ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ກຳປູເຈຍ ຮັບຮອງຜົນກອງປະຊຸມຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ຄັ້ງທີ III 2025

May 20, 2025

ກອງປະຊຸມ ຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ ຄັ້ງທີ III ປີ 2025 ໄດ້ຈັດຂຶ້ນໃນວັນທີ 19 ພຶດສະພາ 2025 ນີ້, ຢູ່ແຂວງຈໍາປາສັກ, ໂດຍການເຂົ້າຮ່ວມຂອງທ່ານ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ, ທ່ານ ພົນເອກ ເອິດ ສາຣາດ ຮອງຜູ້ບັນຊາການທະຫານສູງສຸດ, ຫົວໜ້າເສນາທິການຮ່ວມກອງທັບ ເເຫ່ງ ຣາຊະອານາຈັກກຳປູເຈຍ, ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ກຳປູເຈຍ-ລາວ.
ໃນກອງປະຊຸມ ທັງສອງຝ່າຍໄດ້ປຶກສາຫາລື ແລກປ່ຽນຄວາມຄິດເຫັນ ທົບທວນຄືນ ແລະ ຕີລາຄາຜົນ ຂອງການຈັດຕັ້ງປະຕິບັດຕາມບົດບັນທຶກກອງປະຊຸມ ຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ຄັ້ງທີ II ທີ່ຈັດຂຶ້ນ ຢູ່ ຣາຊະອານາຈັກກຳປູເຈຍຜ່ານມາ, ໂດຍລວມແລ້ວ ເຫັນວ່າການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ມີຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນ, ມີຄວາມປອດໄພດີສົມຄວນ. ໃນການເຄື່ອນໄຫວວຽກງານສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ກຳປູເຈຍ ໂດຍເລີ່ມຈັດຕັ້ງປະຕິບັດຮ່ວມກັນ ນັບແຕ່ເດືອນພຶດສະພາ 2023 ເຖິງປັດຈຸບັນ ເຫັນວ່າ ມີຄວາມຄືບໜ້າ ເຊິ່ງສາມາດສໍາຫຼວດ, ຂຸດ ແລະ ຖອນຫຼັກໝາຍ, ເທກັນເປື້ອນຕີນເສົາ, ເທຕີນເສົາຕໍມໍ, ເທເສົາຕໍມໍ ແລະ ເທແທ່ນຫຼັກໝາຍໄດ້ຈໍານວນ 173 ຫຼັກໝາຍ ແລະ ຮັບຮອງຮ່ວມກັນຈໍານວນ 171 ຫຼັກໝາຍ ຕີລາຄາຜົນການສໍາຫຼວດໄດ້ 33% ຂອງແຜນການ. ໃນດ້ານຮ່ວມມືລະດັບທ້ອງຖິ່ນໄດ້ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຮ່ວມມືກັນສະກັດກັ້ນການເຂົ້າ-ອອກເມືອງຜິດກົດໝາຍ, ສະກັດກັ້ນທຸກການກໍ່ການຮ້າຍ, ອາດຊະຍາກຳຂ້າມຊາດ, ການຄ້າມະນຸດ, ການຂົນສົ່ງຄ້າຂາຍສິ່ງເສບຕິດ, ການລ່າສັດປ່າ, ການຂຸດຄົ້ນຊັບພະຍາກອນທຳມະຊາດ, ການຕັດໄມ້ທຳລາຍປ່າ, ການຄ້າວັດຖຸບູຮານ, ການຄ້າອາວຸດສົງຄາມ ແລະ ການກະທຳຜິດກົດໝາຍຕ່າງໆ ຢ່າງເປັນປົກກະຕິ.
ຫຼັງຈາກນັ້ນ, ປະທານຮ່ວມທັງສອງຝ່າຍ ໄດ້ພ້ອມກັນລົງນາມໃນບົດບັນທຶກກອງປະຊຸມ ຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ຄັ້ງທີ III ປີ 2025 ເພື່ອຮັບຮອງເອົາຜົນ ຂອງກອປະຊຸມໃນຄັ້ງນີ້ ໄປຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ເກີດດອກອອກຜົນ ເພື່ອແນໃສ່ເຮັດໃຫ້ຊາຍແດນ ຂອງສອງປະເທດ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການພັດທະນາ ແລະການຮ່ວມມືທີ່ມີຜົນປະໂຫຍດທີ່ດີຮ່ວມກັນ
ທີ່ມາ: ໜັງສືພິມກອງທັບ