ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ຈີນ ເພີ່ມທະວີການຮ່ວມມືດ້ານຍຸຕິທຳ

Nov 22, 2024

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການແລກປ່ຽນ ແລະ ຮ່ວມມືລະຫວ່າງກະຊວງຍຸຕິທຳແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳແຫ່ງ ສປ ຈີນ ເອີ້ນວ່າ “ຄູ່ສັນຍາທັງສອງຝ່າຍ” ໄດ້ຈັດຂຶ້ນໃນວັນທີ 21 ພະຈິກນີ້ ທີ່ນະຄອນ ຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ.
ຮ່ວມລົງນາມຄັ້ງນີ້, ຕາງໜ້າຝ່າຍລາວເຊັນໂດຍທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທຳ ສປປ ລາວແລະ ຝ່າຍ ສປ ຈີນ ເຊັນໂດຍທ່ານ ຫວັງ ເຈີ້ນຈຽງ ຮອງລັດຖະ ມົນຕີກະຊວງຍຸຕິທຳ ສປ ຈີນ. ການ ເຊັນບົດບັນທຶກຄວາມເຂົ້າ ໃຈຄັ້ງນີ້ ເພື່ອລົງເລິກ ແລະ ຂະຫຍາຍການຮ່ວມມືທາງດ້ານກົດ ໝາຍ ແລະ ຍຸຕິທຳ ເພື່ອສ້າງກອບການຮ່ວມມືໃນຂົງເຂດກົດໝາຍ ແລະ ຍຸຕິທຳລະຫວ່າງ ສປ ຈີນ ແລະ ສປປ ລາວ.
ສຳລັບຂົງເຂດການຮ່ວມມື2ຝ່າຍລະຫວ່າງລາວ-ຈີນໃນວຽກ ງານຍຸຕິທຳຄັ້ງນີ້ລວມມີ,ການຮ່າງ ແລະ ການປັບປຸງກົດ ໝາຍ ແລະ ລະບຽບການ;ການປະຕິບັດຄໍາຕັດສິນຂອງສານ; ການຄຸ້ມ ຄອງວິຊາຊີບຂອງທະນາຍຄວາມ ແລະ ທະບຽນສານ;ການຊ່ວຍ ເຫຼືອທາງດ້ານກົດໝາຍ;ການແກ້ໄຂຂໍ້ຂັດແຍ່ງໂດຍທາງເລືອກລວມທັງການຕັດສິນດ້ວຍກຳມະການ,ການໄກ່ເກ່ຍ ແລະ ການ ແກ້ໄຂທາງດ້ານບໍລິຫານ; ການຄຸ້ມຄອງການປະຕິບັດງານຂອງສະຖາບັນ ແລະ ການສົ່ງ ເສີມທາງດ້ານວິຊາ ການແລະການສ້າງຂີດຄວາມສາມາດໃຫ້ແກ່ພະນັກງານຄຸ້ມຄອງຄວາມຍຸຕິທຳ;ການໃຫ້ການບໍລິການ ທາງດ້ານກົດໝາຍໃຫ້ແກ່ປະຊາຊົນແລະອື່ນໆ.