ລາວ-ຈີນຈະຮ່ວມມືກັນກວດກາ ຢັ້ງຢືນຜະລິດຕະພັນກະສິກໍາປ່າໄມ້ ແລະ ສະບຽງອາຫານ
ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ ປ່າໄມ້ ແລະ ກຸ່ມບໍລິສັດ ກວດກາ ແລະ ຢັ້ງຢືນ ຈີນ ແຂວງກວາງຊີ ຈໍາກັດ ໄດ້ລົງນາມໃນສັນຍາຮ່ວມມືຍຸດທະ ສາດ ດ້ານການກວດກາ ແລະ ຢັ້ງຢືນ ຜະລິດຕະພັນກະສິກຳ ປ່າໄມ້ ແລະ ສະບຽງອາຫານ ເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງວຽງຈັນ ຮ່ວມລົງນາມໂດຍ ທ່ານ ບຸນເດດ ສຸດທະວິໄລ ຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ທ່ານ ແຢນຊ່ຽງສຸຍ ຜູ້ຕາງ ໜ້າກຸ່ມບໍລິສັດ ກວດກາ ແລະ ຢັ້ງຢືນຈີນ ປະຈຳພາກຕາເວັນຕົກສ່ຽງໃຕ້ ສປ ຈີນ ແລະ ເຊັນເປັນພະຍານຂອງທ່ານ ບຸນຈັນກົມ ບຸນຍະສິດ ຫົວໜ້າກົມປູກຝັງ ແລະ ທ່ານ ກາວີພອນ ພຸດທະວົງ ຫົວໜ້າກົມລ້ຽງສັດ ແລະ ການປະມົງ .
ເປົ້າໝາຍຂອງການເຊັນສັນຍາຄັ້ງນີ້, ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືສາກົນລະຫວ່າງສອງປະເທດໃນຂົງເຂດກະສິກໍາ ການຜະລິດກະສິກໍາເພື່ອຄໍ້າປະກັນດ້ານສະບຽງອາຫານ ແລະ ໂພຊະນາການ ການຜະລິດກະສິກໍາເພື່ອເປັນສິນຄ້າຊົມໃຊ້ພາຍໃນ ແລະ ສົ່ງອອກລະຫວ່າງສອງປະເທດໃນຂົງເຂດກະສິກໍາໃຫ້ເລິກເຊິ່ງ ແລະ ກວ້າງຂວາງ ຮ່ວມກັນສ້າງລະບົບຕິດຕາມກວດກາສິນຄ້າກະສິກຳປ່າໄມ້ ແລະ ສະບຽງອາຫານ ຢູ່ ສປປ ລາວ ບໍລິສັດ ກວດກາ ແລະ ຢັ້ງຢືນຈີນ ແຂວງກວາງຊີ ຈໍາກັດ (ສໍານັກງານໃຫຍ່ພາກຕາເວັນຕົກສ່ຽງໃຕ້ ສປ ຈີນ) ເປັນບໍລິສັດລູກລະດັບທໍາອິດຂອງກຸ່ມບໍລິສັດ CCIC ແລະ ເປັນ 1 ໃນ 8 ພາກພື້ນພາຍໃນຂອງກຸ່ມ CCIC ທີ່ມີສໍານັກງານໃຫຍ່ຕັ້ງຢູ່ເມືອງໜານໜິງ ແຂວງກວາງຊີ ທີ່ມີການຮ່ວມມືກັບຫຼາຍປະເທດ ແລະມີຂອບເຂດການບໍລິການກວມເອົາຂະແໜງກະສິກໍາ ອຸດສາຫະກໍາ ແລະ ຂະແໜງບໍລິການ ເພື່ອຮ່ວມມືກັບກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ຮ່ວມກັນສົ່ງເສີມການນຳໃຊ້ການບໍລິການ ຕິດຕາມແຫຼ່ງທີ່ມາ ການຢັ້ງຢືນການກວດກາ (TIC) ໃນການນຳເຂົ້າ ແລະ ສົ່ງອອກຜະລິດຕະພັນກະສິກຳ ປ່າໄມ້ ແລະ ສະບຽງອາຫານລາວ-ຈີນ ເພື່ອຮັບປະກັນຄຸນນະພາບຂອງຜະລິດຕະພັນ ຍົກສູງຄ່ານິຍົມຂອງຍີ່ຫໍ້ ສ້າງຄວາມໜ້າເຊື່ອຖືໃນການບໍລິໂພກ ແລະ ປະກອບສ່ວນເພື່ອການພັດທະນາການຄ້າທີ່ມີທ່ວງທ່າດີຂຶ້ນລະຫວ່າງສອງປະເທດ.
ທີ່ມາ: ວຽງຈັນໃໝ່



