ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ກາຊຶມ-ໂຈມາດ ໂຕກາຢຽບ (H.E. Mr. Kassym-Jomart Tokayev), ປະທານາທິບໍດີ ແຫ່ງ ສາທາລະນະລັດ ກາຊັກສະຖານ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດ ກາຊັກສະຖານ ຢ່າງເປັນທາງການ ໃນວັນທີ 3-4 ກັນຍາ 2026.

ໃນຕອນເຊົ້າຂອງວັນທີ 3 ກັນຍາ 2026 ທີ່ ທໍານຽບເອກະລາດ ແຫ່ງ ສ. ກາຊັກສະຖານ (Palace of Independence) ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ຈັດຂຶ້ນຢ່າງຍິ່ງໃຫຍ່ ແລະ ສົມກຽດ ໃຫ້ແກ່ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໂດຍການຕ້ອນຮັບອັນອົບອຸ່ນຂອງ ພະນະທ່ານ ກາຊຶມ-ໂຈມາດ ໂຕກາຢຽບ, ປະທານາທິບໍດີ ແຫ່ງ ສ. ກາຊັກສະຖານ ພ້ອມດ້ວຍຄະນະ.


ຈາກນັ້ນ, ໄດ້ມີການພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ສອງປະມຸກລັດ ລາວ ແລະ ກາຊັກສະຖານ. ໃນໂອກາດນີ້, ພະນະທ່ານ ກາຊຶມ-ໂຈມາດ ໂຕກາຢຽບ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ກາຊັກສະຖານ ຢ່າງເປັນທາງການຂອງ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໃນຄັ້ງນີ້, ຊຶ່ງ ພະນະທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມປິຕິຍິນດີ ແລະ ຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນດັ່ງກ່າວ. ການຢ້ຽມຢາມ ກາຊັກສະຖານ ຢ່າງເປັນທາງການ ຄັ້ງນີ້ ເປັນການຢ້ຽມຢາມຄັ້ງທຳອິດໃນຂັ້ນປະມຸກລັດຂອງ ສປປ ລາວ ຊຶ່ງຖືເປັນຂີດໝາຍໃໝ່ອັນສຳຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນໄລຍະໃໝ່ ບົນພື້ນຖານມູນເຊື້ອແຫ່ງສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານລະຫວ່າງສອງປະເທດ ນັບຕັ້ງແຕ່ການສ້າງຕັ້ງສາຍພົວພັນການທູດ ໃນປີ 1997 ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ.

ໃນການພົບປະ, ສອງຝ່າຍ ໄດ້ປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃນໄລຍະຜ່ານມາ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ບົນພື້ນຖານການເຄົາລົບນັບຖື ແລະ ໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ຊຶ່ງໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ສອງຝ່າຍ ໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ເພື່ອພ້ອມກັນສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມທີ່ດີລະຫວ່າງສອງປະເທດ; ເຫັນດີສືບຕໍ່ຊຸກຍູ້ແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆ ໃຫ້ເປັນປົກກະຕິ; ຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍ ໃນຂົງເຂດຕ່າງໆ ເປັນຕົ້ນແມ່ນ ດ້ານການເມືອງ, ເສດຖະກິດ – ການຄ້າ – ການລົງທຶນ, ການຂົນສົ່ງ, ພະລັງງານ, ການສຶກສາ, ວັດທະນາທຳ-ສັງຄົມ, ວຽກງານໄອຍະການປະຊາຊົນສູງສຸດ ລວມເຖິງການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະ ໃນຂອບ ສປຊ, ຂອບການຮ່ວມມື ອົງການຮ່ວມມືຊຽງໄຮ້ (SCO) ແລະ ອື່ນໆ.

ໃນໂອກາດດຽວກັນນີ້, ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນຢ່າງສູງ ມາຍັງ ລັດຖະບານ ແລະ ປະຊາຊົນ ກາຊັກສະຖານ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໂດຍສະເພາະການສ້າງບຸກຄະລະກອນ ຕັ້ງແຕ່ສະໄໝສະຫະພາບໂຊວຽດ ຊຶ່ງໄດ້ກາຍເປັນກຳລັງແຮງອັນສຳຄັນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງ ສປປ ລາວ ໃນປັດຈຸບັນ. ພ້ອມກັນນັ້ນ, ຍັງໄດ້ເຊື້ອເຊີນ ພະນະທ່ານ ກາຊຶມ-ໂຈມາດ ໂຕກາຢຽບ ມາຢ້ຽມຢາມ ສປປ ລາວ ໃນໂອກາດຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ. ກາຊັກສະຖານ ໃນປີ 2027.
ພາຍຫຼັງສໍາເລັດການພົບປະສອງຝ່າຍ, ສອງປະມຸກລັດ ລາວ ແລະ ກາຊັກສະຖານ ໄດ້ຮັບຮອງເອົາ ຖະແຫຼງການຮ່ວມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ກາຊັກສະຖານ ພ້ອມທັງໄດ້ເປັນສັກຂີພິຍານໃນພິທີແລກປ່ຽນເອກະສານຮ່ວມມື ຈໍານວນ 4 ສະບັບ ຄື: 1). ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການປຶກສາຫາລືດ້ານການເມືອງ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສ. ກາຊັກສະຖານ; 2). ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ສ. ກາຊັກສະຖານ; 3). ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານຂໍ້ມູນຂ່າວສານ, ເຕັກໂນໂລຊີການສື່ສານ ແລະ ການບໍລິຫານລັດດ້ວຍລະບົບເອເລັກໂຕຣນິກ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ກະຊວງພັດທະນາດິຈີຕອນ ແລະ ປັນຍາປະດິດ ແຫ່ງ ສ. ກາຊັກສະຖານ; ແລະ 4). ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສ້າງຕັ້ງສາຍພົວພັນນະຄອນມິດຕະພາບ ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງ ອາສ໌ຕານາ.
ໃນຕອນທ່ຽງຂອງວັນດຽວກັນ, ພະນະທ່ານ ກາຊຶມ-ໂຈມາດ ໂຕກາຢຽບ ຍັງໄດ້ເປັນເຈົ້າພາບຈັດງານລ້ຽງຮັບຮອງເປັນກຽດໃຫ້ແກ່ ພະນະທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຢ່າງສົມກຽດ.
ໃນໂອກາດເຄື່ອນໄຫວຢ້ຽມຢາມ ສ. ກາຊັກສະຖານ ຢ່າງເປັນທາງການ ໃນຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ໂອຊາສ໌ ເບກເຕນອບ, ນາຍົກລັດຖະມົນຕີ ແຫ່ງ ສ. ກາຊັກສະຖານ (H.E. Mr. Olzhas Bektenov). ນອກຈາກນີ້, ພະນະທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມ ສູນການເງິນສາກົນ (AIFC), ສູນປັນຍາປະດິດສາກົນ (ICAI), ອົງການສົ່ງເສີມການສ້າງມາດຕະການເພື່ອຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ (CICA) ແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວສໍາຄັນຂອງກາຊັກສະຖານ ຈໍານວນໜຶ່ງ ເປັນຕົ້ນແມ່ນ ພິພິຕະພັນແຫ່ງຊາດ ກາຊັກສະຖານ, ອານຸສອນສະຖານນັກຮົບ ແພນຟິລັອບ 28 (28 Panfilov Guardsmen), ພິພິຕະພັນສິນລະປະ ອານມາຕີ ແລະ ໂບດໂອໂຕດັອກຣັດເຊຍ (Ascension Cathedral Russian Orthodox). ພິເສດ, ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ໄປຢ້ຽມຢາມມະຫາວິທະຍາໄລແຫ່ງຊາດ L.N. Gumilyov Eurasian, ພ້ອມທັງໄດ້ໃຫ້ກຽດຂຶ້ນກ່າວບັນຍາຍ ຕໍ່ຄູອາຈານ-ນັກສຶກສາ ແລະ ຍັງໄດ້ເປັນກຽດຮັບ ນາມມະຍົດ ສາສະດາຈານ ກິດຕິມະສັກ ຈາກມະຫາວິທະຍາໄລດັ່ງກ່າວ ອີກດ້ວຍ.


