ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ຈີນ ລົງນາມພັດທະນາສູນວິໄຈອາຫານ ແລະ ຢາ

Sep 17, 2024

ພິທີເຊັນບົດບັນທຶກພັດທະນາສູນວິໄຈອາຫານ ແລະ ຢາແຫ່ງຊາດ ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ກະຊວງສາທາລະນະສຸກ ລະຫວ່າງ ທ່ານ ຈັນສະພາ ປາມະນີວົງ ຫົວໜ້າ ສູນວິໄຈອາຫານ ແລະ ຢາ ແລະ ທ່ານ ກົງໃຈ ໄຊຍະຮັກ, ຜູ້ຈັດການທົ່ວໄປ ບໍລິສັດ ເຄທີ ພັດທະນາການລົງທຶນ ຈໍາກັດ ໂດຍການເປັນສັກຂີພິຍານຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ຈ້າວ ເວີນຢຸຍ, ທີ່ປຶກສາທາງດ້ານການຄ້າ ສະຖານທູດ ສປຈີນ, ປະຈໍາ ສປປ ລາວ.
ຈຸດປະສົງເພື່ອສ້າງເປັນສູນວິໄຈອາຫານ ແລະ ຢາ, ສາມາດວິໄຈອາຫານ ແລະ ຢາ, ເຄື່ອງສໍາອາງ, ເຄື່ອງມືທາງການແພດ, ອຸປະກອນ ເຄມີອັນຕະລາຍຮັບໃຊ້ໃນຄົວເຮືອນ ການນໍາໃຊ້ພືດທີ່ເປັນຢາຈາກທໍາມະຊາດ ແລະ ເຜາະປູກຂຶ້ນຢູ່ ສປປ ລາວ, ເພື່ອຜະລິດເປັນຢາສົ່ງຂາຍໄປສປ ຈີນ ແລະ ປະເທດອື່ນໆ ໃຫ້ມີຄວາມຍືນຍົງ.
ທີ່ມາ: ສູນຂ່າວສານການແພດ ແລະ ສຸຂະສຶກສາ