ລາວ-ກຳປູເຈຍ ເພີ່ມທະວີການຮ່ວມມືດ້ານການຄ້າ

ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມ ຄັ້ງທີ 2 ຂອງຄະນະກຳມະການຮ່ວມດ້ານການຄ້າລະຫວ່າງລາວ ແລະ ກຳປູເຈຍ (JTC) ຂຶ້ນວັນທີ 28 ມັງກອນ 2025 ທີ່ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ນາງ ຈອມ ນິມົນ ລັດຖະມົນຕີກະ ຊວງການຄ້າກຳປູເຈຍ ມີຕາງໜ້າຈາກບັນດາຂະແຫນງການກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ 2 ປະເທດ ລາວ ແລະ ກຳປູເຈຍ ໄດ້ທົບທວນຄືນຜົນຂອງການຢ້ຽມຢາມທີ່ຜ່ານມາ ພ້ອມທັງການຈັດ ຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ວາງແຜນຮ່ວມກັນໃນກອງປະຊຸມ JTC ຄັ້ງທີ 1 ປີ 2013 ແລະ ໄດ້ຮ່ວມກັນປຶກສາຫາລື ແລກ ປ່ຽນແນວຄວາມຄິດຕໍ່ທິດທາງໃນການຮ່ວມມືດ້ານການຄ້າຂອງສອງປະເທດໃນຕໍ່ໜ້າ.
ກອງປະຊຸມຄັ້ງນີ້ໄດ້ຕົກລົງບັນຫາສຳຄັນທີ່ຕິດພັນກັບການພັດທະນາ ແລະ ສົ່ງເສີມການຄ້າ ແລະ ຂົງເຂດ ອື່ນໆທີ່ສະໜັບ ສະໜູນໃຫ້ມີການຂະຫຍາຍຕົວເພີ່ມຂຶ້ນ ແລະ ປືກສາຫາລືກ່ຽວ ກັບຂົງເຂດການຮ່ວມມືທີ່ສຳ ຄັນເປັນຕົ້ນເປົ້າໝາຍເພີ່ມມູນຄ່າການຄ້າສອງຝ່າຍແຕ່ນີ້ຮອດປີ 2030 ການຮ່ວມມືເຂດການຄ້າເສລີການພັດທະນາຕະຫຼາດຊາຍແດນ ສັນຍາວ່າດ້ວຍການຄ້າຊາຍແດນ ແລະ ສັນຍາວ່າດ້ວຍສິນຄ້າຜ່ານແດນ ການສ້າງກົນໄກການຮ່ວມມືໂດຍຜ່ານກອງປະຊຸມປະຈຳປີຂອງອົງການປົກຄອງແຂວງຊາຍແດນ ແລະ ຂະແໜງອຸດສາຫະກຳ ແລະ ການຄ້າ, ການ ວາງສະແດງສິນຄ້າ ຕະຫຼາດນັດ ສົ່ງເສີມພາກທຸລະກິດ ແລະ ການລົງທຶນ ການທ່ອງທ່ຽວ, ການຂົນສົ່ງ ແລະ ການຮ່ວມມືຂອງສະພາການຄ້າ ແລະ ອຸດສາຫະກຳ ຂອງລາວ ແລະ ກຳປູເຈຍ.
ສປປ ລາວ ເຫັນດີເປັນຢ່າງຍິ່ງເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດ ແລະ ສືບຕໍ່ແກ້ໄຂສິ່ງທ້າທາຍຮ່ວມກັນ ກຳ ນົດກາລະໂອກາດໃນຕໍ່ໜ້າ ເພື່ອເພີ່ມທະວີການຮ່ວມມືດ້ານເສດ ຖະກິດ ແລະ ການຄ້າ ຂອງສອງປະເທດໃຫ້ນັບມື້ນັບເຂັ້ມແຂງ ແລະ ຂະຫຍາຍຕົວຂຶ້ນໄປເລື້ອຍໆ.





