ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຮ່ວມກັບສະຖານ ທູດ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ ຈັດພິທີເປີດການກວດກູ້ ແລະ ທໍາລາຍເບີດບໍ່ທັນແຕກເພື່ອມະນຸດສະທໍາ ປະຈໍາປີ 2024-2025 ໃນວັນທີ 10 ພະຈິກ 2024 ທີ່ເມືອງວຽງໄຊ ແຂວງຫົວພັນ ໂດຍການເປັນປະທານຮ່ວມຂອງ ທ່ານ ພົນຕີ ປະສິດ ທ່ຽງທໍາ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ແລະ ທ່ານ ເວີລາດິມິຣ ກາລີນິນ ເອກອັກຄະ ລັດຖະທູດ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ, ທ່ານ ພຸດພັນແກ້ວ ວົງໄຊ ຮອງເຈົ້າແຂວງ ແຂວງຫົວພັນ, ຄະນະນໍາ 4 ກົມໃຫຍ່, ມີຜູ້ຕາງໜ້າລັດຖະບານ,ອໍານາດການປົກຄອງເມືອງວຽງໄຊ ແລະ ເມືອງຊໍາເໜືອພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງ ການເສນາທິການກອງທັບ, ຫົວໜ້າກອງເສນາການຮ່ວມມືການ ແກ້ໄຂລະເບີດບໍ່ທັນແຕກ ລາວ-ລັດເຊຍ ໄດ້ລາຍງານແຜນການຮ່ວມມື ປະຈໍາປີ 2024-2025; ຄະນະວິຊາການກອງກວດກູ້ລະເບີດເພື່ອມະນຸດສະທຳກອງທັບປະຊາຊົນລາວຮ່ວມກັບຄະນະວິຊາການສູນກວດກູ້ມິນສາກົນກໍາລັງປະກອບອາວຸດແຫ່ງ ສ ຣັດເຊຍໄດ້ສົມທົບກັບຄະນະວິຊາການຂອງພະແນກແຮງງານແລະ ສະຫວັດດີການສັງຄົມແຂວງຫົວພັນ ລົງສໍາຫລວດ ແລະ ເກັບກຳຂໍ້ມູນໄປຄົ້ນຄວ້າວາງແຜນການກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ເມືອງວຽງໄຊ ແລະ ເມືອງຊຳເໜືອ ແຂວງຫົວພັນ. ເມືອງວຽງໄຊ ມີ 5 ພື້ນທີ່ ລວມເນື້ອທີ່ 21,52 ເຮັກຕາ ຄື:
ພື້ນທີ່ທີ 1: ເປັນດິນທໍາການຜະລິດຢູ່ຂອບເຂດບ້ານນາໄກ່ ມີເນື້ອທີ່ 5,05 ເຮັກຕາ; ທີ 2 ເປັນພື້ນທີ່ປຸກສ້າງສຳນັກງານຫອ້ງວ່າການປົກຄອງ ແລະ ອົງການໄອຍະການ ເມືອງວຽງໄຊ ຢູ່ບ້ານນາໄກ່ ມີເນື້ອທີ່ 12,4 ເຮັກຕາ; ທີ 3 ເປັນພື້ນທີ່ຈະສ້າງສະໜາມກິລາຂອງເມືອງວຽງໄຊ ຢູ່ບ້ານວຽງໄຊ ມີເນື້ອທີ່ 1,5 ເຮັກຕາ; ທີ 4 ເປັນພື້ນທີ່ຂະຫຍາຍສໍານັກງານ-ອົງການຂອງ ເມືອງວຽງໄຊ ມີເນື້ອທີ່ 1,81 ເຮັກຕາ ແລະ ພື້ນທີ່ທີ 5 ເດີນໂຮງຮຽນມັດທະຍົມສົມບູນວຽງໄຊ ມີເນື້ອທີ່ປະມານ 1 ເຮັກຕາກວ່າ. ເມືອງຊຳເໜືອ ເຊິ່ງມີ 5 ພື້ນທີ່ ລວມເນື້ອທີ່: 51 ເຮັກຕາກວ່າ ຄື: ພື້ນທີ່ທີ 1 ເປັນດິນຈະສ້າງສຳນັກງານອົງການໄອຍະການແຂວງ ຢູ່ຂອບເຂດບ້ານຊຳເໜືອ ມີເນື້ອທີ່ 0,53 ເຮັກຕາ; ທີ 2 ເປັນພື້ນທີ່ປຸກສ້າງສຳນັກງານພະແນກກະສິກຳແຂວງຫົວພັນ ຢູ່ບ້ານນາລິວ ມີເນື້ອທີ່ 1,2 ເຮັກຕາ; ທີ 3 ເປັນພື້ນທີ່ຈະສ້າງສະ ໜາມຖິ້ມຂີ້ເຫຍື້ອຂອງເທສະບານເມືອງຊຳເໜືອ ຢູ່ບ້ານປ່າຈ້າ ມີເນື້ອທີ່ 28,92 ເຮັກຕາ; ທີ 4 ເປັນພື້ນທີ່ຂະຫຍາຍສຳນັກງານ -ອົງການຂອງແຂວງຫົວພັນ ຢູ່ບ້ານມີສຸກ ມີເນື້ອທີ່ 0,65 ເຮັກ ຕາ ແລະ ພື້ນທີ່ທີ 5: ເປັນພື້ນທີທຳການຜະລິດກະສິກຳຂອງເມືອງຊຳເໜືອ ຢູ່ເຂດໜອງຜັກຕົບ ມີເນື້ອທີ່ປະມານ 19,7 ເຮັກຕາ. ມາຮອດປັດຈຸບັນກຳລັງກອງກວດກູ້ລະເບີດເພື່ອມະນຸດ ສະທຳກອງທັບປະຊາຊົນລາວໄດ້ຖາງປ່າອານາໄມ ແລະ ປັກໝາຍຂອບເຂດສະໜາມກວດກູ້ສໍາເລັດໃນ 2 ສະໜາມຢູ່ເມືອງວຽງໄຊ ລວມເນື້ອທີ່ 14,67 ເຮັກຕາ ເພື່ອກະກຽມ ໃຫ້ການຮວ່ມມືກວດກູ້ລະເບີດເຊິງຈະເລີ່ມແຕ່ວັນທີ 11 ພະຈິກ 2024 ເປັນຕົ້ນໄປ.
ຂ່າວ: ຂັນໄຊ





