ໃນວັນທີ 13 ພະຈິກ 2024 ໄດ້ມີການຈັດພິທີເປີດກອງປະຊຸມສໍາມະນາໃນຮູບ ແບບຫຼາຍຝ່າຍໃນຫົວຂໍ້: “ການຍົກລະດັບຂີດຄວາມສາມາດຄັງປັນຍາລະດັບສູງສໍາລັບບັນດາປະເທດອາຊຽນ” ທີ່ນະຄອນຫລວງວຽງຈັນ. ເຂົ້າຮ່ວມງານຄັ້ງນີ້,ຝ່າຍລາວນໍາໂດຍ ທ່ານ ນາງ ແສງເດືອນ ໄຊຍະສອນ ຮອງຫົວໜ້າຫ້ອງການ ຄະນະກໍາມະການ ຮ່ວມມື ລາວ-ຈີນ ແລະ ຝ່າຍຈີນນຳໂດຍ ທ່ານ Yang Rui Hua ຫົວໜ້າພະແນກການເງິນ, ສະຖາບັນອາຊີວະສຶກສາການຄ້າຕ່າງປະເທດ ແຂວງຫູໜານ ພ້ອມດ້ວຍສໍາມະນາກອນຈາກປະເທດອາຊຽນເຂົ້າຮ່ວມ.
ທ່ານ ນາງ ແສງເດືອນ ໄຊຍະສອນ ໄດ້ກ່າວວ່າ: ຫຼັກສູດການຝຶກອົບຮົມໃນຄັ້ງນີ້ມີຈຸດປະສົງເພື່ອຍົກສູງຄວາມອາດສາມາດຂອງອາຊຽນ ແລະເປັນການຖອດຖອນ ເອົາບົດຮຽນອັນຍອດຍິ່ງຈາກ ສປ ຈີນ ,ເຊິ່ງຮຽກຮ້ອງໃຫ້ມີການວິເຄາະວິໄຈຢ່າງລະ ອຽດເພາະເປັນຈຸດສໍາຄັນປຽບເໝືອນຂົວເຊື່ອມຕໍ່ລະຫວ່າງການວິໄຈ ແລະການກໍານົດນະໂຍບາຍເພື່ອນໍາເອົາໄປປະຕິບັດຕົວຈິງໃຫ້ເກີດດອກອອກຜົນ ໂດຍສະເພາະແມ່ນໃນສະພາບປັດຈຸບັນທີ່ມີການປ່ຽນແປງດ້ານເຕັກໂນໂລຊີ, ດ້ານການເມືອງ ແລະ ສິ່ງທ້າທາຍຕ່າງໆໃນໂລກ.
ກອງປະຊຸມຄັ້ງນີ້ຖືເປັນຄັ້ງທໍາອິດທີ່ຈັດຢູ່ ສປປ ລາວ ເຊິ່ງໄດ້ຮັບການສະໜັບ ສະໜູນຈາກກະຊວງການຄ້າ ສປ ຈີນ, ຈັດຕັ້ງປະຕິບັດໂດຍສະຖາບັນອາຊີວະສຶກສາການຄ້າຕ່າງປະເທດ ແຂວງຫູໜານ, ຜ່ານການປະສານງານ ແລະ ອໍານວຍຄວາມສະດວກຈາກຫ້ອງການເສດຖະກິດ-ການຄ້າ ສະຖານທູດຈີນປະຈໍາລາວ ແລະ ຫ້ອງ ການຄະນະກໍາມະການຮ່ວມມືລາວ-ຈີນ ກະຊວງແຜນການ ແລະການລົງທຶນ.
ກອງປະຊຸມແມ່ນດຳເນີນໄປເປັນເວລາ 9 ວັນ, ນັບຕັ້ງແຕ່ວັນທີ 13-22 ພະຈິກ 2024.
ຂ່າວ: CMG FM93





