ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ຣັດເຊຍ ທົບທວນກ່ຽວກັບການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ເມືອງວຽງໄຊ ແຂວງຫົວພັນ

Dec 18, 2024

ວັນທີ 17 ທັນວາ 2024 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງ ເມືອງວຽງໄຊ ແຂວງຫົວພັນ ໄດ້ຈັດກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳເດືອນທີ 1 ການຮ່ວມມືກວດກູ້ ລະເບີດບໍ່ທັນແຕກ (ລບຕ) ລາວ-ຣັດເຊຍ, ໂດຍມີ ສະຫາຍ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຮອງຄະນະຊີ້ນໍາລວມ ການຮ່ວມມືແກ້ໄຂ ລບຕ ລາວ-ຣັດເຊຍ, ມີ ສະຫາຍ ພັນເອກ ລີຄາເຊັບ ອັນເດຣ ເປຣໂຕ ວິດ ທູດປ້ອງກັນຊາດ ສ ຣັດເຊຍ ປະຈຳ ສປປ ລາວ ພ້ອມດ້ວຍຄະນະຝ່າຍ ລາວ-ຣັດເຊຍ ເຂົ້າຮ່ວມ.
ສະຫາຍ ພັນໂທ ມັກຊີມ ເຕີຄ່າເຊັບ ຫົວໜ້າໜ່ວຍງານເກັບກູ້ລະເບີດ ສູນກວດກູ້ມິນສາກົນ ກຳລັງປະກອບອາວຸດ ແຫ່ງ ສ ຣັດເຊຍ ໄດ້ລາຍງານການຈັດຕັ້ງປະຕິ ບັດວຽກງານກວດກູ້ໃນ 1 ເດືອນຜ່ານມາ ໃຫ້ຮູ້ວ່າ: ນັບຕັ້ງແຕ່ວັນທີ 11 ພະຈິກ-13 ທັນວາ 2024, ກຳລັງກວດກູ້ມິນສາກົນ ແຫ່ງ ສ ຣັດເຊຍ ທີ່ກວດກູ້ ລບຕ ຢູ່ສະ ໜາມເຂດກະສິກຳເມືອງ ບ້ານນາໄກ່ ເມືອງວຽງໄຊ ແຂວງຫົວພັນ ສາມາດກວດກູ້ພື້ນທີ່ສໍາເລັດ 4,1 ເຮັກຕາ, ກວດກູ້ລະເບີດໄດ້ 61 ໜ່ວຍ ໃນນັ້ນ, ປະກອບມີ: ຫົວແຕກບົມ 1 ຫົວ, ຫົວແຕກລູກປືນໃຫຍ່ 19 ຫົວ, ລູກປືນໃຫຍ່ 30 ລູກ, ຫົວແຕກລູກປືນຄົກ 2 ຫົວ, ຊິ້ນສ່ວນລູກສອນໄຟ 4 ຊິ້ນ, ຫົວແຕກລະເບີດບົມບີ 1 ຫົວ, ລະເບີດບົມບີ BLU-26 ຈໍານວນ 4 ໜ່ວຍ, ເສດເຫຼັກທັງໝົດ 2.038 ຊິ້ນສ່ວນ ແລະ ເສດສະເກັດທັງໝົດ 3.713 ຊິ່ນສ່ວນ. ຈາກນັ້ນ, ຄະນະທັງ 2 ຝ່າຍ ໄດ້ປຶກສາຫາລື ປະກອບຄໍາຄິດເຫັນໃນການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ເດືອນຜ່ານມາ.
ໂອກາດນີ້, ສະຫາຍ ສົມພອນ ມິດຕະພອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຄະນະຊີ້ນຳ, ຄະນະຮັບຜິດຊອບພາກສະໜາມ ແລະ ພະນັກງານ- ນັກຮົບກວດກູ້ລະເບີດຝ່າຍ ລາວ-ຣັດເຊຍ ທຸກສະຫາຍ ທີ່ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່, ສຸມສະຕິປັນຍາ, ທຸ່ມເທເຫື່ອແຮງເຂົ້າໃນການປະຕິບັດໜ້າທີ່ຢ່າງບໍ່ຮູ້ອິດຮູ້ເມື່ອຍ, ມີຄວາມອົດທົນ, ບຸກບືນຜ່ານຜ່າທຸກຄວາມຫຍຸ້ງຍາກນານາປະການ, ມີຄວາມຕັດສິນໃຈ ແລະ ມີຄວາມຮັບຜິດຊອບສູງ.
ຂ່າວ: ໜັງສືພິມປ້ອງກັນຄວາມສະຫົງບ