ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ຣັດເຊຍ ຮ່ວມມືໃນຂົງເຂດຍຸຕິທໍາ

Nov 28, 2024

ຕອນເຊົ້າຂອງ ວັນທີ 27 ພະຈິກ 2024 ທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຄໍານັບ ຂອງຄະນະຜູ້ແທນກະຊວງຍຸຕິທໍາ ແຫ່ງສະຫະພັນ ລັດເຊຍ ນໍາໂດຍ ທ່ານ ນາງ ອິກະເຕິຣິນາ ກຸດິລິຊ໌ (Ekaterina Kudelich) ຫົວໜ້າກົມກົດໝາຍສາກົນ ແລະ ການຮ່ວມ ມື ຂອງກະຊວງຍຸຕິທໍາ ສະຫະພັນ ລັດເຊຍ ພ້ອມຄະນະ, ໃນໂອກາດທີ່ເດີນ ທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້, ພິທີຕ້ອນຮັບ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ທີ່ຫ້ອງຮັບແຂກ ຂອງກະຊວງຍຸຕິທໍາ.
ໃນໂອກາດນີ້, ທ່ານ ເກດສະໜາ ພົມມະຈັນ, ຮອງລັດຖະມົນຕີກະຊວງຍຸຕິທໍາ ສປປ ລາວ ໄດ້ຕາງໜ້າຄະນະພັກ-ຄະນະນໍາກະຊວງຍຸຕິທໍາ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ທ່ານ ນາງ ອິກະເຕິຣິນາ ກຸດິລິຊ໌ (Ekaterina Kudelich), ພ້ອມຄະນະ ທີ່ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ສປປ ລາວ ຢ່າງເປັນທາງການ, ພ້ອມທັງມາພົບປະ ແລະ ເຮັດວຽກຮ່ວມ ກັບກົມຮ່ວມມືສາກົນ ຂອງກະຊວງຍຸຕິທໍາ ສປປ ລາວ, ຊຶ່ງເປັນການປະກອບສ່ວນ ຢ່າງສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດລາວ-ລັດເຊຍ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານແລ້ວນັ້ນ ໃຫ້ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ພ້ອມທັງ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງພັກ, ລັດຖະບານ ແລະ ປະຊາຊົນ ສະຫະພັນ ລັດເຊຍ ຕະຫຼອດໃນໄລຍະຜ່ານມາ ບໍ່ວ່າ ໃນໄລຍະປົກປັກຮັກສາ ກໍຄືໃນໄລຍະສ້າງສາ ພັດທະນາປະເທດຊາດ ຢ່າງສະເໜີຕົ້ນສະ ເໜີປາຍ ເວົ້າລວມ, ເວົ້າສະເພາະ ກໍຄື ລະຫວ່າງ ສອງກະຊວງຍຸຕິທໍາ ສປປ ລາວ – ສະຫະພັນ ລັດເຊຍ.
ທ່ານ ນາງ ອິກະເຕິຣິກຸດິລິຊ໌ (Ekaterina Kudelich) ໄດ້ສະແດງຄວາມດີໃຈເປັນຢ່າງຍິ່ງ ແລະ ຂອບໃຈ ຕໍ່ທ່ານ ເກດສະໜາ ພົມມະຈັນ, ຮອງລັດຖະມົນຕີກະຊວງຍຸຕິທໍາ ສປປ ລາວ ທີ່ໄດ້ເສຍສະຫຼະເວລາ ໃຫ້ກຽດຕ້ອນຮັບ, ພ້ອມທັງ ໄດ້ລາຍງານ ຈຸດປະສົງ ຂອງການເດີນທາງມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ຄັ້ງນີ້ ຕໍ່ທ່ານ ເກດສະໜາ ພົມມະຈັນ ໄດ້ຮັບຊາບ, ເປັນຕົ້ນແມ່ນ ຈະໄດ້ເຮັດວຽກຮ່ວມກັບກົມຮ່ວມມືສາກົນ ຂອງກະຊວງຍຸຕິທໍາ ສປປ ລາວ ເພື່ອແລກປ່ຽນຄໍາຄິດ ຄໍາເຫັນ ແລະ ປຶກສາຫາລືທາງດ້ານວິຊາການ ກ່ຽວກັບການສະເໜີລົງນາມ ເອກະສານຮ່ວມກັນ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານການພົວພັນ ແລະ ຮ່ວມມືທາງດ້ານກົດໝາຍ ແລະ ຍຸຕິທໍາ ໃຫ່ແກ່ສອງກະຊວງ ຂອງສອງລັດຖະບານ ໃນຕໍ່ໜ້າ.
ພາຍຫຼັງສໍາເລັດ ການເຂົ້າຢ້ຽມຄໍານັບທ່ານ ເກດສະໜາ ພົມມະຈັນ, ຮອງລັດຖະມົນຕີກະຊວງຍຸຕິທໍາ ສປປ ລາວ ແລ້ວນັ້ນ, ທ່ານ ນາງ ອິກະເຕິຣິນາ ກຸດິລິຊ໌ (Ekaterina Kudelich), ພ້ອມຄະນະ ກໍໄດ້ເຂົ້າຮ່ວມ ກອງປະຊຸມພົບປະສອງຝ່າຍ ກັບກົມຮ່ວມມືສາກົນ ຂອງກະຊວງຍຸຕິທໍາ, ຊຶ່ງນໍາໂດຍທ່ານ ສຸພີ ນໍລິນທາ ຮອງຫົວໜ້າກົມຮ່ວມມືສາກົນ, ພ້ອມຄະນະ ຂອງກົມກ່ຽວຂ້ອງພາຍໃນກະຊວງຍຸຕິທໍາ, ຈຸດປະສົງ ກໍເພື່ອປຶກສາຫາລື ກ່ຽວກັບການສ້າງແຜນການຮ່ວມມືທາງດ້ານກົດ ໝາຍ ແລະ ຍຸຕິທໍານໍາກັນ ລະຫວ່າງສອງກະຊວງຍຸຕິທໍາ ສປປ ລາວ ແລະ ສະຫະພັນ ລັດເຊຍ ໃນຕໍ່ໜ້າ, ເປັນຕົ້ນແມ່ນ ພ້ອມກັນຄົ້ນຄ້ວາ, ປຶກສາຫາລື ແລະ ແລກປ່ຽນຄໍາຄິດ ຄໍາເຫັນ ກ່ຽວກັບການປັບປຸງ ເນື້ອໃນຂອງຮ່າງເອກະສານ 2 ສະບັບຄື:
1. ຂໍ້ຕົກລົງ ວ່າດ້ວຍການຮ່ວມມື ລະຫວ່າງ ກະຊວງຍຸຕິທໍາ ສປປ ລາວ ແລະ ກະຊວງຍຸຕິທໍາ ສະຫະພັນ ລັດເຊຍ (Agreement on cooperation between the Ministry of justice of Lao PDR and Ministry of justice of the Russia Federation).
2. ແຜນການຮ່ວມມື ລະຫວ່າງ ກະຊວງຍຸຕິທໍາ ສປປ ລາວ ແລະ ກະຊວງຍຸຕິທໍາ ສະຫະພັນ ລັດເຊຍ ສໍາລັບປີ 2025-2026 (Programme on cooperation between the Ministry of justice of Lao PDR and Ministry of justice of the Russia Federation for 2025-2026).
ນອກຈາກນັ້ນ, ຄະນະຜູ້ແທນກະຊວງຍຸຕິທໍາ ສະຫະພັນ ລັດເຊຍ ຍັງໄດ້ນໍາສະເໜີ ຮ່າງສົນທິສັນຍາ ວ່າດ້ວຍການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ທາງດ້ານຍຸຕິທໍາ ໃນບັນ ຫາທາງແພ່ງ ເພື່ອທາມທາບ ຄວາມເປັນໄປໄດ້ ທີ່ຈະລົງນາມຮ່ວມກັນ ລະຫວ່າງກະ ຊວງຍຸຕິທໍາ ສປປ ລາວ ແລະ ກະຊວງຍຸຕິທໍາ ສະຫະພັນ ລັດເຊຍ ໃນຕໍ່ໜ້າອີກດ້ວຍ.
ຂ່າວ: ກົມຮ່ວມມືສາກົນ; ພາບ: ບຸນຖອມ