ກອງປະຊຸມສົນທະນາ ວ່າດ້ວຍການຮ່ວມມືສື່ມວນຊົນລາວ-ຢຸນນານ ຈັດຂຶ້ນໃນວັນທີ 6 ກັນຍາ 2025 ຢູ່ນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນ ຝ່າຍລາວນໍາໂດຍ ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄນາອົບຮົມສູນກາງພັກ(ຄອສພ), ປະທານສະພາທິດສະດີສູນກາງພັກ ແລະ ຝ່າຍຈີນ ນໍາໂດຍ ທ່ານ ນາງ ເຈີ່ງ ຢ້ຽນ (Zeng Yan) ຫົວໜ້າຄະນະໂຄສະນາອົບຮົມຄະນະພັກ ແຂວງຢຸນນານ ພ້ອມຄະນະຜູ້ແທນສອງຝ່າຍ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືໃນວຽກງານຕ່າງໆ ກໍຄື ວຽກງານສື່ມວນຊົນໃນໄລຍະຜ່ານມາ ໂດຍສະເພາະການຮ່ວມມືອັນແໜ້ນແຟ້ນໃນຫລາຍດ້ານ ເປັນຕົ້ນ ການແລກປ່ຽນຂໍ້ມູນຂ່າວສານ ໂດຍການສ້າງຕັ້ງສະຖານນີວິທະຍຸສາກົນຈີນ ຂຶ້ນຢູ່ ສປປ ລາວ ເປັນຄັ້ງທຳອິດ ແລະ ເປັນແຫ່ງທຳອິດໃນອາຊີຕາເວັນອອກສ່ຽງໃຕ້ ພາຍໃຕ້ການເປັນປະທານເປີດນຳໃຊ້ຢ່າງເປັນທາງການຂອງຜູ້ນຳທັງສອງປະເທດ ກໍຄື ທ່ານ ຈູມມະລີ ໄຊຍະສອນ ອະດີດປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ສີ ຈິ້ນ ຜິງ ປະທານປະເທດແຫ່ງ ສປ ຈີນ.

ພ້ອມນີ້, ສອງຝ່າຍຍັງໄດ້ຮ່ວມມືກັນສ້າງສາລະຄະດີແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ສ້າງລາຍການໂທລະ ພາບແປພາສາມື, ໂຄສະນາ ໃຫ້ແກ່ເສັ້ນທາງລົດໄຟລາວ-ຈີນ ໜຶ່ງແລວ ໜຶ່ງເສັ້ນທາງ ຜ່ານສື່ສິ່ງພິມ ແລະ ສື່ເອເລັກໂຕຣນິກ, ຮ່ວມຈັດຝຶກອົບຮົມບຸກຄະລາກອນໄລະຍະສັ້ນຂຶ້ນຫລາຍຄັ້ງ. ນອກນັ້ນ, ກໍໄດ້ສົ່ງພະນັກງານຈາກສຳນັກສື່ຕ່າງໆຂອງລາວ ມາປະຈຳການຢູ່ ສປ ຈີນ ເປັນແຕ່ລະໄລຍະ, ໄດ້ຮ່ວມກັບໂທລະພາບຢຸນນານ ສ້າງຕັ້ງບໍລິສັດບໍລິ ການໂທລະພາບໃຊ້ສາຍ ແລະ ບໍ່ໃຊ້ສາຍຢູ່ລາວ ໃນປີ 2007 ຊຶ່ງໄດ້ຮັບຄວາມນິຍົມສູງຈາກຜູ້ຊົມໃນ ສປປ ລາວ, ທັງພ້ອມກັນພັດທະນາ ແລະ ນໍາໃຊ້ເຕັກໂນໂລຊີໃໝ່ ເຊັ່ນ: ນໍາໃຊ້ປັນຍາປະດິດ ໃນການແລກປ່ຽນຂໍ້ມູນຂ່າວສານຢ່າງຕໍ່ເນື່ອງໃນໄລຍະໃໝ່. ພ້ອມນັ້ນ, ຍັງໄດ້ຍົກໃຫ້ເຫັນການເຄື່ອນໄຫວວຽກງານການທີ່ພົ້ນເດັ່ນ ໃນການຮ່ວມມືລະຫວ່າງ ສື່ມວນຊົນລາວ-ຈີນ ໃນໄລຍະທີ່ຜ່ານມາ.
ສອງຝ່າຍຍັງຢືນຢັນຈະສືບຕໍ່ໃຫ້ການຮ່ວມມືໃນອະນາຄົດ ໃນວຽກງານແລກປ່ຽນຂ່າວສານ ແລະ ເນື້ອໃນ, ການຝຶກອົບຮົມ ແລະ ແລກປ່ຽນບຸກຄະລາກອນ, ການນຳໃຊ້ເຕັກໂນໂລຊີໃໝ່, ການຕອບຕ້ານຂ່າວປອມ ແລະ ສົ່ງເສີມຄວາມປອດໄພດ້ານຂໍ້ມູນຂ່າວສານ, ການສ້າງເຄືອຂ່າຍສື່ມວນຊົນພາກພື້ນ, ການສົ່ງເສີມການຮຽນຮູ້ພາສາ ແລະ ວັດທະນະທຳ ຕື່ມອີກ.
ຂ່າວ-ພາບ: ກະຕ່າຍ ມາກໂນຊາ


