ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ມຽນມາ ຫາລືແກ້ໄຂບັນຫາປະກົດການຫຍໍ້ທໍ້ຕາມຊາຍແດນຮ່ວມກັນ

Nov 25, 2024

ກອງປະຊຸມຄະນະກຳມະການຊາຍແດນ ລາວ-ມຽນມາ ຂັ້ນເຂດ-ແຂວງ ຄັ້ງທີ 12 ຈັດຂຶ້ນໃນລະຫວ່າງວັນທີ 21-22 ພະຈິກ 2024 ຜ່ານມາທີ່ແຂວງທ່າຂີ້ເຫລັກ ປະ ເທດມຽນມາ ເພື່ອການແລກປ່ຽນຄວາມຄິດເຫັນ, ຂໍ້ມູນຂ່າວສານ ແລະ ປຶກສາຫາລືການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ຮ່ວມກັນ ລະຫວ່າງສອງປະເທດ ລາວ-ມຽນມາ ໂດຍສະເພາະ ບັນຫາຢາເສບຕິດ ໂດຍມີທ່ານ ພັນເອກ ທອງໄຂ ສີຍາລາດ ຫົວໜ້າການທະຫານກອງບັນຊາການທະຫານ ແຂວງບໍ່ແກ້ວ ທັງເປັນຫົວໜ້າຄະນະກຳມະການຊາຍແດນ ລາວ-ມຽນມາ, ທ່ານ ພັນໂທ ຕ້ານລາຍວິນ ຮັກສາການຫົວໜ້າກອງບັນຊາການທະຫານ ແຂວງຂີ້ເຫລັກ ກອງທັບພາກສາມຫລ່ຽມ ປະເທດມຽນມາ ພ້ອມດ້ວຍຄະນະກຳມະການຊາຍແດນແຫ່ງຊາດ, ສອງກອງບັນຊາການ ທະຫານ-ຕຳຫລວດ ບໍ່ແກ້ວ-ຫລວງນ້ຳທາ ແລະ ພະແນກການທີ່ກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງການລາຍງານ ຈາກຄະນະທັງສອງຝ່າຍ ໃນການຈັດຕັ້ງປະ ຕິບັດການປະສານງານທີ່ຜ່ານມາ, ຊຶ່ງໄລຍະຜ່ານມາ ທັງສອງຝ່າຍໄດ້ຕັ້ງໜ້າ ແລະ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ແຜນການຮ່ວມມືລະຫວ່າງຊາດເປັນປະຈຳ ທັງໄດ້ມີການສະກັດກັ້ນ, ແກ້ໄຂຈັບກຸ່ມຜູ້ກະທຳຜິດຄ້າຂາຍຢາເສບຕິດ, ເຂົ້າ-ອອກເມືອງຜິດກົດໝາຍ, ການກໍ່ອາຊະຍາກຳຂ້າມຊາດ, ຄ້າມະນຸດໄດ້ຢ່າງຕໍ່ເນື່ອງ ເຮັດໃຫ້ບໍລິເວນຊາຍແດນມີຄວາມເປັນລະບຽບຮຽບຮ້ອຍດີ.
ສອງຝ່າຍຍັງໄດ້ປຶກສາຫາລືວຽກງານ ພ້ອມທັງເປັນເອກະພາບກັນມີຫລາຍເນື້ອໃນ, ຫລາຍບັນຫາທີ່ສຳຄັນ ອັນເປັນການປະກອບສ່ວນສຳຄັນ ເຂົ້າໃນການແກ້ໄຂບັນຫາຕ່າງໆ ຕາມຊາຍແດນ ລາວ-ມຽນມາ ໃຫ້ດີຂຶ້ນ ຊຶ່ງເປັນຂີດໝາຍປະຫວັດສາດທີ່ສໍາຄັນອີກຄັ້ງໜຶ່ງ ສະແດງໃຫ້ເຫັນເຖິງນະໂຍບາຍຂອງລັດຖະບານ ແລະ ກອງທັບທັງສອງປະເທດ ລາວ-ມຽນມາ ໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ຕາມຊາຍແດນ ລາວ-ມຽນມາ ຊຶ່ງເປັນການເຄື່ອນໄຫວຮູບການໜຶ່ງ ແລະ ເປັນສັນຍາລັກໜຶ່ງ ທີ່ສະທ້ອນໃຫ້ເຫັນເຖິງການພົວພັນຮ່ວມມືທີ່ສະໜິດແໜ້ນ ຂອງເຈົ້າໜ້າທີ່ສອງຝ່າຍ ແນໃສ່ສ້າງຄວາມກັງວົນ ແລະ ຢ້ານກົວ ໃຫ້ກຸ່ມຄົນບໍ່ດີຕາມພື້ນທີ່ໃຫ້ມີຄວາມຢໍາເກງ ຕໍ່ໜ້າກົດໝາຍບ້ານເມືອງ ກໍຄືກົດໝາຍສາກົນ, ຮັບຮູ້ໄດ້ເຖິງຄວາມເອົາໃຈໃສ່ ໃນການຕ້ານ ແລະ ສະກັດກັ້ນ ຂະບວນການຄ້າຢາເສບຕິດຂອງສອງປະເທດ, ສອງກອງທັບ ເຊື່ອໝັ້ນວ່າການຮ່ວມມືຂອງຄະນະກຳມະການຊາຍແດນ ລາວ-ມຽນມາ ນັບມື້ກ້າວເຂົ້າສູ່ລວງເລິກ ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ແລກປ່ຽນປະສົບການ, ແລກປ່ຽນຂໍ້ມູນຂ່າວສານຮ່ວມກັນ ເຮັດໃຫ້ບັນຫາປະກົດ ການຫຍໍ້ທໍ້ເຂດຊາຍແດນຫລຸດໜ້ອຍຖອຍລົງ ທັງເປັນແບບຢ່າງໃຫ້ຄະນະອື່ນໆ ນຳໄປຈັດຕັ້ງປະຕິບັດໃຫ້ເກີດຜົນຕໍ່ໄປ.
ຄະນະຜູ້ແທນທັງສອງຝ່າຍ ຍັງໄດ້ລົງນາມເຊັນບົດບັນທຶກຮ່ວມກັນ ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານ ໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ຕາມຊາຍ ແດນ ລາວ-ມຽນມາ, ມຽນມາ-ລາວ ໃນຕໍ່ໜ້າ ໃນມີຄວາມສະຫງົບ ແລະ ເປັນລະ ບຽບຮຽບຮ້ອຍກວ່າເກົ່າຕື່ມອີກ.
ຂ່າວ: ວໍລະສິດ ພິດສະຫາຍ