ເມື່ອບໍ່ດົນມານີ້, ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ຈັດກອງປະຊຸມ ເຈລະຈາ ຮ່າງສົນທິສັນຍາ ວ່າດ້ວຍການຮ່ວມມື ລະຫວ່າງປະເທດທາງອາຍາ ລາວ-ຣັດເຊຍ ຄັ້ງທີ I ໂດຍມີ ທ່ານ ສຸດສະກະ ບຸນມານິດ ຫົວໜ້າກົມແຜນການ ແລະ ຮ່ວມມືກັບຕ່າງປະເທດ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ, ທ່ານ ອີກາທີລີນາ ກູດລິດສ ຫົວໜ້າກົມກົດໜາຍລະຫ່າງປະເທດ ແລະ ຮ່ວມມືສາກົນ ກະຊວງຍຸຕິທໍາ ແຫ່ງ ສ ຣັດເຊຍ ພ້ອມດ້ວຍຜູ້ຕາງໜ້າຈາກ ກະຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ, ອົງການໄອຍະການປະຊາຊົນສູງສຸດ ແລະ ສະຖານເອກອັກຄະລັດຖະທູດ ຣັດເຊຍ ປະຈໍາລາວ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ຍົກເອົາສົນທິສັນຍາ ທີ່ປະກອບມີ 24 ມາດຕາ ຂຶ້ນມາແລກປ່ຽນຄໍາຄິດຄໍາເຫັນ ທີ່ໄດ້ກໍານົດ ກ່ຽວກັບພັນທະ ໃນການໃຫ້ການຮ່ວມ ມືລະຫວ່າງປະເທດ ທາງອາຍາ, ຂອບເຂດການນໍາໃຊ້, ຮ່າງ ແລະ ເນື້ອໃນຄໍາຮ້ອງຂໍ, ການປະຕິບັດຄໍາຮ້ອງຂໍ, ການເກັບກໍາຫລັກຖານ, ການສະໜອງຂໍ້ມູນ, ເອກະສານ ແລະ ວັດຖຸສິ່ງຂອງ, ການຢຶດ, ອາຍັດ ແລະ ຮິບຊັບ ແລະ ວັດຖຸສິ່ງຂອງ.
ພ້ອມທັງໄດ້ຕົກລົງ ເຫັນດີເປັນເອກະພາບກັນ ໂດຍເອົາອົງການໄອຍະການປະ ຊາຊົນສູງສຸດ ຂອງສອງປະເທດ ລາວ-ຣັດເຊຍ, ຣັດເຊຍ-ລາວ ເປັນຈຸດໃຈກາງໃນການປະສານງານ.
ໃນກອງປະຊຸມ ຍັງໄດ້ຕີລາຄາສູງ ຕໍ່ເນື້ອໃນພື້ນຖານຂອງການຮ່າງສົນທິສັນຍາ ສະບັບດັ່ງກ່າວ ທີ່ຝ່າຍ ສ ຣັດເຊຍ ໄດ້ຮ່າງຂຶ້ນມາໃນເບື້ອງຕົ້ນ ແລະ ພ້ອມກັນຄົ້ນຄວ້າ ປຶກສາຫາລື ແລະ ແລກປ່ຽນຄໍາເຫັນໂດຍພື້ນຖານ ເພື່ອເຮັດໃຫ້ຮ່າງສົນທິສັນຍາ ສະບັບນີ້ ມີຄວາມຄົບຖ້ວນ, ສົມບູນ ແລະ ສອດຄ່ອງ ກັບກົດໜາຍພາຍໃນ ຂອງສອງປະເທດ ເພື່ອເປັນບ່ອນອີງ ແກ່ການລົງນາມ ແລະ ໃຫ້ສັດຕະຍາບັນໃນຂັ້ນຕໍ່ໄປ.
ຂ່າວ: ກົມແຜນການ ແລະ ຮ່ວມມມືຕ່າງປະເທດ






