ກົມສົ່ງເສີມການຄ້າ ແລະ ຫັດຖະກຳ (ສຄຫ) ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ເຊັນສັນຍາກັບ ບໍລິສັດ ຊວນເຢ ລາວ ຈໍາກັດຜູ້ດຽວ ເພື່ອສືບຕໍ່ໃຫ້ວຽກງານການຮ່ວມມືພັດທະນາ ແລະ ການບໍລິການ ສູນວາງສະແດງການຮ່ວມມືເສດຖະກິດ ແລະ ການຄ້າ ທີ່ເມືອງຢາງຟູ ນະຄອນຊຽງໄຮ້ ສປ ຈີນ ຮັບປະກັນການ ສ້າງເວທີດ້ານການຮ່ວມມືສົ່ງເສີມການຄ້າ ແລະ ເສດຖະກິດ ທີ່ລາວ-ຈີນ ໃຫ້ມີໝາກຜົນ ແລະ ບັນລຸໄດ້ຕາມເປົ້າໝາຍ.
ພິທີເຊັນສັນຍາດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 10 ພຶດສະພາ ຜ່ານມາ ທີ່ຫ້ອງປະຊຸມ ສຳນັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງ ອຄ ໂດຍການລົງນາມເຊັນສັນຍາ ລະຫວ່າງ ທ່ານ ວິທູນ ສິທິມໍລະດາ ຫົວໜ້າກົມ ສຄຫ ແລະ ທ່ານ ໂຈ ເຈິ້ງ ຢູ ຕາງໜ້າບໍລິສັດ ຊວນເຢ ລາວ.
ສູນວາງສະແດງການຮ່ວມມືເສດຖະກິດ ແລະ ການຄ້າລາວ ແຫ່ງນີ້ ເປັນການຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງການປົກຄອງປະຊາຊົນເຂດຢາງຟູ ກັບ ກົມສົ່ງເສີມການຄ້າ ໃນການສ້າງເວທີດ້ານການຮ່ວມມືສົ່ງເສີມການຄ້າ ແລະ ເສດຖະກິດ ທີ່ໄດ້ລົງນາມກັນໃນວັນທີ 6 ພະຈິກ 2022
ໂດຍການລົງທຶນປັບປຸງການກໍ່ສ້າງ, ການຕົບແຕ່ງ ແມ່ນອົງການປົກຄອງປະຊາຊົນເຂດຢາງຟູເປັນຜູ້ຮັບຜິດຊອບທັງໝົດ ເພື່ອມອບໃຫ້ກະຊວງ ອຄ ຂອງລາວ ນໍາໃຊ້ ແລະ ຍົກເວັ້ນຄ່າເຊົ່າໃນໄລຍະ 5 ປີ. ບໍລິສັດ ຊວນເຢ ລາວ ເປັນຜູ້ປະສານງານ, ອຳນວຍຄວາມສະດວກ, ເຮັດວຽກໃນການອອກແບບຕົບແຕ່ງ ແລະ ໄດ້ ຮັບການແຕ່ງຕັ້ງຈາກກະຊວງ ອຄ ໃນວັນທີ 21 ພະຈິກ 2023 ໃນນາມຜູ້ຕາງໜ້າດຳເນີນງານສູນວາງສະແດງ. ການປັບປຸງກໍ່ສ້າງ, ຕົບແຕ່ງສູນວາງສະແດງ ໄດ້ເຮັດສຳເລັດ ໂດຍໃຊ້ເວລາພຽງແຕ່ 49 ວັນ ແລະ ໄດ້ຈັດພິທີເປີດໂຕເປັນທາງການໃນວັນທີ 17 ພະຈິກ 2023. ສູນວາງສະແດງ ມີ 7 ຫ້ອງ ໃນເນື້ອທີ່ 765 ຕາແມັດ, ຕັ້ງຢູ່ບໍລິເວນຂອງ ຊຽງໄຮ້ ແຟຊັນເຊັນເຕີ ຊຶ່ງເປັນເຂດທ່ອງທ່ຽວ ແລະ ກຳລັງມີການພັດທະນາຕົວເມືອງ, ມີຄວາມເໝາະສົມໃນການຈັດງານ ຫຼື ກິດຈະກຳສຳຄັນໄດ້ຕະຫຼອດປີ.




