ໃນວັນທີ 20 ມີນາ 2025 ໄດ້ມີພິທີເຊັນສັນຍາພັດທະນາໂຄງການໄຟຟ້າພະລັງງານລົມກຳລັງຕິດຕັ້ງ 450MW ຢູ່ເມືອງສິງ ແລະເມືອງລອງ, ແຂວງຫລວງນ້ຳທາ ແລະໄຟຟ້າພະລັງງານລົມກຳລັງຕິດຕັ້ງ 160 MW ຢູ່ເມືອງໄຊ, ແຂວງອຸດົມໄຊລະຫວ່າງລັດຖະບານລາວ ກັບບໍລິສັດຊີຈີເອັນເອເນີຈີເຕັກໂນໂລຊີ (ລາວ) ຈຳກັດ ທີ່ນະຄອນຫລວງວຽງຈັນ ໂດຍການເປັນສັກຂີພະຍານຂອງ ທ່ານສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ແລະ ທ່ານ ຫວາງຊາງ ອຸປະທູດສະຖານເອກອັກຄະລັດຖະ ທູດຈີນ ປະຈຳ ສປປລາວ. ໂຄງການດັ່ງກ່າວແມ່ນໂຄງການໄຟຟ້າພະລັງງານລົມໄລຍະທີ II ທີ່ຈະຊ່ວຍເສີມສ້າງໂຄງການໄຟຟ້າພະ ລັງງານແສງຕາເວັນ 1000 MW ໄລຍະທີ I ທີ່ໄດ້ເລີ່ມດຳເນີນການກໍ່ສ້າງໃນໄລຍະທີ່ຜ່ານມາໂດຍຈະຊ່ວຍເພີ່ມປະສິດທິພາບໃນການນຳໃຊ້ລະບົບສາຍສົ່ງໄຟຟ້າ ແລະພັດທະນາຖານພະລັງງານສະອາດແບບປະສົມປະສານຂະໜາດໃຫຍ່ໃຫ້ເຂັ້ມແຂງອີກບາດ ກ້າວໜຶ່ງ.
ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະບໍ່ແຮ່ ຂອງ ສປປ ລາວ ໄດ້ກ່າວໃນພິທີວ່າ: ໂຄງການຖານເຊື່ອມຕໍ່ພະລັງງານສະອາດຂອງຊີຈີເອັນຢູ່ພາກເໜືອຂອງລາວເປັນອີກໜຶ່ງຜົນສຳເລັດອັນໃຫຍ່ຂອງສອງປະເທດໃນການລົງເລິກການຮ່ວມມືຕົວຈິງ ແລະ ຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນ ທາງ” ສືບຕໍ່ຈາກໂຄງການທາງລົດໄຟລາວ-ຈີນ, ນອກນັ້ນຍັງເປັນໂຄງການພະລັງງານຍຸດທະສາດເພິ່ງພາອາໄສກັນກັບໂຄງການສາຍສົ່ງລາວ-ຈີນ 500 kV.
ທ່ານ ຈ່າງຊາວສຸນ ປະທານບໍລິຫານ ບໍລິສັດ ຈີຊີເອັນ ພະລັງ ງານສາກົນໄດ້ກ່າວວ່າ: ບໍລິສັດຈີຊີເອັນຈະສືບຕໍ່ຍຶດໝັ້ນໃນຫຼັກ ການ “ຮ່ວມຄິດ ຮ່ວມສ້າງ ຮ່ວມແບ່ງປັນ ” ແລະ ເພື່ອເປັນການຊຸກຍູ້ການພັດທະນາ-ການກໍ່ສ້າງ ໂຄງການຖານເຊື່ອມຕໍ່ພະລັງງງານສະອາດພາກເໜືອ ສປປ ລາວ ໃຫ້ມີຄຸນນະພາບສູງ; ນໍາໃຊ້ຄວາມໄດ້ປຽບຂອງພະລັງງານສົ່ງເສີມກັນ ແລະ ກັນ, ປະສົມປະ ສານການພັດທະນາພະລັງງານປະເພດຕ່າງໆເຊັ່ນ: ພະລັງແສງຕາເວັນ, ພະລັງງານລົມ, ພະລັງງງານຊີວະມວນ ແລະ ອື່ນໆເພື່ອຫຼຸດຜ່ອນຄວາມກົດດັນຕໍ່ຕາຂ່າຍໄຟຟ້າ ແລະ ປັບປຸງຜົນປະ ໂຫຍດທາງດ້ານເສດຖະກິດໂດຍລວມ; ສືບລົງເລິກການປະສານສົມທົບຂອງຕ່ອງໂສ້ອຸດສາຫະກຳ, ສະໜອງຄວາມໄດ້ປຽບດ້ານອຸປະກອນພະລັງງານໃໝ່, ເຕັກໂນໂລຊີ ແລະ ການບໍລິການ; ຊ່ວຍ ສປປ ລາວ ພັດທະນາຂະແໜງພະລັງງານສະອາດ; ບໍລິສັດຈະສືບຕໍ່ໃນການມີສ່ວນຮັບຜິດຊອບຕໍ່ສັງຄົມ ໂດຍສະເພາະການຈັດຕັ້ງ “ໂຄງການຫິ່ງຫ້ອຍເຮືອງແສງ”ທເປັນໂຄງການຕິດຕັ້ງໄຟເຍືອງທາງໃນຊຸມຊົນ, ປະກອບສ່ວນໃນວຽກງານປັບປຸງພື້ນຖານໂຄງລ່າງ, ການຝຶກອົບຮົມ ແລະ ສ້າງເຮັດງານທຳໃຫ້ປະຊາຊົນໃນທ້ອງຖິ່ນ; ຕັ້ງໜ້າຕອບສະໜອງຄໍາສະເໜີຂອງລັດຖະບານລາວໃນການຈັດຕັ້ງໂຄງການພະລັງງານສະອາດທີ່ເໝາະສົມຕາມຄວາມ ຕ້ອງການພະລັງງານຂອງທ້ອງຖິ່ນ ແລະ ເງື່ອນໄຂການກໍ່ສ້າງຕາ ຂ່າຍ, ປະສົມປະສານເຂົ້າໃນລະບົບຖານພະລັງງານສະອາດຂະ ໜາດໃຫຍ່ ເພື່ອຊ່ວຍພັດທະນາເສດຖະກິດ ແລະ ສັງຄົມຂອງ ສປປ ລາວ.
ທີ່ມາ: CMG






