ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ຈີນ ລົງນາມຮ່ວມມືກໍ່ສ້າງສູນການຮ່ວມມືດ້ານນະວັດຕະກໍາປັນຍາປະດິດ

Apr 21, 2025

ລາວ-ຈີນ ລົງນາມຮ່ວມມືກໍ່ສ້າງສູນການຮ່ວມມືດ້ານນະວັດຕະກໍາປັນຍາປະດິດ
ພິທີລົງນາມສັນຍາຮ່ວມມື ດ້ານນະວັດຕະກໍາປັນຍາປະດິດ ລາວ-ຈີນ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ບໍລິສັດ China-ASEAN Information Habor ຈໍາກັດ ແລະ ບໍລິສັດ ALO Technology ໄດ້ຈັດຂຶ້ນ ເມື່ອຕົ້ນເດືອນເມສາຜ່ານມາ ທີ່ ສູນອິນເຕີເນັດແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ,ກົມ, ສູນ, ອົງການພາຍໃນກະຊວງ, ມີຜູ້ຕາງໜ້າຄະນະກໍາມະການຮ່ວມມືລາວ-ຈີນ ແລະ ພາກສ່ວນບໍລິສັດເຂົ້າຮ່ວມ.
ຈຸດປະສົງຂອງການລົງນາມຮ່ວມມືໃນຄັ້ງນີ້ ແມ່ນເພື່ອຮ່ວມມືການກໍ່ສ້າງ ແລະ ດໍາເນີນງານຂອງ ສູນການຮ່ວມມື ນະວັດຕະກໍາປັນຍາປະດິດ ລາວ-ຈີນ ຊຶ່ງຈະຮ່ວມກັນສ້າງພື້ນຖານໂຄງລ່າງການປະມວນຜົນຂອງປັນຍາປະດິດ ແລະ ພື້ນຖານລະບົບຂໍ້ມູນພາສາລາວຂະໜາດໃຫຍ່, ສຸມໃສ່ສ້າງຕົວແບບປັນຍາປະດິດດ້ານອຸດສາຫະກໍາ ໃນຂົງເຂດການແພດ, ກະສິກໍາ, ການສຶກສາ, ການຄ້າ ແລະ ຂະແໜງການອື່ນໆ; ພ້ອມທັງສົມທົບກັນ ຜັນຂະຫຍາຍບັນດາໂຄງການຝຶກອົບຮົມກໍ່ສ້າງຜູ້ທີ່ມີຄວາມສາມາດໃນທ້ອງຖິ່ນ. ການລົງນາມໃນສັນຍາຮ່ວມມືຄັ້ງນີ້ ໄດ້ສະແດງໃຫ້ເຫັນວ່າ ການຮ່ວມມືດ້ານປັນຍາປະດິດ ລາວ-ຈີນ ໄດ້ກ້າວເຂົ້າສູ່ໄລຍະການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ທັງຍັງໄດ້ໃຫ້ການສະໜັບສະໜູນຢ່າງເຂັ້ມແຂງໃນການພັດທະນາເສດຖະກິດດີຈີຕອນ ຂອງ ສປປ ລາວ.
ຮ່ວມລົງນາມຮ່ວມມືໃນຄັ້ງນີ້ ຕາງໜ້າຝ່າຍ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍ ທ່ານ ພວງປະເສີດ ແກ້ວສຸວັນ ຫົວໜ້າຫ້ອງການ, ທ່ານ ປອ ທະວີສັກ ມະໂນທຳ ຫົວໜ້າສູນບໍລິຫານລັດດີຈີຕອນ ແລະ ຝ່າຍບໍລິສັດ ໂດຍ ທ່ານ (ຈອງ ແນັງ) Zhong neng ປະທານບໍລິສັດ China-ASEAN Information Harbor ຈໍາກັດ ແລະ ທ່ານ ອານຸສອນ ພົນອາມາດ ບໍລິສັດ ALO Technology, ໂດຍໃຫ້ກຽດເປັນສັກຂີພິຍານຂອງ ທ່ານ ບໍ່ວຽງຄຳ ວົງດາລາ ແລະ ບັນດາທ່ານທີ່ເຂົ້າຮ່ວມ.
ຂ່າວ: ສຸກສະຫວັນ, ຂໍ້ມູນ-ພາບ: ກຕສ