ກອງປະຊຸມຮ່ວມມືດ້ານເສດຖະກິດ ການຄ້າ ວັດທະນະທໍາ ແລະ ທ່ອງທ່ຽວ ລະຫວ່າງ ສປປ ລາວ ແລະ ແຂວງກຸ້ຍໂຈວ ແຫ່ງ ສປ ຈີນ ຈັດຂຶ້ນໃນຕອນບ່າຍວັນທີ 20 ພຶດສະພາ 2024 ທີ່ໂຮງແຮມແລນມາກ ແມ່ຂອງ ຣີເວີໄຊ໌, ນະຄອນຫລວງວຽງຈັນ ໂດຍມີ ທ່ານ ອຸເດດ ສຸວັນນະວົງ, ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ທ່ານ ຫຼີ ປີງຈິນ ເຈົ້າແຂວງກຸ້ຍໂຈວ ສປ ຈີນ, ພ້ອມດ້ວຍບັນດານັກທຸລະກິດຈາກ ສປປ ລາວ ແລະ ແຂວງກຸ້ຍໂຈວ, ສປ ຈີນ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການແນະນໍາກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ການຮ່ວມມືດ້ານເສດຖະກິດ, ການຄ້າ, ວັດທະນະທໍາ ແລະ ການທ່ອງທ່ຽວ ລະຫວ່າງ ແຂວງ ກຸ້ຍໂຈວ, ສປ ຈີນ ກັບ ສປປ ລາວ ໃນໄລຍະຜ່ານມາ ແລະ ທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ, ພ້ອມນີ້ ບັນດານັກທຸລະກິດຂອງສອງຝ່າຍໄດ້ນໍາສະເໜີກ່ຽວກັບສະພາບການດໍາເນີນທຸລະກິດພາຍໃນບໍລິສັດຂອງຕົນ, ພ້ອມທັງມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ໃນນີ້ ສະເພາະນັກທຸລະກິດຝ່າຍລາວໄດ້ສະເໜີຫລາຍບັນຫາຕໍ່ແຂວງກຸ້ຍໂຈ່ວ ໂດຍສະເພາະການຍົກເວັ້ນພາສີສິນຄ້ານໍາເຂົ້າຈາກລາວ, ການອໍານວຍຄວາມສະດວກດ້ານການຂົນສົ່ງສິນຄ້າ, ການທ່ອງທ່ຽວ ແລະ ອື່ນໆ.
ທ່ານ ສັງຄົມ ຈັນສຸກ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໃຫ້ສໍາພາດຕໍ່ສື່ມວນຊົນພາຍຫລັງສໍາເລັດການພົບວ່າ: ການພົບປະກັບ ທ່ານ ຫຼີ ປີງຈິນ ເຈົ້າແຂວງກຸ້ຍໂຈວ, ສປ ຈີນ ພ້ອມດ້ວຍຄະນະ ໃນຄັ້ງນີ້, ສອງຝ່າຍໄດ້ປຶກ ສາຫາລື ແລະ ແລກປ່ຽນກັນຫລາຍດ້ານ ເຊັ່ນ: ດ້ານການຂົນສົ່ງໂລຈິສຕິກ ໂດຍມີເສັ້ນທາງລົດໄຟລາວ-ຈີນ ຈາກນະຄອນຫລວງວຽງຈັນ ຫາ ແຂວງກຸ້ຍໂຈວ ທີ່ເປີດນໍາໃຊ້ແລ້ວເປັນໂຕຂັບເຄື່ອນທີ່ສໍາຄັນໃນການຮ່ວມມືດ້ານທຸລະກິດຂອງສອງຝ່າຍ, ທັງການຂົນສົ່ງສິນຄ້າ ຈາກລາວໄປແຂວງກຸ້ຍໂຈວ ແລະ ຈາກແຂວງກຸ້ຍໂຈວມາລາວ, ລວມເຖິງການຂົນສົ່ງຜູ້ໂດຍສານ ກໍຄື ນັກທ່ອງທ່ຽວ ເນື່ອງຈາກແຂວງກຸ້ຍໂຈວ ສາມາດເຊື່ອມໂຍງດ້ານໂລຈິສຕິກໄດ້ຫລາຍກວ່າ 80 ປະເທດທົ່ວໂລກ.
ຜ່ານການພົບປະກັນຄັ້ງນີ້ເຮັດໃຫ້ນັກທຸລະກິດຂອງລາວ ແລະ ແຂວງກຸ້ຍໂຈວ ໄດ້ພົບປະຫາລືກັນ ເຊິ່ງຈະເປັນຜົນດີຫລາຍໃນການຮ່ວມມືກັນເພື່ອດໍາເນີນທຸລະກິດໃນຕໍ່ໜ້າ, ໃນນີ້ ນັກທຸລະກິດລາວໄດ້ຮ້ອງຂໍຫລາຍຢູ່ຕໍ່ແຂວງກຸ້ຍໂຈ ເພື່ອເຮັດໃຫ້ການສົ່ງອອກສິນຄ້າກະສິກໍາຈາກລາວໄປແຂວງດັ່ງກ່າວສະດວກສະບາຍຫລາຍຂຶ້ນ. ນອກຈາກນີ້ ຈະປະກອບສ່ວນເຮັດໃຫ້ນັກທ່ອງທ່ຽວຈາກແຂວງດັ່ງກ່າວ ເດີນທາງມາທ່ຽວລາວຫລາຍຂຶ້ນ ໂດຍມີລົດໄຟລາວ-ຈີນ ເປັນໂຕຂັບເຄື່ອນທີ່ສໍາຄັນ ເພາະເຮັດໃຫ້ການເດີນທາງມີຄວາມສະດວກສະບາຍ.
ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໃຫ້ຮູ້ຕື່ມວ່າ: ສໍາລັບສິນຄ້າກະສິກໍາທີ່ລາວສະເໜີສົ່ງອອກໄປແຂວງກຸ້ຍໂຈວ ລວມມີ: ແປ້ງມັນຕົ້ນ, ຖົ່ວລຽນ ແລະ ອື່ນໆ. ສ່ວນສິນຄ້າທີ່ແຂວງກຸ້ຍໂຈວ ຈະສົ່ງມາລາວ ລວມມີ: ເຫລົ້າເໝົາຖາຍ, ສ່ວນປະກອບສໍາລັບຜະລິດປຸ໋ຍ ແລະ ອື່ນໆ.
ໃນກອງປະຊຸມຮ່ວມມືດ້ານເສດຖະກິດ ການຄ້າ ວັດທະນະທໍາ ແລະ ທ່ອງທ່ຽວ ລະຫວ່າງ ສປປ ລາວ ແລະ ແຂວງກຸ້ຍໂຈວ ແຫ່ງ ສປ ຈີນ ໃນຄັ້ງນີ້ ໄດ້ມີຫົວໜ່ວຍທຸລະກິດຈາກສອງຝ່າຍຫລາຍຫົວໜ່ວຍເຊັນສັນຍາໂຄງການຮ່ວມມືກັນ ເຊັ່ນ: ຄະນະຄຸ້ມຄອງເຂດປອດພາສີກວມລວມກຸ້ຍຢາງ, ຄະນະຄຸ້ມຄອງເຂດປອດພາສີກວມລວມຈຸນຢີ້ ແລະ ຄະນະຄຸ້ມຄອງເຂດປອດພາສີກວມລວມກຸ້ຍອານ ເຊັນສັນຍາກັບບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ກ່ຽວກັບຂອບການຮ່ວມມືຍຸດທະສາດ, ບໍລິສັດ ໂຮງງານຜະລິດເຫລົ້າມາວທາຍ ກຸ້ຍໂຈວ ເຊັນສັນຍາຮ່ວມມືກັບບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ແລະ ອື່ນໆ.










