ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ຈີນຮ່ວມກັນເປີດປ້າຍຖານຝຶກອົບຮົມພາສາຈີນສາກົນ ແລະຖານຄົ້ນຄວ້າລະດັບປະເທດ-ພາກພື້ນ

Feb 23, 2025

​ ວັນທີ 23 ກຸມພານີ້,ທ່ານ ເສີນກ່າງ ເລຂາພັກເຂດປົກຄອງຕົນເອງຊົນເຜົ່າຈວ້າງກວາງຊີ ສປ ຈີນ ພ້ອມດ້ວຍຄະນະ ແລະທ່ານນາງ ຟ່າງຫົງ ເອກອັກຄະລັດຖະທູດຈີນປະຈໍາລາວ ໄດ້ເດີນທາງຢ້ຽມຢາມ ແລະເຮັດວຽກຢູ່ສະຖາບັນຂົງຈື ມະຫາວິທະຍາ ໄລແຫ່ງຊາດລາວ, ເຊິ່ງໃຫ້ການຕ້ອນຮັບໂດຍທ່ານ ເດຊານຸລາດ ແສນດວງເດດ ວ່າການອະທິການບໍດີມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະອໍານວຍການສະຖາ ບັນຂົງຈືຢ່າງອົບອຸ່ນ.
​ ໃນໂອກາດນີ້, ຄະນະນໍາສອງຝ່າຍລາວ-ຈີນໄດ້ຮ່ວມກັນເປີດປ້າຍຖານຝຶກອົບ ຮົມພາສາຈີນສາກົນ ແລະຖານຄົ້ນຄວ້າລະດັບປະເທດ-ພາກພື້ນ ລະຫວ່າງມະຫາວິ ທະຍາໄລແຫ່ງຊາດລາວ ແລະມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ, ພ້ອມດຽວ ກັນນັ້ນ, ສອງຝ່າຍຍັງຮ່ວມກັນເປັນສັກຂີພິຍານໃນພິທີເຊັນສັນຍາມອບທຶນການສຶກສາໄລຍະສາມປີຂອງສະພາການຄ້າແຂວງກວາງຊີມອບໃຫ້ກັບສະຖາບັນຂົງຈື ມະ ຫາວິທະຍາໄລແຫ່ງຊາດ.
​ ທ່ານ ຄໍາຮຸ່ງ ຈັນທະວົງ ອໍານວຍການຝ່າຍລາວສະຖາບັນຂົງຈື້ໃຫ້ຮູ້ວ່າ: ຖານຝຶກອົບຮົມພາສາຈີນສາກົນ ແລະຖານຄົ້ນຄວ້າລະດັບປະເທດ-ພາກພື້ນ ທັງສອງເປັນເວທີຮ່ວມມື ແລະແລກປ່ຽນດ້ານການສຶກສາລະຫວ່າງປະເທດເຊັ່ນ ການຝຶກອົບຮົມຄູ-ນັກຮຽນ, ການສ້າງວິໄນ, ການພັດທະນາປຶ້ມແບບຮຽນ, ການຮ່ວມກັນຄົ້ນຄວ້າວຽກງານດ້ານວັດທະນະທໍາ, ແລະອື່ນໆ ລວມທັງການເຂົ້າເຖິງແຫຼ່ງທຶນຕ່າງໆໂດຍຜ່ານຖານດັ່ງກ່າວ ເພື່ອສົ່ງເສີມການສຶກສາສາກົນຂອງຈີນໃຫ້ຍືນຍົງ ແລະມີຄຸນນະ ພາບສູງ.
ໃນໂອກາດດັ່ງກ່າວ, ສະຫາຍ ເສີນກ່າງ ກໍ່ໄດ້ໂອ້ລົມ ແລະກ່າວຄໍາໃຫ້ກໍາລັງໃຈຕໍ່ຄູ ແລະອາຈານອາສາສະມັກຈີນ ທີ່ໄດ້ສະຫຼະຕົນເອງເຂົ້າໃນວຽກງານການຮຽນ-ການສອນຢ່າງຕັ້ງໜ້າ ເຊິ່ງເປັນການປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມຊາຕະກໍາຈີນ-ລາວໃຫ້ນັບມື້ພັດທະນາເຂົ້າສູ່ລວງເລິກ.
ທີ່ມາ: CMG FM93