ກົມປູກຝັງກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບຂະແໜງປູກຝັງ ພະແນກ ກະສິກໍາ ແລະ ປ່າໄມ້ ແຂວງຈໍາປາສັກ, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ໂພນທອງ ໄດ້ຕິດຕັ້ງກັບດັກແສງໄຟ (Light trap) ຢູ່ບ້ານອຸປະຫຼາດ ເມືອງໂພນທອງ ຊຶ່ງເປັນແຂວງທີ 8 ໃນ ປະເທດລາວ ເມື່ອວັນທີ 20 ມິຖຸນາ 2025, ແລະ ເປັນຈຸດທໍາອິດ ຂອງ ແຂວງຈໍາປາສັກ ເພື່ອຕິດຕາມເຝົ້າລະວັງແມງໄມ້ສັດຕູພືດ.
ກັບດັບແສງໄຟດັ່ງກ່າວ ນອນຢູ່ໃນແຜນການຈັດຕັ້ງປະຕິບັດຂອງໂຄງການຮ່ວມມືຫ້ອງທົດລອງລາວ – ຈີນ ໂດຍໄດ້ຮັບການສະໜັບສະໜູນ ທາງດ້ານວິຊາການ ແລະ ງົບປະມານ ຈາກສະຖາບັນຄົ້ນຄ້ວາວິທະຍາສາດປ້ອງກັນພືດ ສປ ຈີນ. ທ່ານ ບຸນຊູ ສຸດມາລີ ຮອງຫົວໜ້າກົມປູກຝັງ ກ່າວວ່າ: ໃນການຕິດຕັ້ງກັບດັກແສງໄຟ ເຂົ້າໃນການຕິດຕາມເຝົ້າລະວັງສັດຕູພືດຂອງເຂົ້າ, ສາລີ, ມັນຕົ້ນ, ພືດຜັກ ແລະ ໝາກໄມ້ ກໍ່ເພື່ອເກັບກຳຂໍ້ມູນ, ເກັບຕົວຢ່າງມາວິໄຈ ຫາຊະນິດສັດຕູພືດທີ່ສໍາຄັນ, ລວມທັງຊອກຫາວິທີທາງໃນການປ້ອງກັນ ແລະ ກຳຈັດໃຫ້ທ່ວງທັນກັບສະພາບການ ໂດຍສະເພາະສັດຕູພືດທີ່ສໍາຄັນຄື: ບົ້ງຝູງ ສາລີ, ບົ້ງເຈາະຝ່າຍ, ບົ້ງກັດຄໍຮວງເຂົ້າ, ບົ້ງຝູງຢາສູບ, ບົ້ງຮໍາໃບ, ບົ້ງເຈາະໝາກຖົ່ວລຽນ, ເພ້ຍຈັກຈັ່ນສີນໍ້າຕານ, ຕັກແຕນຝູງໄມ້ປ່ອງ ແລະ ອື່ນໆ. ພາຍຫຼັງຕິດຕັ້ງກັບດັກແສງໄຟສໍາເລັດ ກໍ່ໄດ້ມອບ ແລະ ແນະນໍາວິທີການນໍາໃຊ້ ກັບດັກແສງໄຟ ໃຫ້ວິຊາການຜູ້ຮັບຜິດຊອບ ເພື່ອໃຫ້ມີຄວາມພ້ອມໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ.
ທີ່ມາ: ປະຊາຊົນ



