ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ຣັດເຊຍ ປິດການຮ່ວມມືກວດກູ້-ທຳລາຍລະເບີດບໍ່ທັນແຕກ ປີ 2024-2025 ຢູ່ເມືອງວຽງໄຊ

Mar 24, 2025

ພິທີປິດການຮ່ວມມືກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ(ລບຕ) ເພື່ອມະນຸດສະທຳ ຢູ່ເມືອງວຽງໄຊ ແຂວງຫົວພັນ ລະຫວ່າງ ກະຊວງຫ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສ. ຣັດເຊຍ ປະຈຳສົກປີ 2024-2025 ຈັດຂຶ້ນໃນວັນທີ 24 ມີນາ 2025 ຢູ່ເມືອງວຽງໄຊ ແຂວງຫົວພັນ ໂດຍມີ ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ, ທ່ານ ແອຊາ ຕາລືບົບ ອັກຄະລັດຖະທູດ-ທີ່ປຶກສາສະຖານເອກອັກຄະລັດຖະທູດ ສ.ຣັດເຊຍ ປະຈໍາລາວ, ທ່ານ ພົຕ ປະສິດ ທ່ຽງທໍາ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຊີ້ນໍາການກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທໍາ ຢູ່ເມືອງຊໍາເໜືອ ແລະ ເມືອງວຽງໄຊ ແຂວງຫົວພັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ພັອ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ ໃຫ້ຮູ້ວ່າ: ສອງກະ ຊວງປ້ອງກັນປະເທດ ລາວ-ຣັດເຊຍ ໄດ້ຮ່ວມກັນກວດກູ້ລະເບີດໃນ 5 ພື້ນທີ່ ຢູ່ເມືອງວຽງໄຊ ສໍາເລັດໃນເນື້ອທີ່ທັງໝົດ 18,2 ເຮັກຕາ ໂດຍໄດ້ເລີ່ມລົງມື ແຕ່ວັນທີ 11 ພະຈິກ 2024 ຫາ 15 ມີນາ 2025, ໄດ້ກວດກູ້ ແລະ ທຳ ລາຍຢູ່ພື້ນທີ່ກະສິກຳ ຢູ່ເຂດບ້ານນາໄກ່ ເນື້ອທີ 5,05 ເຮັກຕາ, ກວດພົບລະເບີດຈໍານວນ 82 ລູກ.
ໃນນີ້, ມີບົມບີປະເພດ BLU 26 ຈຳນວນ 6 ໜ່ວຍ, ຟິວລູກປືນໃຫຍ່ 32 ຟິວ, ລູກປືນໃຫຍ່ 32 ລູກ, ລູກປືນໃຫຍ່ 4 ລູກ, ຟິວລູກປືນຄົກ 1 ຟິວ, ລູກປືນຊູ (Suu-30) 1 ລູກ, RPG-7 ຈຳວນວນ 2 ລູກ, ຈະຫລວດ 2,75 in 2 ລູກ, M23 WP 2 ລູກ, ກວດພົບເສດສະເກັດ ຈຳນວນ 9.183 ສິ້ນສ່ວນ, ເສດໂລຫະຕ່າງໆ ຈໍານວນ 3.800 ສິ້ນສ່ວນ; ກວດກູ້ຢູ່ ພື້ນທີ່ປຸກສ້າງຫ້ອງການປົກຄອງເມືອງ ແລະ ພື້ນທີ່ກະສິກຳ ຢູ່ເຂດບ້ານນາໄກ່ ມີເນື້ອທີ່ 9,7 ເຮັກຕາ ກວດພົບລະເບີດຈໍານວນ 174 ລູກ, ຟິວລູກປືນໃຫຍ່ 86 ຟິວ, ລູກປືນໃຫຍ່ 5 ລູກ, ລູກປືນ 43 ລູກ, ໂບມບີປະເພດ BLU 26 ຈຳນວນ 26 ໜ່ວຍ, BLU 24 ຈຳນວນ 2 ໜ່ວຍ, ລະເບີດມື F1 ຈຳນວນ 1 ໜ່ວຍ, ລະເບີດມື 2 ລູກ, RPG-7 ຈຳວນ 1 ລູກ, RPG-2 ຈຳນວ 1 ລູກ, ຈະຫລວດ 2,75 in 1 ລູກ, ຊູ (Suu-30) 1 ລູກ, M-23 ຈຳນວນ 1 ລູກ, KD-8 ຈຳນວນ 1 ລູກ, ໂບມ 750 ປອນ, M-117 ຈຳນວນ 1 ໜ່ວຍ, ພົບເສດສະເກັດ ຈໍານວນ 6.758 ສິ້ນສ່ວນ, ເສດໂລຫະຕ່າງໆ ຈໍານວນ 4.215 ສິ້ນສ່ວນ; ກວດກູ້ຢູ່ ພື້ນທີ່ກໍ່ສ້າງສະໜາມກິລາເມືອງວຽງໄຊ ເຂດບ້ານວຽງໄຊ ມີເນື້ອທີ່ 1,47 ເຮັກຕາ, ກວດພົບລະເບີດຈໍານວນ 27 ລູກ, ຟິວລູກປືນໃຫຍ່ 6 ຟິວ, ລູກປືນໃຫຍ່ 1 ລູກ, ລູກປືນໃຫຍ່ 15 ລູກ, ໂບມບີ ປະເພດ BLU 26 ຈຳນວນ 4 ໜ່ວຍ, KD-8 ຈຳນວນ 1 ລູກ, ພົບເສດສະເກັດ 3.089 ສິ້ນສ່ວນ, ເສດໂລຫະຕ່າງໆ 6.408 ສິ້ນສ່ວນ.
ພ້ອມນີ້, ໄດ້ກວດກູ້ຢູ່ພື້ນທີ່ກໍ່ສ້າງຄຸມຄັງຂອງ ປກສ ເມືອງວຽງໄຊ ຢູ່ເຂດບ້ານນາໄກ່ ມີເນື້ອທີ່ 1,81 ເຮັກຕາ, ກວດພົບລະເບີດ 24 ລູກ, ລູກປືນໃຫຍ່ 23 ລູກ, ລູກປືນໃຫຍ່ 1 ລູກ, ລະເບີດມື 1 ລູກ, ພົບເສດສະເກັດ 1.750 ສິ້ນສ່ວນ, ເສດໂລຫະຕ່າງໆ 1.817 ສິ້ນສ່ວນ ແລະ ກວດກູ້ຢູ່ພື້ນທີ່ໂຮງຮຽນ ມສ ວຽງໄຊ ມີເນື້ທີ 0,67 ເຮັກຕາ, ກວດພົບລະເບີດ ຈໍານວນ 21 ລູກ, ລູກປືນໃຫຍ່ 4 ລູກ, ໂບມບີປະເພດ BLU 26 ຈຳນວນ 16 ໜ່ວຍ, ຈະຫລວດ 2,75 in HE ຈຳນວນ 1 ລູກ, ພົບເສດສະເກັດ 2.828 ສິ້ນສ່ວນ, ເສດໂລຫະຕ່າງໆ 3.220 ສິ້ນສ່ວນ. ໄດ້ທໍາລາຍລະເບີດທີ່ກວດພົບ ທັງໝົດ 19 ຄັ້ງ, ຈໍານວນ 64 ໜ່ວຍ. ໃນນີ້, ໂບມບີ (BLU 26) ຈໍານວນ 52 ໜ່ວຍ, ໂບມມບີ (BLU 24) ຈໍານວນ 1 ໜ່ວຍ ແລະ ສໍາພາວຸດ 11 ລູກ.
ຜ່ານການຈັດຕັ້ງປະຕິ ບັດການທໍາລາຍລະເບີດແຕ່ລະຄັ້ງ ແມ່ນມີຄວາມປອດໄພ 100%. ພ້ອມນີ້, ຍັງໄດ້ທໍາລາຍລະເບີດໃນມື້ປິດສະໜາມ ໃນວັນທີ 24 ມີນາ 2025 ນີ້, ຈໍານວນ 268 ລູກ, ປະເພດລູກຈະຫລວດ 9 ລູກ, ປະເພດລະເບີດ 4 ລູກ, ລູກປືນໃຫຍ່ 137 ລູກ, ຟິວລູກປືນໃຫຍ່ 118 ຟິວ.
ສ່ວນແຜນການສືບຕໍ່ຮ່ວມມືກວດກູ້ ແລະ ທໍາລາຍ ລບຕ ສົກປີ 2025-2026 ຕາມການສະ ເໜີຂອງເມືອງວຽງໄຊ ໄດ້ກຳນົດເອົາ 4 ພື້ນທີ່, ມີເນື້ອທີ່ທັງໝົດ 78 ເຮັກຕາ ຄື: ພື້ນທີ່ຂ້າງໂຮງຮຽນວິຊາຊີບ ລຽບລົງທາງບ້ານບັກ ເປັນດິນລັດ ມີເນື້ອທີ່ 10 ເຮັກຕາ; ພື້ນທີ່ດິນທະຫານແຂວງ ແລະ ສະໜາມແອບທະຫານເມືອງ ເປັນດິນລັດ ເນື້ອທີ່ 12,5 ເຮັກຕາ; ພື້ນທີ່ຕິດກັບສະໂມສອນບ້ານບັກ ເນື້ອ ທີ່ 3,5 ເຮັກຕາ ແລະ ພື້ນທີ່ເຂດກຸ່ມ 5 ເປັນດິນລັດ (ເຂດໜອງກົບ) ເນື້ອທີ 52 ເເຮັກຕາ ເຊິ່ງຈະເລີ່ມເຮັດວຽກງານການກະກຽມ ແຕ່ເດືອນມິຖຸນາ ຫາ ເດືອນຕຸລາ 2025 ແລະ ຈະປະຕິບັດການກວດກູ້ ໃນຕົ້ນເດືອນພະຈິກ 2025.
ຂ່າວ-ພາບ: ທະນູທອງ