ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງປະທານສານສູງສຸດ ແຫ່ງ ສະຫະພັນຣັດເຊຍ, ຄະນະຜູ້ແທນຂັ້ນສູງສານປະຊາຊົນສູງສຸດ (ສປສສ) ແຫ່ງ ສປປ ລາວ ນຳໂດຍ ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມກົດໝາຍສາກົນພາກພື້ນອາຊີ-ປາຊີຟິກ ຄັ້ງທີ XIII ທີ່ນະຄອນແຊັງປີເຕີສະບວກ ຂອງຣັດເຊຍ ລະຫວ່າງວັນທີ 21-23 ກັນຍາ 2025.

ໃນໂອກາດນີ້, ຄະນະຜູ້ແທນສານປະຊາຊົນສູງສຸດ ໄດ້ເຂົ້າຮ່ວມກອງປະຊຸມພົບປະກັບສານສູງສຸດຂອງຣັດເຊຍ ເພື່ອຜັນຂະຫຍາຍການພົວພັນຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງລັດຖະບານ, ສະພາແຫ່ງຊາດ, ອົງການຈັດຕັ້ງລັດໃນຂົງເຂດຕ່າງໆຂອງລາວ-ຮັດເຊຍ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງກວ່າເກົ່າ. ການພົບປະສອງຝ່າຍຄັ້ງນີ້, ຖືເປັນຂີດໝາຍສຳຄັນໃນການເສີມສ້າງສາຍພົວພັນລະຫວ່າງ ອົງການຕຸລາການຂອງ ລາວ-ຣັດເຊຍ ໃຫ້ມີບາດກ້າວຂະຫຍາຍຕົວ ພາຍໃຕ້ບັນຍາກາດແຫ່ງການສະເຫຼີມສະຫຼອງ ສາຍພົວພັນການທູດລະຫວ່າງ ລາວ-ຣັດເຊຍ ຄົບຮອບ 65 ປີ ແລະ ຄົບຮອບ 60 ປີ ການສ້າງຕັ້ງສະມາຄົມມິດຕະພາບ ລາວ-ຣັດເຊຍ, ຣັດເຊຍ-ລາວ.

ການເປິກສາຫາລື ລະຫວ່າງຄະນະຜູ້ແທນສອງຝ່າຍ ດຳເນີນໄປດ້ວຍບັນຍາກາດສະໜິດສະໜົມ, ມິດຕະພາບ ແລະ ເຕັມໄປດ້ວຍຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ເຖິງຄວາມຈຳເປັນໃນການຮ່ວມມືກັນ ເພື່ອສ້າງຄວາມເຂັ້ມແຂງໃຫ້ອົງການຈັດຕັ້ງ ກໍຄື ພະນັກງານ-ຜູ້ພິພາກສາ ດ້ານການບໍລິຫານສານ ແລະ ບໍລິຫານຄະດີ ໃຫ້ມີຄຸນພາບໃໝ່. ຜ່ານການເປິກສາຢ່າງກົງໄປກົງມາ, ທັງສອງຝ່າຍ ໄດ້ບັນລຸຄວາມເຂົ້າໃຈ ແລະ ຕົກລົງເປັນເອກະພາບໃນບາງປະເດັນ ຄື: ທັງສອງຝ່າຍ ມີຄວາມຍິນດີສືບຕໍ່ປະສານງານ ເພື່ອສາມາດລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານຕຸລາການ ລະຫວ່າງ ລາວ-ຣັດເຊຍ ສະບັບທຳອິດ ໃນອະນາຄົດ ເພື່ອເປັນພື້ນຖານໃຫ້ແກ່ການເສີມສ້າງສາຍພົວພັນເຊິ່ງກັນ ແລະ ກັນທີ່ມີມາດົນນານແລ້ວ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ; ທັງສອງຝ່າຍມີຄວາມສົນໃຈໃນການແລກປ່ຽນບົດຮຽນດ້ານການບໍລິຫານສານ ໂດຍສະເພາະການຄຸ້ມຄອງສຳນວນຄະດີແພ່ງ ຕາມກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ແລະ ບົດບາດຂອງສານປະຊາຊົນສູງສຸດ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທຳມະນູນ; ການຝຶກອົບຮົມໄລຍະສັ້ນ ໃຫ້ຜູ້ພິພາກສາ ໃນຫົວຂໍ້ການແກ້ໄຂຄະດີກ່ຽວກັບດ້ານການຄ້າ, ທະນາຄານ ແລະ ການຕັດສິນລົ້ມລະລາຍຂອງວິສາຫະກິດ; ການຍົກລະດັບການສຶກສາໃນລະດັບມະຫາວິທະຍາໄລ (ປະລິນຍາ). ໃນການພົບປະດັ່ງກ່າວ, ປະທານສານປະຊາຊົນສູງສຸດຂອງລາວ ໄດ້ເຊື້ອເຊີນ ປະທານສານສູງສຸດຂອງຣັດເຊຍ ພິຈາລະນາເດີນທາງມາຢ້ຽມຢາມ ສປປ ລາວ ເພື່ອເປິກສາຫາລື ແລະ ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັນ.
ຂ່າວ: ສປສສ


