ໂດຍຕອບສະໜອງຕາມຄໍາເຊີນ ຂອງຄະນະພັກ-ຄະນະນໍາ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ, ຄະນະຜູ້ແທນຂັ້ນສູງ ຂອງກະຊວງຍຸຕິທໍາ ແຫ່ງ ສປ ຈີນ ນໍາໂດຍ ທ່ານ ຫວັງ ເຈີ້ນຈຽງ, ຮອງລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 20-23 ພະຈິກ 2024.
ກອງປະຊຸມພົບປະສອງຝ່າຍ ຂອງຄະນະຜູ້ແທນຂັ້ນສູງ ຂອງສອງກະຊວງ ໄດ້ຈັດຂຶ້ນທີ່ໂຮງແຮມແລນມາກ ແມ່ຂອງ ລີເວີໄຊ, ນະຄອນຫຼວງວຽງຈັນ, ຝ່າຍລາວນໍາໂດຍ ທ່ານ ເກດສະໜາ ພົມມະຈັນ, ຮອງລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ແລະ ຝ້າຍ ສປ ຈີນ ນຳໂດຍ ທ່ານ ຫວັງ ເຈີ້ນຈຽງ, ຮອງລັດ ຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ.
ສອງຝ່າຍໄດ້ປຶກສາຫາລື ແລກປ່ຽນຄໍາຄິດຄໍາເຫັນ ນໍາກັນ ໃນ 4 ຫົວຂໍ້ ເປັນຕົ້ນແມ່ນ ວຽກງານກົດໝາຍ ທີ່ກ່ຽວຂ້ອງກັບຕ່າງປະເທດ, ກົດໝາຍ ວ່າດ້ວຍເສດຖະ ກິດ ແລະ ການຄ້າຕ່າງປະເທດ, ການບໍລິການທາງດ້ານກົດໝາຍ, ກົນໄກການຮ່ວມມືດ້ານກົດໝາຍ ແລະ ຍຸຕິທໍາ ຂອງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.
ສອງຝ່າຍ ໄດ້ແລກປ່ຽນປະສົບການຂອງສອງປະເທດ ໃນຂະບວນຊຸກຍູ້ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ. ໃນໂອກາດດຽວກັນນີ້ ຄະນະຜູ້ແທນຂັ້ນສູງກະຊວງຍຸຕິທໍາ ສປ ຈີນ ກໍໄດ້ເຊື້ອເຊີນ 2 ຄະນະຜູ້ແທນຂັ້ນກົມ ຂອງກະຊວງຍຸຕິທໍາ ສປປ ລາວ ເຂົ້າຮ່ວມກອງປະຊຸມ ເພື່ອປຶກສາຫາລືການຮ່ວມມືທາງດ້ານກົດໝາຍ ແລະ ຍຸຕິທໍາ ຂອງ 6 ປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ຈະໄດ້ຈັດຂຶ້ນ ພາຍໃນເດືອນ 12 (ທັນວາ) 2024 ນີ້ ທີ່ນະຄອນນານໜິງ, ເຂດປົກຄອງຕົນເອງ ເຜົ່າຈວງກວາງຊີ ແລະ ກໍເພື່ອກະກຽມກອງປະຊຸມກອງປະຊຸມ ລັດຖະມົນຕີກົດໝາຍ ແລະ ຍຸຕິທໍາ ຂອງກອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ຈະໄດ້ຈັດຂຶ້ນ ພາຍໃນປີ 2025 ທີ່ ສປ ຈີນ ແລະ ເຊື້ອເຊີນ ທ່ານລັດຖະມົນຕີ, ຮອງລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ພ້ອມຄະນະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຍຸຕິທໍາ ໃນກອບກົນໄກການຮ່ວມມືດ້ານກົດໝາຍ ແລະ ຍຸຕິທໍາ ຂອງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊຶ່ງຈະໄດ້ຈັດຂຶ້ນ ພາຍໃນປີ 2025 ທີ່ ສປ ຈີນ.
ພາຍຫຼັງ ກອງປະຊຸພົບປະສອງຝ່າຍສິ້້ນສຸດ, ໄດ້ມີພິທີ ລົງນາມບົດບັນທຶກການຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືທາງດ້ານກົດໝາຍ ລະຫວ່າງ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທໍາ ແຫ່ງ ສປ ຈີນ ແນໃສ່ເພີ່ມທະວີຄວາມເຂົ້າໃຈ ຊຶ່ງກັນ ແລະ ກັນທາງດ້ານກົດໝາຍ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມການສ້າງສາ ພັດທະນາເສດຖະກິດ-ສັງຄົມ.
ໃນໄລຍະເຄື່ອນໄຫວຢ້ຽມຢາມ ສປປ ລາວ ຄັ້ງນີ້, ຄະນະຜູ້ແທນຂັ້ນສູງ ຂອງກະຊວງຍຸຕິທໍາ ສປ ຈີນ ກໍໄດ້ເຂົ້າຢ້ຽມຄໍານັບ ພົບປະກັບ ຄະນໍາຂອງສານປະຊາຊົນສູງສຸດ, ປະທານອົງການໄອຍະການປະຊາຊົນສູງສຸດ, ຄະນໍາຂອງ ກໍາມະທິການກົດ ໝາຍ ຂອງສະພາແຫ່ງຊາດ, ຄະນະນໍາ ກະຊວງ ອຸດສາຫະກໍາ ແລະ ການຄ້າ ເພື່ອແນ່ໃສ ເສີມຂະຫຍາຍສາຍພົວພັນຮ່ວມມື ມິດຕະພາບທີ່ມີມູນເຊື້ອອັນດີງາມຂອງສອງຊາດ ລາວ-ຈີນ ທີ່ມີມາແຕ່ດົນນານນັ້ນ ໃຫ້ເກີດດອກອອກຜົນ ຍິ່ງໆຂຶ້ນ. ຫຼັງຈາກນັ້ນ, ຄະນະ ໄດ້ໄປທ່ຽວຊົມສະຖານສໍາຄັນທາງປະຫວັດສາດຈໍານວນໜຶ່ງ ພາຍໃນນະຄອນຫຼວງວຽງຈັນ ອີກດ້ວຍ.
ຂ່າວ-ພາບ: ກະຊວງຍຸຕິທຳ






