ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນ ໂຄງການສະໜອງທຶນການສຶກສາໃນການພັດທະນາຊັບພະນາກອນມະນຸດ ໃຫ້ແກ່ ສປປ ລາວ ມູນຄ່າ 420 ລ້ານເຢນ.

Jun 25, 2025

ໃນຕອນເຊົ້າຂອງວັນທີ 25 ມິຖຸນາ 2025 ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ ໂຄງການສະໜອງທຶນການສຶກສາໃນການພັດທະນາຊັບພະນາກອນມະນຸດ ຈາກ ລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ (The Project for Human Resource Development Scholarship) ມູນຄ່າ 420 ລ້ານ ເຢນ, ເຊິ່ງ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ໂຄອິຊຸມິ ຊຶໂຕະມຸ (Mr. KOIZUMI Tsutomu), ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ຕາງໜ້າລັດຖະບານຍີ່ປຸ່ນ ເປັນຜູ້ລົງນາມ, ໂດຍມີພາກສ່ວນກຽວຂ້ອງສອງຝ່າຍ ລາວ ແລະ ຍີ່ປຸ່ນ ເຂົ້າຮ່ວມເປັນສັກຂີພິຍານ.
ຕະຫຼອດໄລຍະ 25 ປີ ທີ່ຜ່ານມາ, ການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ໃນການສະໜອງທຶນການສຶກສາ ເພື່ອການພັດທະນາຊັບພະນາກອນມະນຸດ (ຫຼື ທຶນການສຶກສາ JDS) ໄດ້ຍົກລະດັບຂີດຄວາມສາມາດ ຂອງພະນັກງານລັດຖະກອນໜຸ່ມຂອງລາວ ຫຼາຍກວ່າ 500 ຄົນ ໃນການສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກໃນຫຼາກຫຼາຍສາຂາວິຊາ ເປັນຕົ້ນແມ່ນ ການບໍລິຫານລັດ, ເສດຖະກິດ, ການພົວພັນສາກົນ, ກະສິກຳ ແລະ ສິ່ງແວດລ້ອມ ແລະ ອື່ນໆ ຢູ່ ບັນດາມະຫາວິທະຍາໄລທີ່ມີຊື່ສຽງຂອງຍີ່ປຸ່ນ, ເຊິ່ງພະນັກງານລັດຖະກອນລາວທີ່ໄດ້ຮັບທຶນການສຶກສາດັ່ງກ່າວ ໄດ້ນໍາເອົາຄວາມຮູ້, ບົດຮຽນ ແລະ ປະສົບການທີ່ຫຼາກຫຼາຍຈາກປະເທດຍີ່ປຸ່ນ ຜັນຂະຫຍາຍ ແລະ ໝູນໃຂ້ເຂົ້າໃນການປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ ກໍຄືການສືບຕໍ່ສ້າງສາ ແລະ ພັດທະນາ ສປປ ລາວ ເປັນແຕ່ລະໄລຍະ. ນອກຈາກນີ້, ຕະຫຼອດໄລຍະຫຼາຍປີຜ່ານມາ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຍັງໄດ້ສະໜັບສະໜູນ ແລະ ຮ່ວມມືຊ່ວຍເຫຼືອ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນແມ່ນ ການພັດທະນາໂຄງລ່າງພື້ນຖານ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກໍາ-ປ່າໄມ້ ແລະ ອື່ນໆ. ພິເສດ ການຊ່ວຍເຫຼືອຢ່າງທັນການ ຢູ່ ຂົງເຂດທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ແລະ ການເກັບກູ້ລະເບີດທີ່ບໍ່ທັນແຕກຕົກຄ້າງ (UXO) ຢູ່ ສປປ ລາວ. ສະເພາະຂົງເຂດການພັດທະນາຊັບພະຍາກອນມະນຸດ ແມ່ນໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາຂະແໜງການສຶກສາ ເປັນຕົ້ນແມ່ນ ການກໍ່ສ້າງ ແລະ ສ້ອມແປງໂຮງຮຽນຢູ່ເຂດຫ່າງໄກສອກຫຼີກ, ການປັບປຸງສູນພັດທະນາຄູຂັ້ນແຂວງ ກໍຄືການປັບປຸງສະພາບແວດລ້ອມການສຶກສາ, ການສະໜອງອຸປະກອນການສຶກສາທີ່ຈຳເປັນ, ການສະໜອງທຶນການສຶກສາ ແລະ ອື່ນໆ.
ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ຟອງສະໝຸດ ອັ່ນລາວັນ ກໍ່ໄດ້ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມືຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະຜ່ານມາ, ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໄດ້ຮັບການຍົກລະດັບຂຶ້ນເປັນກ້າວໆ ແລະ ຈະນໍາໃຊ້ການຊ່ວຍເຫຼືອທຶນການສຶກສາຄັ້ງນີ້ໃຫ້ເກີດຜົນປະໂຫຍດສູງສຸດ, ພ້ອມທັງສະແດງຄວາມຫວັງວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບການສະໜັບສະໜູນ ແລະ ການຮ່ວມມືຢ່າງຕໍ່ເນື່ອງໃນຊຸມປີຕໍ່ໜ້າ ແລະ ສະແດງຄວາມພ້ອມໃນການເຮັດວຽກຮ່ວມກັບຝ່າຍຍີ່ປຸ່ນ ເພື່ອສືບຕໍ່ຈັດບັນດາກິດຈະກໍາຮ່ວມການສະເຫຼີມສະຫຼອງສາຍພົວພັນທາງການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ໃນປີ 2025 ນີ້ ໃຫ້ມີບັນຍາກາດ ແລະ ມີເນື້ອໃນ, ລວມທັງການສືບຕໍ່ຜັນຂະຫຍາຍການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຍີ່ປຸ່ນ ທີ່ໄດ້ຮັບການຍົກລະດັບໃນທ້າຍເດືອນມັງກອນ 2025 ທີ່ຜ່ານມາ ໃຫ້ເປັນຮູບປະທໍາ ແລະ ເລິກເຊິ່ງ ໃນຊຸມປີຕໍ່ໜ້າ.
ໃນຂະນະດຽວກັນ, ທ່ານ ເອກອັກຄະຣາຊະທູດ ໂຄອິຊຸມິ ຊຶໂຕະມຸ ກໍ່ໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍ່ຄື ການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນໄປ ເພື່ອນໍາເອົາຜົນປະໂຫຍດສູງສຸດ ມາສູ່ ປະຊາຊົນສອງຊາດ ຍີ່ປຸ່ນ ແລະ ລາວ ໃນຕໍ່ໜ້າ.