ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອະນຸພາກພື້ນແມ່ນໍ້າຂອງ (GMS) ຄັ້ງທີ 8, ກອງປະຊຸມ ສຸດຍອດ ກໍາປູເຈຍ- ລາວ- ມຽນມາ-ຫວຽດນາມ (CLMV) ຄັ້ງທີ 11 ແລະ ເປັນປະທານກອງປະຊຸມສຸດຍອດຂອບ ຍຸດທະສາດການຮ່ວມມືດ້ານເສດຖະ ກິດ ແມ່ນໍ້າອິຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ຄັ້ງທີ 10 ໃນລະ ຫວ່າງວັນທີ 6-7 ພະຈິກ 2024 ທີ່ ນະຄອນຄຸນໝິງ ສປ ຈີນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ພົນເອກ ອາ ວຸໂສ ມິນ ອອງ ລາຍ ປະທານສະພາ ບໍລິຫານແຫ່ງລັດ, ນາຍົກ ລັດຖະມົນຕີ ແຫ່ງ ສສ ມຽນມາ ເພື່ອປຶກສາຫາລືໃນການສືບຕໍ່ເສີມຂະຫຍາຍການພົວພັນ ຮ່ວມມື.
ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ ເຮືອນຄຽງທີ່ດີ ລະ ຫວ່າງ ສອງປະເທດ ລາວ-ມຽນມາ ແລະ ມຽນມາ-ລາວ, ທັງສະ ແດງຄວາມເຊື່ອໝັ້ນວ່າ ການ ພົບປະລະຫວ່າງ ສອງນາຍົກ ລາວ -ມຽນມາ ໃນຄັ້ງນີ້ ຈະເປັນການປະກອບສ່ວນຮັດແໜ້ນສາຍພົວພັນ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອນໍາຜົນປະໂຫຍດອັນສຸງສຸດມາສູ່ປະຊາຊົນ ສອງປະເທດ ໃຫ້ນັບມື້ນັບຫລາຍຂຶ້ນ; ສອງຝ່າຍໄດ້ເປັນເອກະ ພາບກັນ ແລະ ມອບໃຫ້ກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ມຽນມາ ປຶກສາຫາລືບັນດາກິດຈະກໍາຕ່າງໆ ເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນ ການທູດ ຄົບຮອບ 70 ປີ ໃນປີ 2025, ພ້ອມທັງປຶກສາຫາລືການພົວພັນຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ແມ່ນ ການຮ່ວມມືດ້ານຊາຍແດນ, ແຮງງານ, ພະລັງງານ, ການຄ້າ-ການລົງທຶນ, ການເຊື່ອມໂຢງ-ເຊື່ອມຈອດ, ການທ່ອງ ທ່ຽວ ແລະ ອື່ນໆ.
ນອກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບສະພາບການໃນພາກພື້ນ ແລະ ສາກົນທີ່ສອງ ຝ່າຍມີຄວາມສົນໃຈ ຮ່ວມກັນ.
ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ





