊ,ແອັບມືຖື, ຖານຂໍ້ມູນ, ພັດທະນາລະບົບກ່ຽວກັບການເງິນ, ລະບົບ Blockchain, Web3 ແລະ ລະ ບົບທີ່ຮອງຮັບຂໍ້ມູນຂະໜາດໃຫຍ່.
ທ່ານ ອຸໄທ ໄຊອຸດົມ ເປີດເຜີຍອີກວ່າ: ທາງບໍລິສັດກຳລັງຫັນບໍລິສັດໃຫ້ຮອງຮັບຕະຫຼາດການເງິນ ໂດຍສະ ເພາະແມ່ນວຽກກ່ຽວກັບ Web3, Cryptocurrency, Blockchain ໂດຍມີເປົ້າໝາຍໃນການຮອງຮັບ ແລະ ເຂົ້າເຖິງກຸ່ມລູກຄ້າລະດັບສາກົນເປັນຫຼັກ.







