ວັນທີ 19 ຕຸລາ 2024 ນີ້, ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ອາສະລາກ ເຊັມ ຈາຄັອບເຊັນ ສະມາຊິກລັດຖະສະພາ ແຫ່ງ ຣາຊະອານາຈັກນອກແວ ໃນໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ 45 ທີ່ ສປປ ລາວ ເປັນເຈົ້າພາບ.
ໂອກາດນີ້, ທ່ານ ສັນຍາ ປຣະເສີດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ພົບປະເຮັດວຽກກັບ ທ່ານ ອາສະລາກ ເຊັມ ຈາຄັອບເຊັນ ພ້ອມດ້ວຍຄະນະ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນເສີມຂະຫຍາຍການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກນອກແວ ໃຫ້ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ໂດຍສະເພາະ ລະຫວ່າງ ສອງອົງການນິຕິບັນຍັດ ຂອງ 2 ປະເທດ; ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ນັບແຕ່ສອງຝ່າຍສ້າງສາຍພົວພັນການທູດນຳກັນ ໃນວັນທີ 12 ພະຈິກ 1991 ເຖິງປັດຈຸບັນຄົບຮອບ 33 ປີ, ການພົວພັນຮ່ວມມືລະຫວ່າງສອງປະເທດ ໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ການພົວພັນດ້ານການຄ້າ-ການລົງທຶນ ໃນຂະແໜງອຸດສາຫະກຳ ແລະ ຫັດຖະກຳ, ຂະແໜງໄຟຟ້ານ້ຳຕົກ; ສ່ວນດ້ານການຄ້າ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກນອກແວ ແມ່ນຍັງໜ້ອຍ ຖ້າທຽບໃສ່ປະເທດອື່ນໆ. ສິນຄ້າຫລັກໃນການສົ່ງອອກໄປປະເທດນອກແວ ແມ່ນປະເພດເຄື່ອງນຸ່ງຫົ່ມ ແລະ ເກີບໜັງ. ສ່ວນສິນຄ້ານໍາເຂົ້າຫລັກ ປະກອບມີປະເພດເຄື່ອງກົນຈັກ, ເຄື່ອງຕາຊັງ, ຜະລິດຕະພັນ-ອຸປະກອນເຄື່ອງໄຟຟ້າ ແລະ ອື່ນໆ. ນອກຈາກນີ້, ນອກແວ ຍັງໄດ້ໃຫ້ການຊ່ວຍເຫລືອຫລາຍຂະແໜງການ ເປັນຕົ້ນ ການຊ່ວຍເຫລືອເກັບກູ້ລະເບີດທີ່ຍັງບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ການພັດທະນາພະລັງງານໄຟຟ້າ, ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສົ່ງເສີມຂະແໜງເອກະຊົນຂອງລາວ ໃນໄລຍະເສດຖະກິດຂ້າມຜ່ານ, ການພັດທະນາຂະແໜງການສັງຄົມ, ການສຶກສາຂັ້ນພື້ນຖານ ແລະ ສາທາລະນະສຸກຂັ້ນພື້ນຖານອື່ນໆ. ໃນນັ້ນ, ຍັງໃຫ້ການຊ່ວຍເຫລືອໃນຂົງເຂດ ເປັນແຜນງານບຸລິມະສິດຂອງລັດຖະບານ ສະໜັບສະໜູນ ສປປ ລາວ ໃຫ້ບັນລຸເປົ້າໝາຍ ສະຫັດສະວັດ ແລະ ຫລຸດພົ້ນອອກຈາກ ການເປັນປະເທດດ້ອຍພັດທະນາໃນປີ 2026.
ພ້ອມນີ້, ທ່ານ ສັນຍາ ປຣະເສີດ ຍັງແຈ້ງໃຫ້ຮູ້ວ່າ: ປັດຈຸບັນ, ສປປ ລາວ ພວມດຳເນີນການປັບປຸງລັດຖະທຳມະໜູນ ສະບັບປີ 2015 ຄາດວ່າຈະໄດ້ການພິຈາລະນາ ແລະ ຮັບຮອງເອົາ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕົ້ນປີ 2025 ທີ່ ຈະມາເຖິງນີ້ ແລະ ສະພາແຫ່ງຊາດລາວ ຊຸດທີ IX ກໍຫ້າງຫາກະກຽມໃຫ້ແກ່ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງຕົນ.
ສຳລັບທິດທາງຮ່ວມມືໃນຕໍ່ໜ້າ, ສະເໜີໃຫ້ຊຸກຍູ້ສອງອົງການນີຕິບັນຍັດລາວ-ນອກແວ ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ, ກຳມາທິການ, ຄະນະເລຂາທິການ ແລະ ຄະນະມິດຕະພາບລັດຖະສະພາຂອງສອງປະເທດ ຢ່າງເປັນປົກກະຕິນໍາກັນ; ສະເໜີໃຫ້ຊຸກຍູ້ ແລະ ສົ່ງເສີມໃຫ້ລັດຖະບານຂອງສອງປະເທດ ຈົ່ງເອົາໃຈໃສ່ໃນການຈັດຕັ້ງປະຕິບັດການຕົກລົງເຫັນດີນໍາກັນໃຫ້ມີປະສິດທິຜົນດີ; ສືບຕໍ່ຮ່ວມມື, ຊ່ວຍເຫລືອ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.
ທ່ານ ສັນຍາ ປຣະເສີດ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອ ຂອງ ລັດຖະບານ ແລະ ປະຊາຊົນນອກແວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອດ້ານຕ່າງໆ ໃຫ້ແກ່ ສປປ ລາວ ຕະຫລອດໄລຍະຜ່ານມາ ໂດຍຜ່ານອົງການ NORAD, ອົງການ ສະຫະປະຊາຊາດ ເພື່ອການພັດທະນາ (UNDP), ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ (NGOs) ແລະ ອື່ນໆ
ຂ່າວ: ກິດຕາ
ພາບ: ຕຸໄລເພັດ


