ລາວ-ຈີນ ລົງນາມການຮ່ວມມືດ້ານມາດຕະຖານກະສິກຳ

ວັນທີ 20 ຕຸລາ 2024 ຜ່ານມາທີ່ນະຄອນໜານໜິງ ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ, ສປ ຈີນໄດ້ມີພິທີລົງນາມບົດ ບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານມາດຕະຖານກະສິກຳລາວ-ຈີນ (ກວາງຊີ) ພ້ອມທັງຮ່ວມກັນເປີດໂຄງການສ້າງມາດຕະຖານກະສິກຳລາວ-ຈີນ (ກວາງຊີ) ແລະເປີດປ້າຍສະຖານີມາດຕະຖານກະສິກຳລາວ-ຈີນ (ກວາງຊີ)ຂື້ນຢ່າງເປັນທາງ ການ.
ຕາງໜ້າຝ່າຍລາວ ລົງນາມໂດຍ ທ່ານ ບຸນຈັນ ກົມບຸນຍະສິດ, ຫົວໜ້າກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ຕາງ ໜ້າຝ່າຍຈີນ ລົງນາມໂດຍທ່ານ ລີ ເຊີ, ຫົວໜ້າກົມຕິດຕາມ ແລະຄຸ້ມຄອງການຕະຫຼາດເຂດປົກຄອງຕົນເອງ ເຜົ່າຈວ້າງກວາງຊີ ແລະ ທ່ານ ເຊີນ ກິງຣູ, ປະທານສະພາການຄ້າ ກວາງຊີ ປະຈຳ ສປປ ລາວ.
ຈຸດປະສົງໃນການລົງນາມບົດບັນທຶກການຮ່ວມມືໃນຄັ້ງນີ້ ເພື່ອຍົກສູງດ້ານປະລິມານ ແລະ ຄຸນນະພາບຜົນຜະລິດພືດ ໃນ ສປປ ລາວ ແລະ ຊຸກຍູ້ການຜະລິດກະສິກໍາ ຕິດພັນກັບການປຸງແຕ່ງ ສົ່ງອອກ ໃຫ້ນັບມື້ນັບຫລາຍຂຶ້ນໃນຕໍ່ໜ້າ,ໂດຍສະເພາະແມ່ນລົງເລິກການຊຸກຍູ້ ແລະສົ່ງເສີມການລົງທຶນເຂົ້າໃນຂະແໜງ ການກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດ.
ທີ່ມາ: CMG FM93





