ລາວ-ມົງໂກລີ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ.

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ນາງ ບັດເຊເຊັກ ບັດເມິງ (H.E. Mrs. BATTSETSEG BATMUNKH), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມົງໂກລີ, ພະນະທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມົງໂກລີ ຢ່າງເປັນທາງການ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ແລະ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ເວທີປຶກສາຫາລືຂອບການຮ່ວມມືອາຊີຕາເວັນອອກ-ອາເມລິກາລາຕິນ (FEALAC) ຄັ້ງທີ 10 ໃນລະຫວ່າງວັນທີ 19-23 ສິງຫາ 2025.
ໃນຕອນບ່າຍຂອງວັນທີ 20 ສິງຫາ 2025, ທີ່ ກະຊວງການຕ່າງປະເທດ ແຫ່ງ ມົງໂກລີ, ພະນະທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນໂດຍ ພະນະທ່ານ ນາງ ບັດເຊເຊັກ ບັດເມິງ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມົງໂກລີ ແລະ ໄດ້ມີການພົບປະສອງຝ່າຍຢ່າງເປັນທາງການ.
ໃນໂອກາດດັ່ງກ່າວ, ພະນະທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນ ເນື່ອງໃນໂອກາດວັນຊາດ ແຫ່ງ ມົງໂກລີ ຄົບຮອບ 819 ປີ ພ້ອມທັງສະແດງຄວາມຊົມເຊີຍ ພະນະທ່ານ ນາງ ບັດເຊເຊັກ ບັດເມິງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມົງໂກລີ ອີກຄັ້ງໜຶ່ງ ໃນເດືອນມິຖຸນາ 2025 ທີ່ຜ່ານມາ ແລະ ຖືໂອກາດນີ້ ເຊື້ອເຊີນລັດຖະມົນຕີຕ່າງປະເທດມົງໂກລີ ຢ້ຽມຢາມ ສປປ ລາວ ໃນເວລາທີ່ສອງຝ່າຍມີຄວາມສະດວກ. ນອກຈາກນີ້, ສອງຝ່າຍ ໄດ້ແຈ້ງສະພາບການພົ້ນເດັ່ນຢູ່ພາຍໃນປະເທດຂອງຕົນໃຫ້ກັນ ແລະ ກັນຊາບ ພ້ອມທັງໄດ້ຕີລາຄາສູງຕໍ່ບັນດາຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມທີ່ສອງປະເທດຍາດມາໄດ້ ໃນຕະຫຼອດໄລຍະຜ່ານມາ ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ມົງໂກລີ ທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຢ່າງຕໍ່ເນື່ອງ ຕະຫຼອດໄລຍະ 63 ປີຜ່ານມາ, ເຊິ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດໃນໄລຍະຜ່ານມາ, ອັນພົ້ນເດັ່ນແມ່ນ ການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ຂອງ ພະນະທ່ານ ຄູເຣລສຸກຄ໌ ໂອຄະນາ (H.E. Khurelsukh Ukhnaa), ປະທານາທິບໍດີ ແຫ່ງ ມົງໂກລີ ໃນປີ 2023 ແລະ ການຢ້ຽມຢາມລັດຖະກິດ ຢູ່ ມົງໂກລີ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໃນປີ 2024 ຜ່ານມາ. ສອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ມົງໂກລີ ຍັງໄດ້ຕີລາຄາສູງ ແລະ ເຫັນດີຊຸກຍູ້ການຮ່ວມມືລະຫວ່າງສອງພັກ, ສອງກະຊວງການຕ່າງປະເທດ, ລັດຖະສະພາ ແລະ ການປ້ອງກັນປະເທດ, ເສດຖະກິດ, ວັດທະນະທໍາ, ການທ່ອງທ່ຽວ, ກະສິກໍາ, ສາທາລະນະສຸກ, ການເຊື່ອມໂຍງ ແລະ ເຊື່ອມຈອດທາງລົດໄຟ ແລະ ການບິນ ແລະ ອື່ນໆ ທີ່ພວມໄດ້ຮັບການສົ່ງເສີມ ແລະ ຂະຫຍາຍຕົວເປັນກ້າວ. ພ້ອມດຽວກັນນີ້, ສອງຝ່າຍໄດ້ເຫັນດີຈະສືບຕໍ່ຊຸກຍູ້ຂະ ແໜງການທີ່ກ່ຽວຂ້ອງຂອງສອງຝ່າຍ ໃນການຈັດຕັ້ງປະຕິບັດບັນດາເອກະສານທີ່ໄດ້ລົງນາມຮ່ວມກັນ ໃນໄລຍະຜ່ານມາ ໃຫ້ປະສົບຜົນສໍາເລັດຢ່າງເປັນຮູບປະທໍາ ພ້ອມທັງສືບຕໍ່ຊຸກຍູ້ການແລກປ່ຽນຢ້ຽມຢາມການນໍາຂັ້ນສູງ ຂອງສອງປະເທດ ໃຫ້ມີບາດກ້າວຂະຫຍາຍຕົວເຂົ້າສູ່ລ່ວງເລີກ ແລະ ມີໝາກຜົນຍິ່ງໆຂື້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ມົງໂກລີ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບເເຜນການຍົກລະດັບສາຍພົວພັນລະຫວ່າງສອງປະເທດ ໃນອະນາຄົດ, ການຈັດກິດຈະກຳຮ່ວມກັນ ເພື່ອສະເຫຼີມສະຫຼອງຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການລະຫວ່າງສອງປະເທດ ໃນປີ 2027 ກໍຄື ການສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.
ໃນໂອກາດນີ້, ພະນະທ່ານ ນາງ ບັດເຊເຊັກ ບັດເມິງ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມົງໂກລີ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງຢ້ຽມຢາມທາງການຄັ້ງນີ້ ຊຶ່ງເປັນຄັ້ງທໍາອິດຂອງ ພະນະທ່ານ ທອງສະຫວັນ ພົມວິຫານ ພາຍຫຼັງໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນທ້າຍປີ 2024 ຜ່ານມາ ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ໂດຍສະເພາະ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເພື່ອຮັດແຫນ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ມົງໂກລີ-ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ຂ່າວ-ພາບ : ກົມການຂ່າວ, ກະຊວງການຕ່າງປະເທດ





