ລາວ-ຈີນ ສືບຕໍ່ຮ່ວມກັນສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະແຮ່ທາດ ຢູ່ 3 ແຂວງຂອງລາວ

ເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໄດ້ມີພິທີເຊັນບົດ ບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະ ແຮ່ທາດ ມາດຕາສ່ວນ 1:50.000 ຢູ່ 3 ແຂວງຄື: ຫຼວງພະບາງ, ແຂວງວຽງຈັນ ແລະແຂວງໄຊຍະບູລີ ໃນເນື້ອທີ່ 1.454,73 ກິໂລຕາແມັດ ລະຫວ່າງ ກົມທໍລະນີສາດ ແລະ ແຮ່ທາດ, ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ແລະ ພະແນກທໍລະນີສາດ ແຂວງເຫີໜານ ສປ ຈີນ ຜ່ານລະບົບອອນລາຍ, ຝ່າຍລາວລົງນາມໂດຍທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ, ຝ່າຍ ຈີນ ລົງນາມໂດຍທ່ານ ສື ຢິງຈຸນ ຫົວໜ້າພະແນກ ທໍລະນີສາດ ແຂວງເຫີໜານ, ໂດຍການເປັນສັກຂີ່ພິຍານການເຂົ້າຮ່ວມຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານແລະບໍ່ແຮ່ ແລະ ທ່ານ ຫຼີວ ຢຸ້ຍຈຽງ ຮອງເຈົ້າ ແຂວງເຫີໜານ ສປ ຈີນ.
ທ່ານ ໂພໄຊ ໄຊຍະສອນ ໄດ້ກ່າວວ່າ: ການຮ່ວມມືສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະແຮ່ທາດ ມາດຕາສ່ວນ 1:50.000 ໃນຄັ້ງນີ້ ນອກຈາກຈະເປັນການຮ່ວມມືສຶກສາທາງດ້ານທ່າແຮງກ່ຽວກັບຊັບພະຍາກອນແຮ່ທາດແລ້ວ ຍັງເປັນການຊຸກຍູ້ສົ່ງເສີມ ສ້າງຄວາມເຂັ້ມແຂງທາງດ້ານວິຊາການ ແລະແລກປ່ຽນບົດຮຽນດ້ານວິຊາການທໍລະນີສາດ ແລະແຮ່ທາດ ຂອງສອງຊາດ ລາວ- ຈີນ ໂດຍສະເພາະ ພະແນກທໍລະນີສາດ ແຂວງເຫີໜານ ສປ ຈີນ ກັບກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ໃຫ້ເຂັ້ມແຂງ ແລະ ກວ້າງຂວາງຫຼາຍຂຶ້ນ ທັງເປັນການຊຸກຍູ້ ການຈັດຕັ້ງແຜນຍຸດທະ ສາດການພັດທະນາແຮ່ທາດຮອດປີ 2030 ແລະ ສອດຄ່ອງຕາມວິໃສທັດການພັດທະນາແຮ່ທາດຂອງລາວຮອດ ປີ 2040 ເປັນການຈັດຕັ້ງຜັນຂະຫຍາຍສາຍພົວພັນມິດຕະພາບສອງຊາດ ລາວ-ຈີນ ຈີນ-ລາວ ໂດຍສະເພາະການຊຸກຍູ້ສົ່ງເສີມນະໂຍບາຍ ສ້າງໜຶ່ງແລວໜຶ່ງເສັ້ນທາງ ທີ່ມີຄຸນນະພາບສູງ ໃຫ້ຖືກຈັດຕັ້ງຜັນຂະຫຍາຍໃນທຸກຂົງເຂດການຮ່ວມມືວຽກງານສອງຊາດລາວ-ຈີນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເທື່ອລະກ້າວ.
ທີ່ມາ: ສູນຂ່າວພະລັງງານ ແລະ ບໍ່ແຮ່




