ລາວ-ມຽນມາ ສືບຕໍ່ຮ່ວມມືວຽກງານປ້ອງກັນຄວາມສະຫງົບ

ກອງປະຊຸມຮ່ວມມືສອງຝ່າຍ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ແຫ່ງ ສສ ມຽນມາ ປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 22 ມັງກອນ 2025 ຢູ່ກະຊວງປ້ອງກັນຄວາມ ສະຫງົບ, ໂດຍການເປັນປະທານຮ່ວມຝ່າຍລາວ ນໍາໂດຍ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຝ່າຍ ມຽນມາ ນໍາໂດຍ ທ່ານ ພົນໂທ ຢາ ເພ ລັດຖະມົນຕີກະຊວງພາຍໃນ ແຫ່ງ ສສ ມຽນມາ, ມີເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສສ ມຽນມາ ແລະ ຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງສໍາລັບສອງຝ່າຍ ເພື່ອຮ່ວມມືກັນຮັກສາຄວາມສະຫງົບ ໂດຍສະເພາະ ແມ່ນການແກ້ໄຂບັນຫາອາຊະ ຍາກຳຂ້າມຊາດ ເພື່ອສ້າງເງື່ອນໄຂອັນດີໃຫ້ປະຊາຊົນສອງຊາດ ລາວ-ມຽນມາ ທີ່ດຳ ລົງຊີວິດຢູ່ລຽບຕາມຊາຍແດນ, ສາມາດໄປມາຫາສູ່, ຄ້າຂາຍຮ່ວມກັນຢ່າງເປັນປົກ ກະຕິ, ກາຍເປັນເຂດຊາຍແດນທີ່ມີຄວາມສະຫງົບ ແລະ ພັດທະນາ.
ສໍາລັບການຮ່ວມມືລະຫວ່າງສອງກະຊວງ ໃນໄລຍະຜ່ານມາ ເຫັນວ່າສອງປະ ເທດໄດ້ພົບກັບຄວາມຫຍຸ້ງຍາກຫຼາຍປະການ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງສອງປະເທດ ໄດ້ມີການພົວພັນປະສານສົມທົບ ເພື່ອແກ້ໄຂບັນຫາຮ່ວມກັນຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ ເປັນຕົ້ນ: ສອງຝ່າຍໄດ້ແລກປ່ຽນຂໍ້ມູນ-ຂ່າວສານ, ສະພາບ ການເຄື່ອນໄຫວ, ກົນອຸບາຍຂອງພວກຄົນບໍ່ດີ ທີ່ເປັນອັນຕະລາຍຕໍ່ສະຖຽນລະພາບ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ແລະ ການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ; ສອງຝ່າຍ ໄດ້ຮ່ວມມືຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃນປີ 2022-2024 ເປັນຕົ້ນ: ສອງຝ່າຍ ໄດ້ປະສານສົມທົບຊ່ວຍເຫຼືອພົນລະເມືອງລາວທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ; ສະໜັບສະໜູນ ແລະ ຊຸກຍູ້ໃຫ້ເຈົ້າໜ້າທີ່ປະຈຳດ່ານຊາຍແດນຂອງສອງປະເທດ ຮ່ວມມືກັນໃນການຄຸ້ມຄອງ ແລະ ກວດກາການເຄື່ອນ ໄຫວເຂົ້າ-ອອກດ່ານຂອງພົນລະເມືອງ, ການຂົນສົ່ງສິນຄ້າຂ້າມຊາຍແດນ ໃຫ້ຖືກຕ້ອງຕາມລະກົດໝາຍ. ຄຽງຄູ່ກັບດ້ານດີທີ່ກ່າວມານັ້ນ ກໍ່ຍັງມີບາງບັນຫາທີ່ສອງຝ່າຍຈະຕ້ອງໄດ້ເພີ່ມທະ ວີການຮ່ວມມືໃຫ້ມີປະສິດ ທິຜົນກວ່າເກົ່າ ເປັນຕົ້ນ: ແມ່ນການຮ່ວມມືໃນການສະກັດກັ້ນ ແລະແກ້ໄຂການຂົນສົ່ງ, ຄ້າຂາຍຢາເສບຕິດ ແລະ ສານເຄມີຕົ້ນ; ການຄຸ້ມຄອງການເຂົ້າ-ອອກ; ການ ຄຸ້ມຄອງພົນລະເມືອງ ທີ່ໄປອອກແຮງງານຢູ່ອີກປະເທດໜຶ່ງ.
ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງຊາດ ເວົ້າລວມ ເວົ້າສະເພາະ ສອງກຳລັງປ້ອງກັນຄວາມສະຫງົບ ລາວ-ມຽນມາ, ກະຊວງປ້ອງກັນຄວາມສະຫງົບໄດ້ ມີບາງຂໍ້ສະເໜີ ດັ່ງນີ້: ສະເໜີໃຫ້ມີການແລກ ປ່ຽນຂໍ້ມູນຂ່າວສານທີ່ພົວພັນເຖິງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ຕາມບໍລິເວນຊາຍແດນຂອງສອງປະເທດ ກໍຄືບັນຫາອາຊະຍາກຳຂ້າມຊາດ ເປັນຕົ້ນ: ການຄ້າມະນຸດ, ການຄ້າຂາຍຢາເສບຕິດ, ແລະ ການເຂົ້າ-ອອກເມືອງ ແບບບໍ່ຖືກ ຕ້ອງຕາມລະບຽບກົດໝາຍ; ເພີ່ມທະວີການຮ່ວມມືປ້ອງກັນ, ສະກັດກັ້ນການຄ້າ ຂາຍຢາເສບຕິດ ແລະ ສານເຄມີຕົ້ນ ຂ້າມຊາຍແດນຂອງສອງປະເທດ ໂດຍການແລກປ່ຽນຂໍ້ມູນຂາວສານ, ບົດຮຽນ, ປະສົບການ ແລະ ປະສານສົມທົບສະກັດກັ້ນບັນ ຫາດັ່ງກ່າວ ໃຫ້ມີປະສິດທິຜົນ; ສືບຕໍ່ປະສານສົມທົບໃນການຄຸ້ມຄອງແຮງງານຂອງປະເທດໜຶ່ງ ທີ່ໄປອອກແຮງານຢູ່ປະເທດໜຶ່ງໃຫ້ຖືກຕ້ອງຕາມລະບຽບກົດ ໝາຍຂອງແຕ່ລະປະເທດ; ສືບຕໍ່ປະສານສົມທົບເພື່ອຊ່ວຍເຫຼືອພົນລະເມືອງຂອງປະເທດໜຶ່ງ ທີ່ຕົກເປັນເຫຍື່ອຂອງການຄ້າມະນຸດຢູ່ອີກປະເທດໜຶ່ງຢ່າງທັນການ; ສະເໜີໃຫ້ໜ່ວຍງານວິຊາສະເພາະຂອງສອງຝ່າຍ ສືບຕໍ່ປະສານສົມທົບກັນ ໃນການຄຸ້ມ ຄອງການເຂົ້າ-ອອກປະເທດຂອງພົນລະເມືອງ ພ້ອມທັງເພີ່ມທະວິການໂຄສະນາສຶກ ສາອົບຮົມ ໃຫ້ເຂົາເຈົ້າຮັບຮູ້, ເຂົ້າໃຈ ແລະ ປະຕິບັດຕາມລະບຽບກົດໝາຍຂອງແຕ່ ລະປະເທດຢ່າງເຂັ້ມງວດ; ຊຸກຍູ້ໃຫ້ມີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ ແລະ ສະພາບການເຄື່ອນໄຫວ ທີ່ພົວພັນເຖິງການຫຼິ້ນການພະນັນອອນລາຍ, ການສໍ້ໂກງທາງໂທລະຄົມ ແລະ ການກະທໍາຜິດທາງອິນເຕີເນັດ ອື່ນໆ ທີ່ພົວພັນເຖິງສອງປະ ເທດ ແລະ ສືບຕໍ່ແລກປ່ຽນການຢ້ຽມຢາມ ແລະ ເຮັດວຽກຮ່ວມກັນ ລະຫວ່າງຄະນະຜູ້ແທນຂັ້ນສູງຂອງສອງກະຊວງ ເພື່ອປະຕິບັດຕາມບົດບັນທຶກການຮ່ວມມືສອງຝ່າຍ ປະຈໍາປີ 2025.
ຈາກນັ້ນ, ທັງສອງຝ່າຍໄດ້ລົງນາມເຊັນບົດບັນທຶກ ວ່າດ້ວຍການຮ່ວມມື ປະ ຈຳປີ 2025 ຕາງໜ້າຝ່າຍລາວໂດຍ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາຍສະຫງົບ ແລະ ຝ່າຍມຽນມາຕາງ ໜ້າໂດຍ ທ່ານ ພົທ ຢາ ເພ ລັດຖະມົນຕີກະຊວງພາຍໃນ ສສ ມຽນມາ ພ້ອມດ້ວຍຄະນະຜູ້ແທນສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ພາບ-ຂ່າວ: ບຸນພະຈັນ.




