ວັນທີ 26 ພະຈິກ 2024 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງ ອຄ ໄດ້ຕ້ອນຮັບການເຂົ້າພົບປະຂອງທ່ານ ຝຣັ່ງຊົວ ຄໍບິນ ຜູ້ແທນພິເສດຂອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຢູໂລບປະເທດຝຣັ່ງ ພ້ອມຄະນະໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ.
ໂອກາດນີ້ທ່ານຮອງລັດຖະມົນຕີກະຊວງ ອຄ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງການມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວຄັ້ງນີ້ ເຊິ່ງການພົບປະຄັ້ງນີ້ ທ່ານຮອງລັດຖະມົນຕີໄດ້ມີຄໍາເຫັນ ແລກປ່ຽນໃນວຽກງານທີ່ມີຄວາມສຳຄັນເປັນຕົ້ນສະພາບການພັດທະນາເສດຖະກິດ-ສັງຄົມ ຂອງລາວໃນຜ່ານມາ ໂດຍລວມ ແລະ ຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນບັນຫາກ່ຽວກັບຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ ອັດຕາແລກປ່ຽນຜັນຜວນ ອັດຕາເງິນເຟີ້ສູງ ລາຄານໍ້າມັນ ແລະ ສິນຄ້າອຸປະໂພກບໍລິໂພກສູງ ການເຕີບໂຕທາງດ້ານການຄ້າສອງຝ່າຍປີ 2019-2023 ອີງຕາມໂຕເລກເລກການຄ້າສອງຝ່າຍ ການຮ່ວມມືດ້ານວິຊາການທີ່ກະຊວງ ອຄ ໄດ້ສະເໜີຂໍຊ່ຽວຊານຈາກປະເທດຝຣັ່ງ ເພື່ອມາຊ່ວຍສ້າງແຜນແມ່ບົດໃນການພັດທະນາ ແລະ ສົ່ງເສີມການຜະລິດ ແລະ ປຸງແຕ່ງກະສິກຳຢູ່ລາວ ຜົນສຳເລັດຂອງການເປັນປະທານອາຊຽນຂອງລາວ ໂດຍສະເພາະຜົນສຳເລັດຂອງກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 56 ແລະ ກອງປະຊຸມປິ່ນອ້ອມອື່ນໆທີ່ກ່ຽວຂອງໃນໄລຍະການເປັນປະທານອາຊຽນ ຂອງລາວ 2024.
ທ່ານ ຝຣັ່ງຊົວ ຄໍບິນ ໄດ້ມີຄໍາເຫັນແລກປ່ຽນໃນວຽກງານທີ່ມີຄວາມສຳຄັນຄື: ເຫັນໄດ້ຄວາມສຳຄັນຂອງ ລາວໃນການມີສ່ວນຮ່ວມໃນການພັດທະນາ ແລະ ສົ່ງເສີມວຽກງານຂອງອາຊຽນເປັນຕົ້ນດ້ານເສດຖະກິດການຄ້າ ແລະ ການລົງທຶນ ການຮ່ວມມືໃນດ້ານວິຊາການໃນຜ່ານເຫັນໄດ້ວ່າມີຄວາມແໜ້ນແຟ້ນເປັນຕົ້ນດ້ານການສຶກສາ ກະສິກຳ ພະລັງງານ ແລະ ພະລັງງານສະອາດ ເປັນຕົ້ນໄຟຟ້າ ແລະ ເຂື່ອນນໍ້າເທີນ 2 ທີ່ເປັນຕົວແບບ ຝຣັ່ງໂກໂຟນີ ແລະ ພາກທຸລະກິດ ການສ້າງໂຄງການຕ່າງຂ່າຍໄຟຟ້າ ແລະ ສາຍສົ່ງເພື່ອສົ່ງອອກໄຟຟ້າໄປຍັງປະເທດສະມາຊິກອາຊຽນ ແລະ ປະເທດເພື່ອນບ້ານຂອງລາວ ເຊິ່ງລັດຖະບານຝຣັ່ງຈະໃຫ້ການຊ່ວຍເຫຼືອດ້ານເຕັກນິກ ແລະ ວິຊາການ ແລະ ເຕັກໂນໂລຊີທີ່ກ່ຽວຂ້ອງ ການຮ່ວມມືການທ່ອງທ່ຽວ ມໍລະດົກ bio-diversity ກະສິກໍາ ເຊິ່ງລັດຖະບານໄດ້ໃຫ້ຄວາມສົນໃຈ ແລະ ສະໜັບສະໜູນ ການຊ່ວຍເຫຼືອທາງດ້ານຊ່ຽວຊານ ໃນວຽກງານອຸດສາຫະກຳປຸງແຕ່ງສິນຄ້າກະສິກຳທີ່ກະຊວງ ອຄ.
ທີ່ມາ: ວຽງຈັນໃໝ່



