ທ່ານ ໄຊສົມພອນ ພົມວິຫານ ປະທານ ສະພາແຫ່ງຊາດລາວ ຮັບການ ເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ໂຊລບັນ ກາຣາ-ໂອລ (Sholban Kara-ool) ຮອງປະທານສະພາດຸມາ ແຫ່ງ ສະຫະພັນຣັດເຊຍ ໃນວັນທີ 18 ຕຸລາ 2024 ທີ່ສະພາແຫ່ງຊາດລາວ ໃນໂອກາດທີ່ ທ່ານ ໂຊລບັນ ກາຣາ-ໂອລ ແລະ ຄະນະເດີນທາງເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 45 ທີ່ລາວເປັນເຈົ້າພາບໃນວັນທີ 17-23 ຕຸລາ 2024.
ໂອກາດດັ່ງກ່າວ ປະທານ ສະພາແຫ່ງຊາດລາວ ສະແດງຄວາມຂອບໃຈ ຕໍ່ຄໍາເວົ້າອັນຈົບງາມ ຂອງທ່ານ ຕໍ່ສາຍພົວພັນ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ກໍຄື ສອງອົງການນິຕິບັດຍັດ ຂອງພວກເຮົາ ແລະ ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອທີ່ດີງາມ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ລາວ- ຣັດເຊຍ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ເຊິ່ງສະແດງອອກ ໃນການແລກປ່ຽນຢ້ຽມຢາມ ຂອງຄະນະຜູ້ແທນໃນລະດັບຕ່າງໆ ໄດ້ດໍາເນີນມາຢ່າງເປັນປົກກະຕິ ການຮ່ວມມື ທາງດ້ານການທະຫານ ການສຶກສາ ທະນາຄານ ໂທລະຄົມມະນາ ຄົມ ແລະ ການບໍລິການວຽກງານກົງສູນ ໄດ້ດໍາເນີນເປັນປົກະຕິ ແລະ ມີໝາກຮັບຜົນດີ ການຮ່ວມມືດ້ານເສດຖະກິດການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ສືບຕໍ່ໄດ້ຮັບການເສີມຂະຫຍາຍ ໃຫ້ສົມກັບທ່າແຮງທີ່ມີຂອງສອງປະເທດ.
ພ້ອມນີ້ ທ່ານໄດ້ ຕີລາຄາສູງຕໍ່ການຊ່ວຍເຫຼືອດ້ານຊັບພະຍາກອນມະນຸດຂອງ ຣັດເຊຍໃຫ້ແກ່ ສປປ ລາວ ຕັ້ງແຕ່ໃນອາດິດ ແລະ ປັດຈຸບັນ ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາ ແລະ ສ້າງສາປະເທດພວກຂ້າພະເຈົ້າ. ການນໍາຂັ້ນສູງ ຂອງ ສປປ ລາວ ສ່ວນໃຫຍ່ ກໍເປັນອາດີດນັກສຶກສາຈາກ ອາດີດິດສະຫາພາບໂຊ ຫວຽດ ກໍ່ຄື ສະຫະພັນຣັດເຊຍ ໃນປັດຈຸບັນ ມາໄລຍະໃໝ່ນີ້ ນັກສຶກສາລາວ ຈໍານວນຫຼາຍຮ້ອຍຄົນ ພວມສຶກສາຮໍ່າຮຽນ ຢູ່ ຣັດເຊຍ ເຊິ່ງມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ພິເສດ ທ່ານ ທອງລຸນ ສີສຸລິດ, ປະທານ ປະເທດແຫ່ງ ສປປ ລາວ ຈະເດີນທາງໄປ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມປະເທດບຣົດ (BRICS) ລະຫວ່າງ ວັນທີ 23-24 ຕຸລາ 2024.
ສໍາລັບການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາສູງ ແຫ່ງ ສະຫະພັນຣັດເຊຍ ໃນໄລຍະຜ່ານມາເຫັນວ່າ ໄດ້ຮັບການເສີມຂະຫຍາຍເປັນຢ່າງດີ ແລະ ຕໍ່ ເນື່ອງ ໄດ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ ເປັນຕົ້ນແມ່ນການແລກປ່ຽນຄະນະຜູ້ແທນຂັ້ນສູງນໍາກັນ ເຊັ່ນ: ໃນທ້າຍປີ 2021 ຜ່ານມານີ້ ເຊິ່ງທ່ານ ໄດ້ພົບປະກັບທ່ານ ນາງ ວາເລັນຕີນາ ມັດວຽນໂກ ປະທານສະພາສູງ ແຫ່ງ ສະຫະພັນຣັດເຊຍ ຜ່ານລະບົບທາງໄກ ໂດຍໄດ້ປຶກສາຫາລືທິດທາງຮ່ວມມືໃນຕໍ່ໜ້າ ແລະ ພວມລໍຖ້າ ການຢ້ຽມຢາມ ສປປ ລາວ ຂອງທ່ານ ນາງ ວາເລັນຕີນາ ມັດວຽນໂກ ປະທານສະພາສູງ ແຫ່ງ ສະຫະພັນຣັດເຊຍ ໃນເວລາທີ່ເຫັນວ່າສະດວກສໍາລັບທ່ານ.
ນອກນັ້ນ ຍັງມີການແລກປ່ຽນຄະນະຜູ້ແທນ ລະດັບຮອງປະທານສະພາ ກຳມາທິການ ຄະນະ ມິດຕະພາບລັດຖະສະພາຂອງສອງປະເທດ ໂດຍສະເພາະ ໃນລະຫວ່າງ ວັນທີ 20-25 ກໍລະກົດ 2023 ຜ່ານມານີ້ ທ່ານ ພົນໂທ ສຸວອນ ເລື່ອງບຸນມີ ຮອງປະທານສະພາແຫ່ງຊາດປະທານຄະນະ ມິດຕະພາບລັດຖະສະພາລາວ-ຣັດເຊຍ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ນະຄອນຫຼວງມົດສະກູ ສ.ຣັດເຊຍ ແລະ ທ່ານ ປາເວວ ຕາຣາການນົບ ປະທານຄະນະ ມິດຕະພາບລັດຖະສະພາ ຣັດເຊຍ-ລາວ, ສະມາຊິກກຳມາທິການງົບປະມານ ແລະ ຕະຫຼາດ ການເງິນ ສະພາສູງ ຣັດເຊຍ ກໍ່ໄດ້ມາຢ້ຽມຢາມ ສປປ ລາວ ໃນປີຜ່ານມາ.
ສອງສະພາຂອງສອງປະເທດ ໄດ້ເປັນເອກະພາບ ໃນການປັບປຸງບົດບັນທຶກຄວາມ ເຂົ້າໃຈ ວ່າດ້ວຍການຮ່ວມມື (MOU) ນໍາກັນແລ້ວ ແລະ ຫວັງວ່າຈະໄດ້ມີໂອກາດລົງນາມຮ່ວມກັນໃໝ່ໃນຕໍ່ໜ້າ ນອກຈາກນີ້ ສອງອົງການນິຕິບັນຍັດ ຂອງພວກເຮົາ ກໍ່ໄດ້ມີການຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ຢູ່ໃນເວທີລັດຖະສະພາ ພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນໃນຂອບຂອງ AIPA IPU APPF ASEP EURASIA ແລະ ເວທີປຶກສາຫາລືລັດຖະສະພາອື່ນໆ.
ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດໃນຕໍ່ໜ້າ ຂ້າພະເຈົ້າ ຂໍສະເໜີແລກປ່ຽນບາງຄໍາຄິດເຫັນຄື ດັ່ງນີ້:
1) ສະເໜີໃຫ້ສືບຕໍ່ ແລກປ່ຽນການຢ້ຽມຢາມ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ຂັ້ນກຳມາທິການ ແລະ ຄະນະມິດຕະພາບລັດຖະສະພາ ຢ່າງເປັນປົກກະຕິ ທີ່ຕິດພັນກັບການແລກປ່ຽນບົດຮຽນ ກ່ຽວກັບການປະຕິບັດພາລະບົດບາດ ຂອງອົງການນິຕິບັນຍັດ.
2) ສະເໜີຊຸກຍູ້ໃຫ້ສອງລັດຖະບານສືບຕໍ່ຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງ ທີ່ລັດຖະບານ ຂອງສອງປະເທດ ໄດ້ລົງນາມຮ່ວມກັນ ໃຫ້ເປັນຮູບປະທໍາຂຶ້ນກວ່າເກົ່າ ແລະ ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ຂອງຣັດເຊຍ ທີ່ມາລົງທຶນຢູ່ ສປປ ລາວ ໃຫ້ສໍາເລັດຕາມແຜນການ ແລະ ນໍາເອົາຜົນປະໂຫຍດມາສູ່ ປະຊາຊົນຢ່າງແທ້ຈິງ.
3) ສືບຕໍ່ຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.





