TimeOut ເຊິ່ງເປັນສື່ທີ່ມີຊື່ສຽງຂອງປະເທດອັງກິດ ແລະ ເປັນສື່ທີ່ລາຍງານກ່ຽວກັບທຸລະກິດການທ່ອງທ່ຽວ, ອາຫານ, ທີ່ພັກ, ວັດທະນາທໍາ ໄດ້ລາຍງານກ່ຽວກັບ 15 ປະເທດທີ່ມີຄ່າໃຊ້ຈ່າຍໃນການເດີນທາງທ່ອງທ່ຽວຖືກທີ່ສຸດໃນໂລກ ໃນປີ 2025 ຫຼື The Cheapest Countries to Visit in 2025, ຜົນປະກົດອອກມາວ່າ: ສປປ ລາວເປັນອັນດັບ 1 ທີ່ມີຄ່າໃຊ້ຈ່າຍໃນການທ່ອງທ່ຽວ ພຽງແຕ່ 10,31 ໂດລາ/ຄົນ/ມື້ ເທົ່ານັ້ນ.
ອັນດັບສອງແມ່ນ ປະເທດ ກາຊັກສະຖານ ລາຍຈ່າຍແມ່ນ 18 ໂດລາ/ຄົນ/ມື້, ແລະ ອັນດັບ 3 ແມ່ນ Rwanda ລາຍຈ່າຍ 21 ໂດລາຕໍ່/ຄົນ/ມື້.
ລາຍລະອຽດການຈັດອັນດັບ ມີດັ່ງນີ້:
1. Laos
2. Kazakhstan
3. Rwanda
4. Ghana
5. Mongolia
6. Armenia
7. Burkina Faso
8. Georgia
9. Mali
10. Myanmar
11. Haiti
12. Malawi
13. India
14. Nepal
15. Serbia






